ບໍາລຸງຄວາມຮູ້, ວິຊາສະເພາະ ແລະ ທັກສະວິຊາຊີບໃຫ້ແກ່ຖັນແຖວຜູ້ເຮັດວຽກການທູດປະຊາຊົນ ນະຄອນຫຼວງ

14:53 | 23/05/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 22 ພຶດສະພາ, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບນະຄອນ ​ຮ່າ​ໂນ້ຍ (HAUFO) ​ໄດ້ສົມທົບ​ກັບ​ຄະນະ​ຊາວ​ໜຸ່ມ​ນະຄອນ ​ຮ່າ​ໂນ້ຍ ຈັດ​ຕັ້ງ​ກອງ​ປະຊຸມ​ຝຶກ​ອົບຮົມ​ກ່ຽວ​ກັບ​ບົດບາດ​ການ​ຕ່າງປະ​ເທດ ​ແລະ ການທູດປະຊາຊົນ​ໃນ​ສະພາບ​ການ​ໃໝ່. ​ຜູ້ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ພະນັກງານ ​ແລະ ສະມາຊິກ​ສະຫະພັນ 300 ກວ່າ​ຄົນ ເຊິ່ງ​ແມ່ນ​ຜູ້ຕາງໜ້າ​ບັນດາ​ພະ​ແນ​ກ, ຂະແໜງການ ບັນດາສະມາຄົມ​ມິດຕະພາບ, ​ອົງການຈັດຕັ້ງ​ສະມາຊິກ HAUFO ​ແລະ ພະນັກງານ​ຊາວໜຸ່ມຂອງບັນດາໂຮງຮຽນວິທະຍາໄລ, ມະຫາວິທະຍາ​ໄລ ​ແລະ ສະຖາບັນການສຶກສາໃນບໍລິເວນ ​ນະຄອນຫຼວງ.

ຄະນະການຕິດຕໍ່ມິດຕະພາບທີ່ເປັນມູນເຊື້ອຫວຽດນາມ - ລາວ: ສືບຕໍ່ເສີມຂະຫຍາຍບົດບາດຂອງການທູດປະຊາຊົນ, ເພີ່ມທະວີຄວາມສາມັກຄີຂອງສອງປະເທດ
ປະຊາຊົນ - ນັກການທູດຂອງນ້ຳໃຈມິດຕະພາບ

ທ່ານ ຫງຽນ​ນາມ​ຮາຍ, ຮອງ​ປະທານ HAUFO ໄດ້ມີ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ວ່າ: ​ໃນຮອບຫຼາຍ​ກວ່າ 35 ປີ ນັບແຕ່​​ຂະບວນການວິວັດແຫ່ງການປ່ຽນແປງໃໝ່ຂອງປະເທດ​ຊາດ, ຍຸດ​ທະ​ສາດ​ທີ່​ສະຫຼາດສ່ອງໃສ, ຖືກຕ້ອງ​ໃນ​ວຽກງານການ​ຕ່າງປະ​ເທດ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ມີຄວາມສະດວກໃນຂະບວນການວິວັດແຫ່ງການປ່ຽນແປງໃໝ່, ປົກ​ປັກ​ຮັກສາ​ເອກະລາດ, ອໍານາດອະທິປະ​ໄຕ, ເປັນ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຢ່າງແໜ້ນແກ່ນ. ພ້ອມ​ກັນ​ນັ້ນ, ກໍ່ປະກອບສ່ວນປັບປຸງ ຍົກ​ສູງ​ທີ່ຕັ້ງບົດບາດ ​ແລະ ຄວາມໄວ້ເນື້ອເຊື່ອໃຈ​ຂອງ​ຫວຽດນາມ ​ໃນ​ເວທີ​ສາກົນ.

ຕາມ​ຮອງ​ປະທານ HAUFO ​ແລ້ວ, ການທູດປະຊາຊົນ​ແມ່ນ​ໜຶ່ງ​ໃນ​ບັນດາຫົວຄິດປະດິດສ້າງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ການ​ປະຕິວັດ​ຫວຽດນາມ. ການເຊື່ອມຊືມແນວຄິດທາງດ້ານ​ການ​ທູດ​ຂອງ​ປະທານ​ໂຮ່ຈິ​ມິນ ຢ່າງ​ເລິກ​ເຊິ່ງ ​ແລະ ທັດສະນະ​ຂອງ​ພັກ​ ກ່ຽວການທູດປະຊາຊົນ ​ແມ່ນ​ປັດ​ໄຈທີ່ມີຄວາມໝາຍຕັດສິນ, ເຊິ່ງເປັນບົດຮຽນ​ສຳຄັນ​ທີ່​ສຸດ​ທີ່​ຖອດ​ຖອນ​ໄດ້ຈາກການປະຕິບັດຕົວ​ຈິງ​ຂອງ​ການ​ປະຕິວັດ ຫວຽດນາມ ​ແລະ ການ​ເຄື່ອນ​ໄຫວວຽງານ​ການທູດປະຊາຊົນ ໃນຕຫຼອດໄລຍະປະຫວັດສາດຂອງ​​ທົ່ວ​ປະ​ເທດ.

ບໍາລຸງຄວາມຮູ້, ວິຊາສະເພາະ ແລະ ທັກສະວິຊາຊີບໃຫ້ແກ່ຖັນແຖວຜູ້ເຮັດວຽກການທູດປະຊາຊົນ ນະຄອນຫຼວງ
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. (ພາບ: ດິງຮົ່ວ)

ທ່ານ ຮາຍ ສະແດງ​ຄວາມເຊື່ອ​ໝັ້ນຕໍ່ບັນດາ​ເນື້ອ​ໃນ​ຂອງ​ກອງ​ປະຊຸມຈະ​ປະກອບສ່ວນບຳລຸງຄວາມຮູ້, ຄວາມອາດສາມາດ, ວິຊາສະເພາະ, ທັກສະວິຊາຊີບ ໃຫ້​ແກ່​ຖັນແຖວຜູ້ເຮັດວຽກການ​ທູດປະຊາຊົນ ນະຄອນຫຼວງ. ຜ່ານນັ້ນ ກໍ່ຊ່ວຍໃຫ້ HAUFO, ບັນດາສະມາຄົມມິດຕະພາບ, ອົງການຈັດຕັ້ງສະມາຊິກ, ບັນດາພະນັກງານຊາວໜຸ່ມປະຕິບັດໜ້າທີ່ວຽກງານການທູດປະຊາຊົນ ທີ່ໄດ້ຮັບມອບໝາຍຈາກ ຄະນະກຳມະການພັກ, ຄະນະກໍາມະການປະຊາຊົນນະຄອນ ຢ່າງມີປະສິດທິຜົນ. ພ້ອມກັນນັ້ນ ກໍ່ມີການປະ​ກອບ​ສ່ວນເຂົ້າໃນການ​ພັດ​ທະ​ນາ​ນະ​ຄອນ ​ຮ່າ​ໂນ້ຍ ຢ່າງແທດຈິງ, ພ້ອມກັບ​ປະເທດຊາດເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ດ້ວຍທ່ວງທ່າ ແລະ ກໍາລັງແຮງໃໝ່, ພາ​ລະ​ບົດ​ບາດ, ທີ່​ຕັ້ງ, ຄວາມໄວ້ເນື້ອເຊື່ອໃຈ​ສາ​ກົນ​ຂອງ​ຫວຽດ​ນາມ ນັບມື້ນັບໄດ້ຮັບການຍົກສູງ​ຂຶ້ນ.

ບໍາລຸງຄວາມຮູ້, ວິຊາສະເພາະ ແລະ ທັກສະວິຊາຊີບໃຫ້ແກ່ຖັນແຖວຜູ້ເຮັດວຽກການທູດປະຊາຊົນ ນະຄອນຫຼວງ

ທ່ານ ດົ່ງ​ຮຸຍ​ເກືອງ, ຫົວ​ໜ້າ​ຄະນະ​ຈັດ​ຕັ້ງ-ພະນັກງານ, ຫົວ​ໜ້າ​ສະ​ຖາ​ບັນການຄົ້ນຄວ້າສາ​ກົນ ແລະ ການທູດປະ​ຊາ​ຊົນ, ສະ​ຫະ​ພັນ​ບັນ​ດາ​ອົງ​ການຈັດຕັ້ງ​ມິດ​ຕະ​ພາບ​ຫວຽດ​ນາມ ໄດ້​ແລກປ່ຽນຂໍ້ມູນກ່ຽວກັບເນື້ອ​ໃນຕ່າງໆທີ່ກອງປະຊຸມ​ດັ່ງ​ນີ້: ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງ​ພັກ; ຂະ​ບວນ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ການທູດປະ​ຊາ​ຊົນ; ສະພາບ​ການ​ຂອງ​ໂລກ, ພາກ​ພື້ນ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານ​ການ​ຕ່າງປະ​ເທດ ​ແລະ ການທູດ​ປະຊາຊົນ​ໃນ​ສະພາບ​ການ​ໃໝ່.

ທ່ານ ເກືອງ ໄດ້​ເນັ້ນ​ໜັກ​ວ່າ: ຄວາມຮັບຜິດຊອບຫຼັກຂອງວຽກງານ​ການ​ຕ່າງປະ​ເທດ​ແມ່ນ​ກໍ່ສ້າງ ​ແລະ ຮັກສາ​ສະພາບ​ແວດ​ລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບ; ລະດົມ​ແຫຼ່ງກຳລັງ​ພາຍ​ນອກ​ເພື່ອ​ພັດທະນາ​ປະ​ເທດຊາດ; ຍົກ​ສູງ​ທີ່​ຕັ້ງ ​ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະເທດຊາດ​.

ຕາມ ທ່ານ ​ເກືອງ ກ່າວແລ້ວ, ​ໃນ​ສະພາບ​ການ​ປະຈຸ​ບັນ, ວຽກ​ງານ​ການ​ທູດປະຊາຊົນ​ຕ້ອງ​ສືບ​ຕໍ່​ເສີມ​ຂະຫຍາຍ​ຄຳ​ຂວັນ “ເປັນເຈົ້າການ, ມີໄຫວພິບ, ມີຫົວຄິດປະດິດສ້າງ, ​ແລະ ມີ​ປະສິດທິ​ຜົນ”; ປ່ຽນແປງໃໝ່ຈິນຕະນາການ, ວິທີການເຂົ້າເຖິງເນື້ອໃນ, ວິທີການເຄື່ອນໄຫວຢ່າງບໍ່ຢຸດຢັ້ງ. ຍົກສູງຄຸນນະພາບວຽກງານການຄົ້ນຄວ້າ, ເປັນເສນາທິການ, ຄາດຄະເນສະພາບການຂອງໂລກ, ພາກພື້ນ ແລະ ບັນດາຂະບວນການເຄື່ອນໄຫວຂອງປະຊາຊົນ, ກະແສສັງຄົມ. ພັດທະນາ​ເຄືອ​ຂ່າຍ​ຄູ່​ຮ່ວມ​ມື​ຢ່າງ​ກ້ວາງ​ຂວາງ​ໃນ​ທົ່ວ​ໂລກ ຕາມ​ທິດ​ທາງ​ການ​ຫັນ​ເປັນ​ຫຼາຍ​ຝ່າຍ, ​ຫຼາຍຮູບຫຼາຍແບບ, ​ເຂົ້າ​ຮ່ວມ​ທຸກ​ກົນ​ໄກ​ຫຼາຍ​ຝ່າຍ​ທີ່​ສຳຄັນ ​ແລະ ບັນດາ​ອົງການຈັດຕັ້ງ/​ເຄືອ​ຂ່າຍ​ສັນຕິພາບ ​ແລະ ການ​ພັດທະນາ​ອື່ນໆ.

ຄຽງ​ຂ້າງ​ກັນນັ້ນ, ຕ້ອງປັບປຸງ​ລະບົບ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ, ຍົກ​ສູງ​ຄຸນ​ນະພາ​ບຊັບພະຍາກອນ​ມະນຸດ​ເຮັດ​ວຽກ​ງານ​ການ​ທູດ​ປະຊາຊົນ; ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊົນ, ຜູ້ຊົງຄຸນວຸດທິ, ​ປັນ​ຍາຊົນ, ໄວ​ຫນຸ່ມ ແລະ ​ນັກທຸ​ລະ​ກິດເຂົ້າຮ່ວມຂະບວນການ​ນີ້. ພ້ອມ​ກັນ​ນັ້ນ, ກໍ່ເປັນເຈົ້າການປະສານສົມທົບ​ຢ່າງ​ແໜ້ນ​ແຟ້ນ ກັບ​ບັນດາ​ອົງການ​ການ​ຕ່າງປະ​ເທດ​ໃນ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ເປັນເສນາທິການ, ກໍ່ສ້າງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ຜັນຂະຫຍາຍການເຄື່ອນໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ສະ​ເພາະ.

ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ຖ່າຍຮູບເປັນທີ່ລະນຶກ. (ພາບ: ດິງຮົ່ວ)

ນ້ອງ ຄວັດກວາງນາມ ນັກສຶກສາປີທີ 2, ພາກວິຊາທິດສະດີການເມືອງ-ສຶກສາພົນລະເມືອງ, ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ໄດ້ແລກປ່ຽນກັບນັກຂ່າວໜັງສືພິມ ເທີ່ຍດ້າຍ ວ່າ: ການເຂົ້າຮ່ວມກອງປະຊຸມ ໃນຄັ້ງນີ້ຂ້າພະເຈົ້າໄດ້ຮັບຟັງຄວາມຮູ້ຫຼາຍຢ່າງກ່ຽວກັບວຽກງານການຕ່າງປະເທດ ແລະ ການທູດປະຊາຊົນ. ຜ່ານນັ້ນ, ກໍ່ຊ່ວຍໃຫ້ຂ້າພະເຈົ້າກໍາແໜ້ນວິທີການເຂົ້າເຖິງ, ເຂົ້າໃຈເຫດການ, ບັນຫາຕ່າງໆທີ່ຢູ່ພາຍໃນ ແລະ ຕ່າງປະເທດ. ຂ້າພະ​ເຈົ້າຍັງມີສະຕິ​ເຖິງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ໃນ​ວຽກງານໂຄສະນາພາບພົດຂອງ​ປະ​ເທດ​ຊາດ ​ແລະ ຊາວຫວຽດນາມ ທີ່ຮັກແພງແຂກຄົນ ໄປສູ່​ເພື່ອນ​ມິດສາ​ກົນ ​ແລະ ສ້າງ​ຄວາມ​ຮັກ​ແພງ​ຂອງ​ເພື່ອນ​ມິດສາ​ກົນ​ທີ່​ມີ​ຕໍ່​ຫວຽດນາມ.

ຊາວໜຸ່ມ ແມ່ນກຳລັງນຳໜ້າ ໃນການເຄື່ອນໄຫວວຽກງານການທູດປະຊາຊົນ ຊາວໜຸ່ມ ແມ່ນກຳລັງນຳໜ້າ ໃນການເຄື່ອນໄຫວວຽກງານການທູດປະຊາຊົນ

ຍສໝ - ນີ້​ແມ່ນ​ອາລົມ​ຈິດ​ຂອງ​ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ອະວະກາດ​ວັດທະນະທຳ​ໂຮ່ຈິ​ມິນ - ດ້ວຍ​ຫົວ​ຂໍ້ “ປະຊາຊົນ​ເຮັດ​ວຽກ​ງານງານ​ການ​ທູດ, ສິ່ງ​ນ້ອຍໆ​ມີ​ຄວາມ​ໝາຍ​ໃຫຍ່” ​ໃນ​ວັນ​ທີ 11 ພຶດສະພາ ຢູ່​ນະຄອນ ​ໂຮ່ຈີ​ມິນ. ​ເວທີ​ປາ​ໄສໄດ້ຈັດຕັ້ງ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ ສົມທົບ​ກັບ​ຄະນະ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນ ໃນ​ຂອບ​ເຂດ​ກອງ​ປະຊຸມ​ໃຫຍ່​ຊາວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນ ເຮັດຕາມ​ຄຳ​ເວົ້າ​ຂອງ​ລຸງໂຮ່ ​ຄັ້ງ​ທີ 8 ​ໃນ​ປີ 2024.

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຈະໜູນຊ່ວຍທ້າຍບິ່ງ ໃນວຽກງານການທູດປະຊາຊົນ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຈະໜູນຊ່ວຍທ້າຍບິ່ງ ໃນວຽກງານການທູດປະຊາຊົນ

ຍສໝ - ທີ່​ການ​ເຮັດ​ວຽກ, ທ່ານ ​ລ້າຍ​ວັນ​ຮ​ວ່ານ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ທ໊າຍ​ບິ່ງ ໄດ້​ສັງ​ເຂບ​ລວມ​ກ່ຽວ​ກັບ​ສະ​ພ​າບ​ການ​ເສດ​ຖະ​ກິດ​ສັງ​ຄົມ, ວຽກ​ງານການ​ທູດ​ປະ​ຊາ​ຊົນ​​ຂອງ​ແຂວງ ທ໊າຍ​ບິ່ງ. ໃນ​ໄລ​ຍະ​ຜ່ານ​ມາ, ​ການ​ນຳ​ຄະ​ນະ​ພັກ​ແຂວງ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ໄດ້ມີຄວາມເອົາ​ໃຈ​ໃສ່​ຕິດ​ຕາມກວດ​ກາວຽກ​ງານ​ການ​ທູ​ດ​ປະ​ຊາ​ຊົນ​ແຂວງ ທ໊າຍ​ບິ່ງ​ ​ຢ່າງ​ໃກ້​ຊິດ, ​ຊີ້​ນຳ​ນຳ​ພາຢ່າງທັນ​ການ, ສ້າງ​ເງື່ອນ​ໄຂການເຄື່ອນໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.