ຍສໝ - ຕອນບ່າຍວັນທີ 22 ພຶດສະພາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ຮ່າໂນ້ຍ (HAUFO) ໄດ້ສົມທົບກັບຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ຈັດຕັ້ງກອງປະຊຸມຝຶກອົບຮົມກ່ຽວກັບບົດບາດການຕ່າງປະເທດ ແລະ ການທູດປະຊາຊົນໃນສະພາບການໃໝ່. ຜູ້ເຂົ້າຮ່ວມກອງປະຊຸມມີພະນັກງານ ແລະ ສະມາຊິກສະຫະພັນ 300 ກວ່າຄົນ ເຊິ່ງແມ່ນຜູ້ຕາງໜ້າບັນດາພະແນກ, ຂະແໜງການ ບັນດາສະມາຄົມມິດຕະພາບ, ອົງການຈັດຕັ້ງສະມາຊິກ HAUFO ແລະ ພະນັກງານຊາວໜຸ່ມຂອງບັນດາໂຮງຮຽນວິທະຍາໄລ, ມະຫາວິທະຍາໄລ ແລະ ສະຖາບັນການສຶກສາໃນບໍລິເວນ ນະຄອນຫຼວງ.
ຍສໝ - ນີ້ແມ່ນອາລົມຈິດຂອງບັນດາຜູ້ແທນທີ່ເຂົ້າຮ່ວມເວທີປາໄສອະວະກາດວັດທະນະທຳໂຮ່ຈິມິນ - ດ້ວຍຫົວຂໍ້ “ປະຊາຊົນເຮັດວຽກງານງານການທູດ, ສິ່ງນ້ອຍໆມີຄວາມໝາຍໃຫຍ່” ໃນວັນທີ 11 ພຶດສະພາ ຢູ່ນະຄອນ ໂຮ່ຈີມິນ. ເວທີປາໄສໄດ້ຈັດຕັ້ງໂດຍສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ ສົມທົບກັບຄະນະຊາວໜຸ່ມນະຄອນໂຮ່ຈິມິນ ໃນຂອບເຂດກອງປະຊຸມໃຫຍ່ຊາວໜຸ່ມນະຄອນໂຮ່ຈິມິນ ເຮັດຕາມຄຳເວົ້າຂອງລຸງໂຮ່ ຄັ້ງທີ 8 ໃນປີ 2024.
ຍສໝ - ການພົວພັນບ້ານໃກ້ເຮືອນຄຽງຫວຽດນາມ - ຈີນ ໄດ້ເຊື່ອມໂຍງເຂົ້າກັບນ້ຳໃຈຮັກແພງທີ່ປະຊາຊົນສອງປະເທດມີໃຫ້ເຊິ່ງກັນ ແລະ ກັນ ຜ່ານຫຼາຍຮ້ອຍພັນເລື່ອງສະເພາະ.
ຍສໝ - ນີ້ແມ່ນຈິດໃຈລວມຂອງຄວາມຄິດຄວາມເຫັນທີ່ກອງປະຊຸມພົບປະ “ບົດບາດຂອງການທູດປະຊາຊົນ ບົນເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຫວຽດນາມ” ທີ່ໄດ້ດຳເນີນເມື່ອບໍ່ດົນມານີ້ຢູ່ນະຄອນໂຮ່ຈິມິນ. ກອງປະຊຸມໂດຍສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ (HUFO) ສົມທົບກັບສະມາຄົມນັກສຶກສານະຄອນ ຈັດຕັ້ງ.
ຍສໝ - ວັນທີ 6 ຕຸລານີ້, ຢູ່ສູນວາງສະແດງສາກົນ Fukuoka, ປະເທດຍີ່ປຸ່ນ, ໄດ້ດຳເນີນພິທີເປີດ “ເວທີປາໄສເສດຖະກິດຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຄັ້ງທີ 2 - ການເຊື່ອມຕໍ່ບັນດາທ້ອງຖິ່ນ ແລະ ດຳເນີນທຸລະກິດລະຫວ່າງ ຫວຽດນາມ ແລະ Kyushu: ທາດແທ້ - ປະສິດທິຜົນ - ແບບໝັ້ນຄົງ”.
ຍສໝ - ທີ່ການເຮັດວຽກ, ທ່ານ ລ້າຍວັນຮວ່ານ, ຮອງປະທານຄະນະກຳມະການປະຊາຊົນແຂວງທ໊າຍບິ່ງ ໄດ້ສັງເຂບລວມກ່ຽວກັບສະພາບການເສດຖະກິດສັງຄົມ, ວຽກງານການທູດປະຊາຊົນຂອງແຂວງ ທ໊າຍບິ່ງ. ໃນໄລຍະຜ່ານມາ, ການນຳຄະນະພັກແຂວງ, ຄະນະກຳມະການປະຊາຊົນແຂວງໄດ້ມີຄວາມເອົາໃຈໃສ່ຕິດຕາມກວດກາວຽກງານການທູດປະຊາຊົນແຂວງ ທ໊າຍບິ່ງ ຢ່າງໃກ້ຊິດ, ຊີ້ນຳນຳພາຢ່າງທັນການ, ສ້າງເງື່ອນໄຂການເຄື່ອນໄຫວຢ່າງມີປະສິດທິຜົນ.
ຍສໝ - ຍອດມູນຄ່າການຊ່ວຍເຫຼືອຂອງບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານຕ່າງປະເທດ ທີ່ໄດ້ສະສາງເງິນສະເລ່ຍ 228,3 ລ້ານ USD/ປີ; ເຂົ້າຮ່ວມຄະນະຜູ້ແທນຂັ້ນສູງ 13 ຄະນະຂອງການນຳພັກ ແລະ ລັດ ໃນການໄປຢ້ຽມຢາມ ແລະ ເຮັດວຽກຢູ່ຕ່າງປະເທດ; ປ່ຽນໃໝ່ ແລະ ຍົກສູງປະສິດທິຜົນວຽກງານສັນຕິພາບ, ຄວາມສາມັກຄີ ແລະ ມິດຕະພາບ; ຜ່ານບັນດາການເຄື່ອນໄຫວທາງການທູດປະຊາຊົນຫຼາຍຝ່າຍ, ປະກອບສ່ວນຊຸກຍູ້ ແລະ ປົກປັກຮັກສາຜົນປະໂຫຍດຂອງປະເທດຊາດ... ແມ່ນບັນດາຜົນງານ ແລະ ຈຸດພົ້ນເດັ່ນທີ່ການທູດປະຊາຊົນບັນລຸໄດ້ໃນຊຸມປີມໍ່ໆມານີ້.
ຍສໝ - ປີ 2022, ຄຽງຄູ່ກັບສອງເສົາຄ້ຳການພົວພັນການຕ່າງປະເທດຂອງພັກ ແລະ ການທູດແຫ່ງລັດ, ເສົາຄ້ຳການທູດປະຊາຊົນໄດ້ຮັບການພັດທະນາຢ່າງຟົດຟື້ນ ແລະ ໄດ້ຮັບການຜັນຂະຫຍາຍຢ່າງເຂັ້ມແຂງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດຫຼັງຈາກໂລກລະບາດ.
ຍສໝ - “ນັບແຕ່ຫຼາຍປີມານີ້, ຈິດໃຈສະໜິດຕິດພັນ ແລະ ຮັກຫອມສັນຕິພາບ ໄດ້ກາຍເປັນມູນເຊື້ອຂອງ ຫວຽດນາມ. ມາຮອດປັດຈຸບັນ, ຈິດໃຈນັ້ນໄດ້ຫັນເປັນລະອຽດ ແລະ ພັດທະນາຂຶ້ນສູ່ລະດັບສູງໃໝ່, ແທດຈິງ ແລະ ມີປະສິດທິຜົນກ່ວາ…” ທ່ານ ເຈິ່ນດັກເລີຍ, ຮອງປະທານຄະນະກຳມະການສັນຕິພາບ ຫວຽດນາມ, ແບ່ງປັນກັບວາລະສານຍຸກສະໄໝເນື່ອງໃນເຫດການກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກ ທີ່ດຳເນີນຢູ່ ຫວຽດນາມ.
ຍສໝ - ການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການເຄື່ອນໄຫວການທູດປະຊາຊົນຫຼາຍຝ່າຍ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການຂອງສອງປະເທດ, ພາກພື້ນ, ສາກົນ ແລະ 2 ຄະນະກຳມະການ; ໜູນຊ່ວຍການຝຶກອົບຮົມ, ຍົກສູງລະດັບວິຊາສະເພາະໃຫ້ແກ່ພະນັກງານທີ່ເຮັດວຽກງານການທູດປະຊາຊົນ... ນີ້ແມ່ນບາງເນື້ອໃນຂອງທິດທາງການຮ່ວມມື ລະຫວ່າງຄະນະກຳມະການສັນຕິພາບຫວຽດນາມ ແລະ ຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ.
ຍສໝ - ເພິ່ມທະວີການເຄື່ອນໄຫວການທູດປະຊາຊົນເຖິງຮາກຖານ. ນີ້ແມ່ນຂໍ້ສະເໜີຂອງຜູ້ແທນຢູ່ກອງປະຊຸມສະຫລຸບວຽກງານການທູດປະຊາຊົນ 6 ເດືອນຕົ້ນປີ, ທິດທາງ, ຫນ້າທີ່ 6 ເດືອນທ້າຍປີ 2022 ແລະ ເວທີປາໄສຍົກສູງປະສິດທິຜົນວຽງງານການທູດປະຊາຊົນຂອງນະຄອນຫຼວງຮ່າໂນ້ຍໃນສະພາບໃຫມ່ ໂດຍສະຫະພັນບັນດາອົງການມິດຕະພາບ ນະຄອນຮ່າໂນ້ຍ ຈັດຂຶ້ນໃນວັນທີ 14 ກໍລະກົດ.
ຍສໝ - ການພົວພັນລະຫວ່າງຫວຽດນາມ ແລະ ກາຊັກສະຖານ ແມ່ນສາຍພົວພັນມິດຕະພາບອັນດີງາມ. ສອງປະເທດສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ອົງການສະຫະປະຊາຊາດ ແລະ ບັນດາເວທີປາໄສສາກົນອື່ນໆ.
ຕອນບ່າຍວັນທີ 21 ທັນວາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບ ທ່ານນາງ Mem Sam On, ຮອງນາຍົກລັດຖະມົນຕີ ກຳປູເຈຍ, ລັດຖະມົນຕີກະຊວງການພົວພັນສະພາແຫ່ງຊາດ, ສະພາສູງ ແລະ ກວດກາ ກຳປູເຈຍ, ປະທານສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 14 ທັນວາ, ທີ່ກອງປະຊຸມທົ່ວປະເທດຄັ້ງປະຖົມມະລຶກ ກ່ຽວກັບວຽກງານການຕ່າງປະເທດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ທ່ານນາງ ປະທານສະຫະພັນບັນດາອົງການມິດຕະພາບ ຫງວຽນເຟືອງງາ ໄດ້ປະກອບຄຳເຫັນ “ເສີມຂະຫຍາຍບົດບາດ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວການທູດປະຊາຊົນ, ແມ່ນເສົາຄ້ຳໜຶ່ງຂອງພື້ນຖານການທູດຫວຽດນາມຢ່າງຮອບດ້ານ ແລະ ທັນສະໄໝ”. ວາລະສານຍຸກສະໄໝຂໍຖືເປັນກຽດທີ່ໄດ້ແນະນຳໄປຍັງເພື່ອນຜູ້ອ່ານເນື້ອໃນສະບັບເຕັມຂອງເອກະສານສະບັບນີ້.
ຍສໝ - ເຂົ້າຮ່ວມກອງປະຊຸມການຕ່າງປະເທດທົ່ວປະເທດກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ປະກອບຄຳເຫັນ “ເສີມຂະຫຍາຍບົດບາດ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວການທູດປະຊາຊົນ, ແມ່ນເສົາຄ້ຳໜຶ່ງຂອງພື້ນຖານການທູດຫວຽດນາມຢ່າງຮອບດ້ານ ແລະ ທັນສະໄໝ”.
ວັນທີ 12 ກໍລະກົດ, ທີ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2021.
ຍສໝ - ກ່າວຄຳເຫັນທີ່ການໂອ້ລົມເຈລະຈາ “ບັນດາບັນຫາກ່ຽວກັບແມ່ນ້ຳຂອງ” ໂດຍກອງທຶນສັນຕິພາບ ແລະ ພັດທະນາ ຫວຽດນາມ ຈັດຕັ້ງໃນວັນທີ 8 ກໍລະກົດ, ທ່ານນາງ ເຈິ່ນບາວງອກ - ຫົວໜ້າກົມຮ່ວມມືເສດຖະກິດຫຼາຍຝ່າຍ (ກະຊວງການຕ່າງປະເທດ) ຖືວ່າ: ການທູດປະຊາຊົນຈະແມ່ນກົນໄກສຳຄັນເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ການພົວພັນຮ່ວມມືມິດຕະພາບລະຫວ່າງບັນດາປະເທດ…
ຍສໝ - ໃນວັນທີ 23 ເມສາ, ຢູ່ຮ່າໂນ້ຍ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ດໍາເນີນກອງປະຊຸມຄະນະປະທານຄັ້ງທີ IV ຊຸດທີ VI (ອາຍຸການ 2019 - 2024). ໜຶ່ງໃນບັນຫາໃຫຍ່ທີ່ຈະໄດ້ຈັດຕັ້ງປະຕິບັດ ແລະ ເຊື່ອມຊືມ ໃນຄັ້ງນີ້ ແມ່ນນະໂຍບາຍການຕ່າງປະເທດຂອງກອງປະຊຸມໃຫຍ່ພັກຄັ້ງທີ XIII ແລະ ກົດບັດສະຫະພັນມິດຕະພາບທີ່ຫາກໍ່ໄດ້ຮັບການອະນຸມັດ ໂດຍນາຍົກລັດຖະມົນຕີ ໃນວັນທີ 23 ມີນາ 2021.
ຍສໝ - ວັນທີ 16 ເມສາ 2021 ທີ່ນະຄອນໂຮ່ຈີມິນ, ຄະນະກຳມະການປະຕິບັດງານ ກ່ຽວກັບບັນດາອົງການບໍ່ສັງກັດລັດຖະບານຕ່າງປະເທດ ໄດ້ຈັດກອງປະຊຸມແລກປ່ຽນຂໍ້ມູນຂ່າວສານກັບບັນດາເຈົ້າໜ້າທີ່ຫວຽດນາມ ທີ່ເຮັດວຽກຢູ່ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ (NGO).
ຍສໝ - ນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ຮັບຮອງເອົາກົດບັດຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ. ຕາມນັ້ນແລ້ວ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແມ່ນອົງການຈັດຕັ້ງການເມືອງ - ສັງຄົມ ຮັບຜິດຊອບດ້ານການທູດປະຊາຊົນ ກ່ຽວກັບສັນຕິພາບ, ສາມັກຄີ, ມິດຕະພາບ ແລະ ການຮ່ວມມືຂອງປະຊາຊົນ. ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ເຄື່ອນໄຫວຕາມຫຼັກການສະໝັກໃຈ, ປະຊາທິປະໄຕ, ຄວາມສະເໝີພາບ ແລະ ການຮັບປະກັນການສັບຊ້ອນ, ລະບອບ, ນະໂຍບາຍຕ່າງໆ ສຳລັບພະນັກງານ ແລະ ສະພາບການເຮັດວຽກເພື່ອຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວສຳເລັດໜ້າທີ່ການເມືອງທີ່ພັກ ແລະ ລັດມອບໝາຍໃຫ້ເປັນຢ່າງດີ.