ຮັດ​ແໜ້ນ​ການ​ເຊື່ອມ​ຕໍ່​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ແລະ ການທູດປະຊາຊົນລະ​ຫວ່າງ​ຫວຽດ​ນາມ ແລະ Kyushu (ຍີ່​ປຸ່ນ)

16:47 | 07/10/2023

ຍສໝ - ວັນ​ທີ 6 ຕຸລາ​ນີ້, ຢູ່​ສູນ​ວາງສະ​ແດງ​ສາກົນ Fukuoka, ປະ​ເທດ​ຍີ່ປຸ່ນ, ​ໄດ້​ດຳ​ເນີນ​ພິທີ​ເປີດ “ເວທີປາໄສເສດຖະກິດຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຄັ້ງທີ 2 - ການ​ເຊື່ອມ​ຕໍ່​ບັນດາ​ທ້ອງ​ຖິ່ນ ​ແລະ ດຳ​ເນີນ​ທຸລະ​ກິດ​ລະຫວ່າງ ຫວຽດນາມ ​ແລະ Kyushu: ທາດ​ແທ້ - ປະສິດທິ​ຜົນ - ​ແບບ​ໝັ້ນຄົງ”.

ຫວຽດ​ນາມ ແລະ ຍີ່​ປຸ່ນ ຍູ້​ແຮງ​ບັນ​ດາ​ການ​ເຄຶ່ອນ​ໄຫວ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ ຫວຽດ​ນາມ ແລະ ຍີ່​ປຸ່ນ ຍູ້​ແຮງ​ບັນ​ດາ​ການ​ເຄຶ່ອນ​ໄຫວ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ
ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ ຂັ້ນ​ລັດ​ຖະ​ມົນ​ຕີ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ຍີ່​ປຸ່ນ ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ ຂັ້ນ​ລັດ​ຖະ​ມົນ​ຕີ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ຍີ່​ປຸ່ນ

ຕອນເຊົ້າວັນທີ 06 ຕຸລາ, ຢູ່ສູນວາງສະແດງສາກົນ Fukuoka, ປະເທດຍີ່ປຸ່ນ, ໄດ້ໄຂ “ເວທີປາໄສເສດຖະກິດ ຫວຽດນາມ ຢູ່ຕ່າງປະເທດຄັ້ງທີ 2 - ການເຊື່ອມຕໍ່ທ້ອງຖິ່ນ, ວິສາຫະກິດ ຫວຽດນາມ - Kyushu: ແທດຈິງ - ບັນລຸປະສິດທິຜົນ - ຄວາມຍືນຍົງ”. ລາຍການດັ່ງກ່າວໂດຍສະຖານກົງສູນ ຫວຽດນາມ ປະຈຳ Fukuoka ສົມທົບກັບສະຫະພັນເສດຖະກິດ Kyushu ຈັດຂຶ້ນ.

ຮັດ​ແໜ້ນ​ການ​ເຊື່ອມ​ຕໍ່​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ແລະ ການທູດປະຊາຊົນລະ​ຫວ່າງ​ຫວຽດ​ນາມ ແລະ Kyushu (ຍີ່​ປຸ່ນ)
ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ກ່າວຄຳເຫັນທີ່ນີ້.

​ໂຄງການ​ໂດຍ​ກົງ​ສູນ​ໃຫຍ່ ຫວຽດນາມ ປະຈຳ Fukuoka ສົມທົບ​ກັບ​ສະຫະພັນ​ເສດຖະກິດ Kyushu ຈັດ​ຕັ້ງ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຍີ່ປຸ່ນ (1973 – 2023), ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ໃນ​ທົ່ວ​ໂລກ ​ແລະ Kyushu ​ໃນ​ບັນດາ​ຂົງ​ເຂດ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ກຳລັງ​ແຮງ.

ກ່າວຄຳເຫັນທີ່ນີ້, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ເນັ້ນໜັກວ່າ, ໃນສະພາບທີ່ ຫວຽດນາມ ພວມປະເຊີນໜ້າກັບສິ່ງທ້າທາຍພື້ນຖານແມ່ນການຫັນປ່ຽນຮູບແບບພັດທະນາຕາມມທິດຍືນຍົງ, ສ້າງຄວາມດຸ່ນດ່ຽງກວ່າ, ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ຍີ່ປຸ່ນ ເວົ້າລວມ ແລະ ກັບ Kyushu ເວົ້າສະເພາະ ບໍ່ພຽງແຕ່ຜ່ານການແລກປ່ຽນສິນຄ້າ, ດຶງດູດການລົງທຶນ, ຖ່າຍທອດເຕັກໂນໂລຊີ, ແລກປ່ຽນວັດທະນະທຳເທົ່ານັ້ນ, ຫາກຍັງຜ່ານການຮ່ວມມືໃນທຸກຮູບແບບ, ຮັບເອົາທິດສະດີພັດທະນາຢ່າງປະສົມກົມກ່ຽວຂອງ Kyushu, ນຳໃຊ້ມັນຢ່າງມີຫົວຄິດປະດິດສ້າງໃຫ້ບັນດາທ້ອງຖິ່ນຂອງຫວຽດນາມ ໃນຫຼາຍຂົງເຂດອີກດ້ວຍ.

ຮັດ​ແໜ້ນ​ການ​ເຊື່ອມ​ຕໍ່​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ແລະ ການທູດປະຊາຊົນລະ​ຫວ່າງ​ຫວຽດ​ນາມ ແລະ Kyushu (ຍີ່​ປຸ່ນ)

ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ປາດ​ຖະໜາ​ວ່າ ຫວຽດນາມ ​ແລະ ຍີ່ປຸ່ນ ເວົ້າ​ລວມ ​ແລະ ພິ​ເສດ ຫວຽດນາມ - Kyushu ຈະ​ກາຍ​ເປັນ​ຮູບ​ແບບ​ການ​ພົວພັນ​ຄູ່​ຮ່ວມ​ມື​ພັດທະນາ ບົນ​ພື້ນຖານ​ປະຕິບັດ​ບັນດາ​ຂອບ​ເຂດ​ການ​ຮ່ວມ​ມື ​ແລະ ບັນດາ​ໂຄງການ​ຮ່ວມ​ມື​ລົງທຶນ - ການ​ຄ້າ, ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ. ແຮງງານ, ບຳລຸງສ້າງຊັບພະຍາກອນມະນຸດ, ຕອບສະໜອງຕໍ່ການປ່ຽນແປງຂອງດິນຟ້າອາກາດ, ການເຕີບໂຕສີຂຽວ, ODA ລຸ້ນໃໝ່, ພື້ນຖານໂຄງລ່າງຍຸດທະສາດ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຫັນເປັນພະລັງງານ.

ດ້ວຍ​ທ່າ​ໄດ້​ປຽບ​ທີ່​ສົມ​ບູນ​ແບບ​ຫຼາຍ​ຢ່າງ, ຫວຽດນາມ ​ໄດ້​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ແກ້​ໄຂ​ບັນຫາ​ຊອກ​ຫາ​ກົນ​ໄກ​ເຕີບ​ໂຕ​ຂອງ​ພື້ນຖານ​ເສດຖະກິດ​ຍີ່ປຸ່ນ ​ແລະ Kyushu. ​ໃນ​ນັ້ນ​ມີ​ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ເກືອບ 6 ລ້ານ​ຄົນ​ດຳລົງ​ຊີວິດ, ​ເຮັດ​ວຽກ, ຮ່ຳຮຽນ​ຢູ່ 130 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ, ​ໃນ​ນັ້ນ​ມີ​ບັນດາ​ນັກທຸລະກິດ ​ແລະ ປັນຍາ​ຊົນ​ຢູ່​ປະ​ເທດ​ອື່ນ​ປະສົບ​ຜົນສຳ​ເລັດ, ​ແມ່ນ​ແຫຼ່ງກຳລັງ​ສຳຄັນ​ໃຫ້​ແກ່​ການ​ພັດທະນາ​ຂອງ​ຫວຽດນາມ, ພ້ອມ​ທັງ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ມີ​ທ່າ​ແຮງ​ໃຫ້​ແກ່. ຍີ່​ປຸ່ນ​ແລະ​ວິ​ສາ​ຫະ​ກິດ​ໂລກ​.

ທ່ານ Hattori Seitaro, ຜູ້ວ່າການແຂວງ Fukuoka, ປາດດຖະໜາວ່າ ເວທີປາໄສຈະສ້າງໂອກາດ ເພື່ອໃຫ້ວິສາຫະກິດ ຫວຽດນາມ ແລະ Kyoto ເຊື່ອມຕໍ່, ຊອກຫາໂອກາດຮ່ວມມື, ຜ່ານນັ້ນ, ການລົງທຶນສອງຝ່າຍຈະເພີ່ມຂຶ້ນໃນໄລຍະ ຈະມາເຖິງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.