ຂົວເຊື່ອມຕໍ່ການທູດປະຊາຊົນ

09:33 | 19/08/2024

ຍສໝ - ຄຽງ​ຄູ່​ກັບ​ວຽກ​ງານ​ການ​ພົວພັນຕ່າງປະເທດຂອງ​ພັກ, ການ​ທູດ​ຂອງລັດ, ການ​ທູດ​ປະ​ຊາ​ຊົນ​ແມ່ນ​ໜຶ່ງ​ໃນ​ສາມ​ເສົາ​ຄ້ຳ​ຂອງ​ວຽກ​ງານ​ການ​ທູດ. ​ໃນ​ອາຍຸການທີ່​ຜ່ານ​ມາ, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ບັນດາ​ຂັ້ນ​ໃນ​ແຂວງ ​ແລະ ບັນດາ​ອົງການ​ສະມາຊິກ​ໄດ້​ສຸມ​ໃສ່​ປະຕິບັດ​ວຽກ​ງານ​ການ​ທູດ​ປະຊາຊົນ ​ຕິດພັນກັບ​ການ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ສາກົນ ​ແລະ ເປີດກວ້າງການເຄື່ອນໄຫວການທູດ​ປະຊາຊົນ​ຢູ່ບໍລິເວນ​ແຂວງ.

ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ: ເປັນຂົວເຊື່ອມຕໍ່ອັນໜັກແໜ້ນໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ
ບັນດາລຸ້ນນັກສຶກສາ ຫວຽດນາມ ຢູ່ ລັດເຊຍ - ຂົວເຊື່ອມຕໍ່ມິດຕະພາບ

ຜ່ານນັ້ນ, ກໍ່ມີ​ແບບຢ່າງ ​ແລະ ວິທີການ​ປະຕິບັດ​ທີ່​ດີ​ຫຼາຍ​ຢ່າງ​ໃນ​ການ​ເຄື່ອນ​ໄຫວ​ການ​ທູດ​ປະຊາຊົນ​ຂອງ​ແຂວງ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກສູນ​ກາງ. 4 ປີ​ລຽນຕິດ (2020 ຫາ 2023), ​ແຂວງ ດົ່ງ​ນາຍ ​ໄດ້​ຮັບ​ການ​ຮັບ​ຮູ້​ວ່າ​ແມ່ນ​ຫົວໜ່ວຍ​ນຳ​ໜ້າ​ໃນ​ການ​ປະຕິບັດ​ວຽກ​ງານ​ການ​ທູດ​ປະຊາຊົນ.

ຂົວເຊື່ອມຕໍ່ການທູດປະຊາຊົນ

ນັກ​ຮຽນ​ໄດ້​ຮັບ​ລາງວັນ​ໃນ​ງານ​ແຂ່ງຂັນ​ແຕ້ມ​ຮູບ​ມິດຕະພາບ ​ຫວຽດນາມ - ຝລັ່ງ ​ແລະ ການ​ປະ​ກວດ​ເວົ້າເກັ່ງພາສາ ​ຝລັ່ງ, ​ໂດຍ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ຝລັ່ງ ຈັດ​ຕັ້ງ.

ເປັນເຈົ້າການໃນການ​ເຊື່ອມ​ໂຍງ​ກັບ​ບັນດາອົງການ​ຈັດ​ຕັ້ງ​ສາກົນ

ປະຈຸ​ບັນ, ແຂວງ​ ດົ່ງ​ນາຍ ​ໄດ້​ສ້າງ​ສາຍ​ພົວພັນ​ກັບ 60 ອົງການ​ບໍ່​ຂຶ້ນກັບ​ລັດຖະບານ​ຕ່າງປະ​ເທດ ພ້ອມ​ກັບບັນດາ​ວິ​ສາ​ຫະກິດ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ​ແລະ ສະມາຄົມ​ຕ່າງປະ​ເທດ. ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ (ສະມາຊິກ​ຄະນະກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ປະຈຳ​ແຂວງ) ​ໄດ້​ສ້າງ​ຕັ້ງ 10 ອົງການສະມາຄົມ​ມິດຕະພາບ​ທີ່​ເປັນ​ສະມາຊິກດ້ວຍສະມາຊິກສະມາຄົມ 11.000 ຄົນ ​ແລະ ສ້າງ​ສາຍ​ພົວພັນ​ອັນ​ດີງາມ​ກັບ​ສະຖານທູດ​ບັນດາ​ປະ​ເທດ​ຢູ່​ນະຄອນ ​ໂຮ່ຈີ​ມິນ.

ຕາມ​ທ່ານກຳມະການຄະນະປະຈຳ​ຄະນະ​ພັກ​ແຂວງ, ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດນາມ ​ແຂວງ ກ່າວ​ວັນ​ກວາງ ​ແລ້ວ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ທຸກ​ຂັ້ນ ​ແລະ ບັນດາ​ອົງການ​ສະມາຊິກ, ​ເຊິ່ງຫຼັກແຫຼ່ງແມ່ນສະຫະພັນບັນດາອົງການ​ມິດຕະພາບ​ແຂວງ ໄດ້​ເປັນ​ເຈົ້າ​ການ​ໃນການກໍ່ສ້າງ​ແຜນການ ​ແລະ ປະສານສົມທົບ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່, ຂົນຂວາຍ​ປະຊາຊົນ​ປະຕິບັດແຜນນະໂຍບາຍ, ​ແນວທາງ​ການ​ພົວພັນຕ່າງປະ​ເທດ​ຂອງ​ພັກ ​ແລະ ການ​ທູດ​ຂອງ​ລັດ.

​ແຕ່ລະ​ປີ, ​ແຂວງ​ກໍ່​ຈັດ​ຕັ້ງ​ລາຍການ​ພົບ​ປະ ​ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ. ໂດຍຜ່ານ​ການ​ເຄື່ອນ​ໄຫວ​ດັ່ງກ່າວ, ການ​ນຳ​ແຂວງ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ຂອງ​ແຂວງ, ໃຫ້ກຳລັງໃຈແກ່ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ບັນດາ​ຍາດຕິ​ພີ່ນ້ອງ​ມານະ​ພະຍາຍາມ​ເຮັດ​ວຽກ, ຮ່ຳຮຽນ, ປະກອບສ່ວນ​ກໍ່ສ້າງ​ສາບ້ານ​ເກີດ​ເມືອງ​ນອນ​ໃນ​ຫຼາຍ​ຮູບ​ຫຼາຍ​ແບບ.

ຄຽງຂ້າງນັ້ນ, ແຂວງ ດົ່ງນາຍ ກໍ່ໄດ້ຈັດຕັ້ງການພົບປະກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະ ບັນດາຜູ້ອຸປະຖຳໃນແຂວງ ເພື່ອແຈ້ງໃຫ້ບັນດາຄູ່ຮ່ວມມືຊາບກ່ຽວກັບໝາກຜົນແຫ່ງການນຳໃຊ້ຊັບພະຍາກອນເຂົ້າໃນການປະຕິບັດບັນດາໂຄງການ, ບໍ່ເປັນໂຄງການ ໂດຍບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ສະມາຄົມຕ່າງປະເທດ, ວິສາຫະກິດ FDI ທີ່ໃຫ້ການອຸປະຖຳ. ພ້ອມ​ກັນ​ນັ້ນ, ກໍ່ແນະ​ນຳ​ບັນດາ​ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ​ແລະ ສະມາຄົມ​ຕ່າງປະ​ເທດ​ ເຄື່ອນໄຫວ​ຕາມ​ກົດໝາຍ​ ຫວຽດນາມ.

​ໂດຍ​ໄດ້​ຮ່ວມ​ມື​ຫຼາຍ​ຄັ້ງ​ກັບ​ແຂວງ ດົ່ງ​ນາຍ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການຮັບປະກັນຊີວິດ​ສັງຄົມ, ທ່ານຫົວໜ້າ​ຜູ້ຕາງໜ້າ​ອົງການ COPION ປະຈຳ ຫວຽດນາມ Kim Jae Chul ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ​ແຂວງ​ໄດ້​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ອົງການ COPION ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ກ່ຽວຂ້ອງ.

ຕາມ​ທ່ານ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ແຂວງ ຫງວຽນ​ແທ່ງ​ຈິ໋ ​ແລ້ວ, ເມື່ອ​ໂລກ​ລະ​ບາດ ໂຄວິດ – 19 ໄດ້​ແຜ່​ລະ​ບາດ, ແຂວງ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ພະ​ນັກ​ງານ​ຂອງ​ບັນດາອົງ​ການ​ດັ່ງ​ກ່າວ​ໄດ້​ຮັບ​ການ​ສັກ​ຢາ​ປ້ອງ​ກັນ ໂຄວິດ-19 ແລະ ມອບ​ອຸ​ປະ​ກອນ​ການ​ແພດ​ໃຫ້​ບັນ​ດາ​ອົງ​ການ​ການ​ທູດຢູ່ນະຄອນ ໂຮ່ຈີມິນ. ໃນທາງກົງກັນຂ້າມ, ບັນດາວິສາຫະກິດ FDI ແລະ ສະມາຄົມຕ່າງປະເທດ ໂດຍຜ່ານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ກໍ່ໄດ້ໜູນຊ່ວຍຂອງຂວັນໃຫ້ບັນດາສະພາບການທີ່ຫຍຸ້ງຍາກໃນຊີວິດ.

ໂດຍຜ່ານນັ້ນ, ​ໃນ​ຊຸມ​ປີ​ຜ່ານມາ​, ບັນດາ​ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດກໍ່​ໄດ້​ໃຫ້​ຄຳ​ໝັ້ນ​ໝາຍ​ຈະອຸປະຖຳ​ປະມານ 600 ຕື້​ດົ່ງ ​ເພື່ອ​ປະກອບສ່ວນ​ປັບປຸງ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ຂອງ​ປະຊາຊົນ​ຢູ່​ບໍລິເວນ​.

ຮ່ວມເດີນທາງກັບຄົນຕ່າງປະເທດຢູ່ ດົ່ງນາຍ

ຄຽງ​ຄູ່​ກັບ​ການ​ຮັກສາ ​ແລະ ສ້າງ​ສາຍ​ພົວພັນ​ກັບ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານຕ່າງປະເທດ, ສະມາຄົມ​ຕ່າງປະ​ເທດ, ບັນດາ​ວິ​ສາ​ຫະກິດ FDI, ​ແຂວງ​ຍັງ​ເອົາ​ໃຈ​ໃສ່ ​ແລະ ຮ່ວມເດີນທາງກັບ​ຊາວ​ຕ່າງປະ​ເທດ​ຢູ່ ດົ່ງ​ນາຍ.

ທ່ານ ກ່າວ​ວັນ​ກວາງ ​ໃຫ້​ຮູ້​ວ່າ: ​ໃນ​ແຕ່ລະ​ປີ, ​ແຂວງລ້ວນແຕ່​​ຈັດ​ຕັ້ງ​ລາຍການພົບປະຕ້ອນຮັບບຸນປີໃໝ່ ​ແລະ Chol Chnam Thmay ​ໃຫ້ແກ່ນັກ​ສຶກສາລາວ ​ແລະ ກຳປູ​ເຈຍ ທີ່​ພວມ​ຮ່ຳຮຽນ​ຢູ່​ແຂວງ. ແຂວງຮັກສາການມອບທຶນການສຶກສາຢ່າງເຕັມສ່ວນສໍາລັບນັກສຶກສາຕ່າງປະເທດບັນດາປະເທດ. ໃນ​ໄລ​ຍະຮ່ຳ​ຮຽນ​ຢູ່ ດົ່ງ​ນາຍ, ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ໄດ້​ຮັບ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃນ​ການ​ຮ່ຳ​ຮຽນ.

ທ່ານ Yin Bunsat, ຮອງຫົວໜ້າຫ້ອງການບໍລິຫານ ຫ້ອງວ່າການອຳນາດການປົກຄອງແຂວງ Kampong Thom, ຫົວໜ້າຄະນະນຳແຂວງ Kampong Thom ພານັກຮຽນມາຮ່ຳຮຽນຢູ່ ຫວຽດນາມ ໃຫ້ຮູ້ວ່າ: ໃນໄລຍະທີ່ຜ່ານມາ ແຂວງ Kampong Thom ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ ແລະ ໜູນຊ່ວຍຈາກແຂວງ ດົ່ງນາຍ, ໃນນັ້ນ ມີການຝຶກອົບຮົມຊັບພະຍາກອນມະນຸດ. ​ແຂວງ​ Kampong Thom ​ຂໍສະແດງຄວາມຮູ້ບຸນຄຸນຢ່າງ​ຍິ່ງ​ທີ່ແຂວງ​​ໄດ້​ເອົາ​ໃຈ​ໃສ່​ ແລະ ​ໜູ​ນຊ່ວຍຕໍ່ນັກ​ສຶກສາ​ ​ກຳປູ​ເຈຍ.

ຕາມ​ທ່ານ ຫງວຽນ​ແທ່ງ​ຈິ໋ ແລ້ວ, ​ແຂວງ​ໄດ້​ດຶງ​ດູດ​ເກືອບ 1.600 ​ໂຄງການ​ຈາກ 45 ປະ​ເທດ ​ແລະ ​ເຂດ​ແຄວ້ນ​ໃນ​ໂລກ. ຄຽງ​ຄູ່​ກັບ​ບັນດາ​ໂຄງການ​ນີ້​ແມ່ນ​ບັນດາ​ນັກ​ຊ່ຽວຊານ​ຕ່າງປະ​ເທດ ​ແລະ ຊາວຫວຽດນາມ ຈຳນວນຫຼວງຫຼາຍທີ່ພວມ​ເຮັດ​ວຽກ​ຢູ່​ບັນດາ​ວິ​ສາ​ຫະກິດ FDI. ດັ່ງ​ນັ້ນ, ​ແຂວງ​ຈຶ່ງ​ເປັນເຈົ້າການ​ເຊື່ອມ​ຕໍ່​ບັນດາ​ວິ​ສາ​ຫະກິດ FDI ທີ່​ກ່ຽວຂ້ອງ​ກັບ​ແຕ່ລະ​ສະມາຄົມ​ມິດຕະພາບທີ່ເປັນ​ສະມາຊິກ​ ເພື່ອ​ສ້າງ​ຕັ້ງ​ສາຂາສະມາຄົມ ​ແລະ ພັດທະນາ​ສະມາຊິກ.

ພ້ອມ​ກັນ​ນັ້ນ, ​ເພື່ອເພີ່ມທະວີ​ປະສິດທິ​ຜົນ​ວຽກງານການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ຍູ້ແຮງ​ຂະບວນການຮ່ຳຮຽນ​ພາສາ​ຕ່າງປະ​ເທດ​ຂອງ​ບັນດາ​ສະມາຊິກ, ​ໃນ​ແຕ່ລະ​ປີ, ບັນດາສະມາຄົມ​ມິດຕະພາບທີ່ເປັນ​ສະມາຊິກ ລ້ວນແຕ່​ໄດ້​ດຳ​ເນີນ​ການ​ແຂ່ງຂັນ​ເວົ້າເກັ່ງພາສາ​ຕ່າງປະ​ເທດ ​ແລະ ຈັດ​ຕັ້ງ​ໂຄງການໃຫ້ຄຳ​ປຶກສາກ່ຍວກັບການ​ສຶກສາ​ຢູ່​ຕ່າງປະ​ເທດ​ໃຫ້​ຜູ້ປົກຄອງນັກຮຽນ , ນັກຮຽນ ແລະ ນັກສຶກສາ. ຄຽງຄູ່​ກັນ​ນັ້ນ, ເພື່ອ​ສ້າງ​ເວທີ​ປາ​ໄສ​ໃຫ້​ບັນດາ​ສະມາຊິກ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ​ຍັງໄດ້ຮັກສາການ​ຈັດ​ຕັ້ງ​ບັນດາ​ງານ​ບຸນ​ ​ແລະ ງານ​ແຂ່ງຂັນ​ສິລະ​ປະປະຈຳ​ປີ...

ສື່ມວນຊົນສືບຕໍ່ແມ່ນຂົວເຊື່ອມຕໍ່ ຫວຽດນາມ ແລະ ອິນໂດເນເຊຍ

ສື່ມວນຊົນສືບຕໍ່ແມ່ນຂົວເຊື່ອມຕໍ່ ຫວຽດນາມ ແລະ ອິນໂດເນເຊຍ

ຍສໝ - ຕອນ​ບ່າຍ​ວັນ​ທີ 4 ມັງກອນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ ຕະວັນທົງ ໄດ້ຈັດຕັ້ງການພົບປະສື່ມວນຊົນເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່ 2024. ເຂົ້າ​ຮ່ວມການພົບປະຄັ້ງນີ້ ມີ​ຜູ້​ແທນ​ຂອງ​ຫຼາຍ​ສຳ​ນັກໜັງສືພິມ ອິນ​ໂດ​ເນ​ເຊຍ ແລະ ຫວຽດນາມ.

50 ປີແຫ່ງການພົວພັນຫວຽດນາມ - ອີຕາລີ: ຂົວເຊື່ອມຕໍ່ວັດທະນະທຳຂອງປະຊາຊົນສອງປະເທດ

50 ປີແຫ່ງການພົວພັນຫວຽດນາມ - ອີຕາລີ: ຂົວເຊື່ອມຕໍ່ວັດທະນະທຳຂອງປະຊາຊົນສອງປະເທດ

ຍສໝ - ໃນ​ຂອບ​ເຂດລາຍການ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ອີ​ຕາ​ລີ 2023, ຕອນ​ຄ່ຳ​ວັນ​ທີ 11 ພະຈິກ ​ໄດ້​ຈັດຕັ້ງ​ພິທີ​ສາຍຮູບເງົາດອກມະລິ ຂອງ​ກຳກັບການສະແດງ​ ດັ້ງ​ເຍີດ​ມິງ ໃຫ້ມະຫາຊົນຊົມຢ່າງກວ້າງຂວາງ.

ມິງດຶກ

ເຫດການ
302 Found

Found

The document has moved here.