ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຈະໜູນຊ່ວຍທ້າຍບິ່ງ ໃນວຽກງານການທູດປະຊາຊົນ

11:59 | 21/08/2023

ຍສໝ - ທີ່​ການ​ເຮັດ​ວຽກ, ທ່ານ ​ລ້າຍ​ວັນ​ຮ​ວ່ານ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ທ໊າຍ​ບິ່ງ ໄດ້​ສັງ​ເຂບ​ລວມ​ກ່ຽວ​ກັບ​ສະ​ພ​າບ​ການ​ເສດ​ຖະ​ກິດ​ສັງ​ຄົມ, ວຽກ​ງານການ​ທູດ​ປະ​ຊາ​ຊົນ​​ຂອງ​ແຂວງ ທ໊າຍ​ບິ່ງ. ໃນ​ໄລ​ຍະ​ຜ່ານ​ມາ, ​ການ​ນຳ​ຄະ​ນະ​ພັກ​ແຂວງ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ໄດ້ມີຄວາມເອົາ​ໃຈ​ໃສ່​ຕິດ​ຕາມກວດ​ກາວຽກ​ງານ​ການ​ທູ​ດ​ປະ​ຊາ​ຊົນ​ແຂວງ ທ໊າຍ​ບິ່ງ​ ​ຢ່າງ​ໃກ້​ຊິດ, ​ຊີ້​ນຳ​ນຳ​ພາຢ່າງທັນ​ການ, ສ້າງ​ເງື່ອນ​ໄຂການເຄື່ອນໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ສະຫະພັນບັນດາອົງການມິດຕະພາບ ແຂວງເກີນເທີ: ລົງຢ້ຽຢາມ ແລະ ອວຍພອນປີໃໝ່ວິສາຫະກິດ ໄທ ໃນໂອກາດສົງຄານ ສະຫະພັນບັນດາອົງການມິດຕະພາບ ແຂວງເກີນເທີ: ລົງຢ້ຽຢາມ ແລະ ອວຍພອນປີໃໝ່ວິສາຫະກິດ ໄທ ໃນໂອກາດສົງຄານ
ສະຫະພັນບັນດາອົງການມິດຕະພາບ ເກີ່ນເທີ  ໄດ້ລະດົມເງິນຊ່ວຍເຫຼືອ ຈຳນວນ 3 ລ້ານໂດລາສະຫະລັດໃຫ້ແກ່ແຂວງໃນໄລຍະ 5 ປີ ສະຫະພັນບັນດາອົງການມິດຕະພາບ ເກີ່ນເທີ ໄດ້ລະດົມເງິນຊ່ວຍເຫຼືອ ຈຳນວນ 3 ລ້ານໂດລາສະຫະລັດໃຫ້ແກ່ແຂວງໃນໄລຍະ 5 ປີ

ຢູ່​ທ໊າຍ​ບິ່ງ, ທ່ານ ຫງວຽນ​ວັນ​ແຢວງ, ຮອງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ (VUFO) ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ທ໊າຍ​ບິ່ງ ກ່ຽວ​ກັບ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ, ການ​ເຄື່ອນ​ໄຫວ​ຂົນ​ຂວາຍ​ການ​ໜູນ​ຊ່ວຍ​ຂອງ​ອົງ​ການ​ບໍ່​ຂຶ້ນ​ກັ​ບ​ລັດ​ຖະ​ບານຕ່າງ​ປະ​ເທດ…

ທີ່​ການ​ເຮັດ​ວຽກ, ທ່ານ ​ລ້າຍ​ວັນ​ຮ​ວ່ານ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ທ໊າຍ​ບິ່ງ ໄດ້​ສັງ​ເຂບ​ລວມ​ກ່ຽວ​ກັບ​ສະ​ພ​າບ​ການ​ເສດ​ຖະ​ກິດ​ສັງ​ຄົມ, ວຽກ​ງານການ​ທູດ​ປະ​ຊາ​ຊົນ​​ຂອງ​ແຂວງ ທ໊າຍ​ບິ່ງ. ໃນ​ໄລ​ຍະ​ຜ່ານ​ມາ, ​ການ​ນຳ​ຄະ​ນະ​ພັກ​ແຂວງ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ໄດ້ມີຄວາມເອົາ​ໃຈ​ໃສ່​ຕິດ​ຕາມກວດ​ກາວຽກ​ງານ​ການ​ທູ​ດ​ປະ​ຊາ​ຊົນ​ແຂວງ ທ໊າຍ​ບິ່ງ​ ​ຢ່າງ​ໃກ້​ຊິດ, ​ຊີ້​ນຳ​ນຳ​ພາຢ່າງທັນ​ການ, ສ້າງ​ເງື່ອນ​ໄຂການເຄື່ອນໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຈະໜູນຊ່ວຍທ້າຍບິ່ງ ໃນວຽກງານການທູດປະຊາຊົນ

ມາ​ຮອດ​ປັດ​ຈຸ​ບັນ, ທາງ​ແຂວງ​ທ໊າຍ​ບິ່ງ​ໄດ້​ຮັກ​ສາ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ ລະ​ຫວ່າງ 4 ທ້ອງ​ຖິ່ນຢູ່​ຕ່າງ​ປະ​ເທດ. ທຸກ​ປີ, ທາງ​ແຂວງ​ໄດ້​ຈັດ​ຕັ້ງ​ການ​ຕ້ອ​ນ​ຮັບ​ຄະ​ນະ​ຜູ້​ແທນ ແລະ ຄະ​ນະ​ຂຶ້ນ​ກັບ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ມາ​ຢ້ຽມ​ຢາມ, ພົວ​ພັນ​ແລກ​ປ່ຽນ, ຮ່ວມ​ມື, ສຳຫຼວດກວດ​ກາ ແລະ ປະ​ຕິ​ບັດບັນ​ດາ​ໂຄງ​ການ. ວຽກ​ງານ​ຂົນ​ຂວາຍ​ການ​ອຸ​ປະ​ຖຳ​ບໍ່​ຂຶ້ນ​ກັ​ບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ໄດ້​ປະ​ຕິ​ບັດ​ຢ່າງ​ຕັ້ງ​ໜ້າ, ​ແຕ່​ລະ​ປີ​ໄລ່​ສະ​ເລ່ຍມີ​ເງິນ​ອຸ​ປະ​ຖຳໃນ​ບໍ​ລິ​ເວນແຂວງ​ໃນຊຸມ​ປີ​ຜ່ານ​ມາ​ປະ​ມານ 1,2 ລ້ານ USD/ປີ.

ທ່ານ ​ລ້າຍ​ວັນ​ຮ​ວ່ານ ​ສະ​ເໜີ​ VUFO ສືບ​ຕໍ່​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ແຂວງ​ປະ​ຕິ​ບັດ​ບັນ​ດາ​ການ​ກຳ​ນົດ​ທິດ​ຂອງ​ສູນ​ກາງ​ກ່ຽວ​ກັບ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ໃຫ້ເປັນ​ຢ່​າງດີ, ເພີ່ມ​ທະ​ວີ​ວຽກ​ງານ​ໂຄ​ສະ​ນາ, ແນະ​ນຳ​ພາບ​ພົດປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ ກໍ່​ຄື​ແຂວງ​ທ໊າຍ​ບິ່ງ​ໄປ​ຍັງ​ເພື່ອນ​ມິດ​ສາ​ກົນ.

ສ່ວນ​ທ່ານ​ຮອງ​ປ​ະທານ VUFO ຫງວຽນ​ວັນແຢວງ ກໍ​ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​ໂດຍ​ແຂວງ​ທ໊າຍ​ບິ່ງ​ບັນ​ລຸ​ໄດ້​ໃນ​ປີ 2022, ພ້ອມ​ທັງ​ຮັບ​ຮູ້​ບັນ​ດາ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ​ໃນ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ຂອງ​ແຂວງ​ທ໊າຍ​ບິ່ງ​ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ​ສະ​ເໜີ​ໃຫ້​ແຂວງ​ສືບ​ຕໍ່​ຕິດ​ພັນ​ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ​ກັບ​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົ​ມ, ມີ​ຄວາມ​ເປັນ​ເຈົ້າ​ການ, ມີໄຫວ​ພິບ​ໃນ​ກາ​ນ​ຂົນ​ຂວາຍ, ດຶງ​ດູດ​ແຫຼ່ງ​ໜູນ​ຊ່ວຍ​ບໍ່​ຂຶ້ນ​ກັ​ບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ, ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ພາບ​ພົດ​ທ້ອງ​ຖິ່ນ.

VUFO ຈະ​ໜູນ​ຊ່ວຍ​ແຂວງ​ທ໊າຍ​ບິ່ງ​ເພື່ອ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ທູດ​ປະ​ຊາ​ຊົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ແຂວງ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ໂຄງ​ການ​ໜູນ​ຊ່ວຍ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢູ່​ທ້ອງ​ຖິ່ນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.