ກວາງນິງ: ການໂອ້ລົມສົນທະນາວຽກງານການທູດປະຊາຊົນ

16:16 | 29/09/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 26 ກັນຍາ, ຢູ່​ນະຄອນ ຮະລອງ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແຂວງ ກວາງ​ນິງ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ການໂອ້ລົມສົນທະນາວຽກງານການທູດປະຊາຊົນ​ປີ 2024. ​ເຂົ້າ​ຮ່ວມ​ການໂອ້ລົມ​ສົນທະນາ​ມີ​ບັນດາຜູ້ແທນ​ເກືອບ 100 ທ່ານ​ທີ່​ເປັນ​ຜູ້ຕາງໜ້າຂອງ​ບັນດາ​ພະແນກ, ຂະແໜງ , ແນວໂຮມປະເທດຊາດ,ບັນດາຄະນະ; ບັນດາສະມາຄົມມິດຕະພາບສະມາຊິກ; ຜູ້ຕາງໜ້າການນຳຂອງບັນດາເມືອງ, ເທດສະບານ, ນະຄອນ ແລະ ບາງຕາແສງຊາຍແດນຂອງແຂວງ.

ຄົ້ນຫາຄວາມໃຫຍ່ໂຕມະໂຫຖານ, ທຸລະກັນດານຂອງພູ ດາຈົ່ງ (ກວາງນິງ)
ຮ່າໂນ້ຍ, ກວາງນິງ ກວດກາວຽກງານກະກຽມໃຫ້ແກ່ SEA Games 31

​ວຽກງານການທູດປະຊາຊົນ​ແມ່ນ​ໜຶ່ງ​ໃນ​ສາມ​ເສົາ​ຄ້ຳ​ຂອງການຕ່າງປະເທດ. ການທູດ​ປະຊາຊົນ​ພ້ອມ​ກັບ​ການ​ຕ່າງປະເທດ​ຂອງ​ພັກ ​ແລະ ການ​ທູດ​ແຫ່ງ​ລັດ ໄດ້ສ້າງ​ລະບົບແນວໂຮມການ​ຕ່າງປະ​ເທດ​ທີ່​ເປັນ​ເອກະ​ພາບ, ສ້າງ​ໂຄງ​ປະກອບ​​ໃໝ່​ຢ່າງ​ຈະ​ແຈ້ງ, ປະກອບສ່ວນ​ພັດທະນາພື້ນຖານການ​ທູດ​ຫວຽດນາມ ​ໃຫ້​ທັນ​ສະ​ໄໝ ​ແລະ ຮອບດ້ານ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ກໍ່​ຄື​ໃນ​ໄລຍະ​ປະຈຸ​ບັນ, ກວາງ​ນິງ ​ໄດ້​ເອົາ​ໃຈ​ໃສ່​ເຖິງວຽກງານ​ການທູດປະຊາຊົນ ​ແລະ ໄດ້ປະກາດໃຊ້​ເອກະສານ​ສຳຄັນ​ຫຼາຍ​ສະບັບ ​ເພື່ອ​ເພີ່ມທະວີ​ວຽກ​ງານ​ດັ່ງກ່າວ, ແນ​ໃສ່​ເພີ່ມ​ທະວີ​ທີ່​ຕັ້ງ ​ແລະ ພາບ​ພົດ​ຂອງ​ແຂວງ ກວາງ​ນິງ ກັບ​ເພື່ອນ​ມິດສາ​ກົນ .

ກວາງນິງ: ການໂອ້ລົມສົນທະນາວຽກງານການທູດປະຊາຊົນ

ການໂອ້ລົມສົນທະນາ​ວຽກງານການທູດປະຊາຊົນ ​ປີ 2024 ຢູ່ ກວາງ​ນິງ.

ທີ່​ກອງປະຊຸມການໂອ້ລົມສົນທະນາ, ບັນດາ​ຜູ້​ແທນ​ໄດ້​ຮັບ​ຂໍ້ມູນ​ກ່ຽວ​ກັບ​ສະພາບ​ການ​ໂລກ ​ແລະ ພາກ​ພື້ນ; ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ, ບັນດາ​ເອກະສານ​ຊີ້ນຳຂອງ​​ສູນ​ກາງ​ພັກ​ກ່ຽວ​ກັບ​ວຽກງານການທູດ​ປະຊາຊົນ; ບັນດາ​ຄວາມຮຽກຮ້ອງຕ້ອງການໄດ້ວາງອອກ​ໃຫ້​ວຽກງານການທູດ​ປະຊາຊົນ​ໃນ​ໄລຍະ​ປະຈຸ​ບັນ. ພ້ອມ​ກັນ​ນັ້ນ, ກໍ່​ພ້ອມກັນ​ແລກປ່ຽນ, ປຶກສາ​ຫາລື ​ແລະ ຊີ້​ແຈ້ງ​ບາງ​ຈຸດ​ທີ່​ຕ້ອງ​ເອົາ​ໃຈ​ໃສ່​ໃນ​​ວຽກງານການທູດປະຊາຊົນ​ຢູ່​ເຂດ​ຊາຍ​ແດນ; ວິທີການ​ແກ້​ໄຂ​ເພື່ອ​ຮັກສາ​ການ​ເຄື່ອນ​ໄຫວ​ຢ່າງ​ເປັນປົກກະຕິ, ມີ​ປະສິດທິ​ຜົນ​ຂອງ​ບັນດາ​ອົງການສະມາຄົມ​ມິດຕະພາບ; ການ​ແກ້​ໄຂ​ໃນ​ການ​ຍົກສູງລັກສະນະເປັນເຈົ້າການ​, ຄວາມ​ຄິດປະດິດ​ສ້າງ​ ແລະ ​ວິ​ຊາ​ຊີບ​ສໍາ​ລັບ​ພະ​ນັກ​ງານ​ທີ່​ເຮັດ​ວຽກງານການທູດປະ​ຊາ​ຊົນ ...

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.