ໃນໄລຍະນີ້ສອງປະເທດລາວ ແລະຫວຽດນາມ, ແມ່ນເປັນໄລຍະທີ່ໄດ້ມີການເຄື່ອນໄຫວ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ (ວັນທີ 5 ກັນຍາ 1962 - ວັນທີ 5 ກັນຍາ 2022) ແລະວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຮອບດ້ານ ຄົບຮອບ 45 ປີ (ວັນທີ 18 ກໍລະກົດ 1977 - ວັນທີ 18 ກໍລະກົດ 2022).
ຍສໝ - ສອງວິສາຫະກິດຫວຽດນາມກໍາລັງມີການເຄື່ອນໄຫວຢູ່ກໍາປູເຈຍ ລວມມີບໍລິສັດ Viettel Cambodia (Metfone) ແລະ ບໍລິສັດນໍ້ານົນAngkor(Angkormilk)ຈໍາກັດ ໄດ້ເຊັນສັນຍາຮ່ວມມືພັດທະນາການບໍລິການໂທລະຄົມມະນາຄົມ ແລະ ຊໍາລະທາງອອນລາຍຢູ່ປະເທດນີ້ .
ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືກັບ WHO; ພ້ອມທັງສະເໜີໃຫ້ຫ້ອງການ WHO ປະຈຳທິດຕາເວັນຕົກມະຫາສະໝຸດປາຊີຟິກ ແລະ ຫ້ອງການ WHO ປະຈຳ ຫວຽດນາມ, ທ່ານປະລິນຍາເອກ Takeshi Kasai ສືບຕໍ່ຕີລາຄາສະພາບໂລກລະບາດຢ່າງທັນການ.
ວັນທີ 14 ກໍລະກົດ, ຢູ່ສຳນັກງານຄະນະກຳມະການເອີລົບ (EC), ທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສະຫະພາບ ເອີລົບ (EU) ໄດ້ປະຕິບັດພິທີກຳຢື່ນສານຕາຕັ້ງຕໍ່ທ່ານນາງປະທານ EC Ursula Von der Leyen.
ທິມ Olympic ຄະນິດສາດຫວຽດນາມ ຢືນອັບດັບທີ 4/104 ປະເທດ, ເຂດແຄ້ວນເຂົ້າຮ່ວມການເສັງ
ໃນຂອບເຂດງານບຸນຍັງດຳເນີນກອງປະຊຸມສຳມະນາ, ການໂອ້ລົມສົນທະນາກ່ຽວກັບການສຶກສາ, ທ່ອງທ່ຽວ, ກິລາ. ໃນການດຳເນີນງານບຸນ 4 ຄືນແຕ່ວັນທີ 14 – 17 ກໍລະກົດ 2022.
ບົດຂຽນໄດ້ຢັ້ງຢືນວ່າ ວົງການນັກຮຽນຮູ້ສາກົນ ໄດ້ຕີລາຄາວ່າ ຫວຽດນາມ ແມ່ນ ປະເທດມະຫາອຳນາດລະດັບກາງ” ແລະ ຕ້ອງຮັບຟັງຄຳເຫັນຂອງ “ເສືອອາຊີ” ນີ້ ໃນບັນດາບັນຫາສາກົນ.
ຍສໝ-ໂດຍການກ່າວຄຳເຫັນທີ່ການພົບປະເຈລະຈາທີ່ໄຂຂຶ້ນໃນວັນທີ 11 ກໍລະກົດ ກັບທ່ານ Santiago Cafiero, ລັດຖະມົນຕີການຕ່າງປະເທດ, ການຄ້າຕ່າງປະເທດ ແລະ ສາສະໜາ ສ.ອາເຈນຕິນາ, ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ເນັ້ນໜັກວ່າ ດ້ວຍຄວາມມານະພະຍາຍາມຂອງສອງຝ່າຍ, ການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ ແລະ ອາເຈນຕິນາ ຈະນັບມື້ນັບພັດທະນາ, ປະກອບສ່ວນສຳຄັນເຂົ້າໃນການຍົກລະດັບການພົວພັນສອງຝ່າຍເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ.
ຍສໝ-ວັນທີ 11 ກໍລະກົດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ແຫ່ງ ສປປ ລາວ ໂພໄຊ ໄຂຄຳພິທູນ ໄດ້ມີການຕ້ອນຮັບທ່ານນາງ ກ່ຽວທິຮັ່ງຟຸກ, ຫົວໜ້າສະຖານກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳ ຫຼວງພະບາງ (ລາວ).
ຍສໝ - ຊ່ວງເວລານີ້ ບົນຜືນແຜ່ນດິນທົ່ວປະເທດຫວຽດນາມ ແລະ ລາວທຸກບ່ອນໄດ້ເຕັມໄປດ້ວຍບັນຍາກາດຄືກຄື້ນປິຕິຊົມຊື່ນຂ່ຳນັບຮັບຕ້ອນຄົບຮອບ 60 ປີວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ-ລາວ (ວັນທີ 5 ກັນຍາ 1962 – ວັນທີ 5 ກັນຍາ 2022) ແລະ 45 ປີວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (ວັນທີ 18 ກໍລະກົດ 1977 – ວັນທີ 18 ກໍລະກົດ 2022). ເຄິ່ງສະຕະວັດທີ່ຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ ໂດຍປະທານໂຮ່ຈິມີນ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ກໍ່ສ້າງ, ຜ່ານບັນດາຮຸ່ນການນໍາ ແລະ ປະຊາຊົນສອງປະເທດໄດ້ອອກເຫື່ອເທແຮງ ເພີ່ມພູນຄູນສ້າງ ໄດ້ກາຍເປັນຊັບສົມບັດສ່ວນລວມອັນລໍ້າຄ່າຂອງສອງຊາດ, ເປັນປັດໄຈຮັບປະກັນຄວາມຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ.
ຍສໝ - ບໍລິສັດຜະລິດ ແລະ ຈຳໜ່າຍຊອບແວແຖວໜ້າ Kaspersky Lab (ລັດເຊຍ) ຕີລາຄາວ່າ ຫວຽດນາມ ແມ່ນປະເທດ “ປອດໄພທີ່ສຸດ” ຢູ່ອາຊີອາຄະເນ ຕໍ່ຄວາມສ່ຽງນາບຂູ່ບຸກໂຈມຕີດ້ານການເງິນແນໃສ່ບັນດາທະນາຄານ.
ຍສໝ - ໃນຕອນເຊົ້າ ວັນທີ 12 ກໍລະກົດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຕ້ອນຮັບເອກອັກຄະລັດຖະທູດໂຮນລັງ ທ່ານ Elsbeth Akkermann ແລະ ເອກອັກຄະລັດຖະທູດ ສະວິດ ທ່ານ Ivo Sieber ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ສສ ຫວຽດນາມ.
ຍສໝ - ກອງປະຊຸມຂອງສະພາທີ່ປືກສາທຸລະກິດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີພີກ - APEC (ABAC III) ຈະດຳເນີນພິທີເປີດໃນວັນທີ 27 ກໍລະກົດ ຢູ່ນະຄອນຫ້າລອງ ແຂວງກວາງນີງ.
2 ຝ່າຍໄດ້ເຫັນດີຊຸກຍູ້ການຮ່ວມມືລະຫວ່າງ 2 ພັກຢ່າງມີປະສິດທິຜົນ; ຮັກສາປະສິດທິຜົນການຮ່ວມມືໃນຂົງເຂດການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ…
ຍສໝ - ກຸ່ມບໍລິສັດຂາຍຍ່ອຍໃຫຍ່ທີ່ສຸດຂອງໄທ Central Group ມີແຜນການລົງທຶນ 30 ຕື້ ບາດສະກຸນເງິນໄທ (ເກືອບ 828 ລ້ານ ໂດລາສະຫະລັດ) ເຂົ້າຫວຽດນາມ ໃນໄລຍະ 2022-2026.
ຕອນບ່າຍວັນທີ 13 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດລາວ, ຊຶ່ງໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 6-14/ກໍລະກົດ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແບ່ງປັນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກມາທີ່ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ...
ບັນດາອົງການຂອງສະພາແຫ່ງຊາດ, ລັດຖະບານສອງປະເທດມີບົດປະກອບຄວາມເຫັນກ່ຽວກັບບົດຮຽນໃນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ; ນະໂຍບາຍເງິນຕາ, ປີການເງິນ ແລະ ການຄຸ້ມຄອງ, ຂຸດຄົ້ນຊັບພະຍາກອນທຳມະຊາດ
ຍສໝ-ໃນວັນທີ 13 – 14 ກໍລະກົດ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) ສົມທົບກັບ ອົງການການຄ້າ ຫວຽດນາມ ປະຈຳ ອານເຊຣີ ໄດ້ຈັດຕັ້ງກອງປະຊຸມພົວພັນການຄ້າແບບທາງໄກ ກ່ຽວກັບການສົ່ງເສີມການຄ້າ ແລະ ການຮ່ວມມືວິສາຫະກິດ ຫວຽດນາມ - ອານເຊຣີ 2022.
ຍສໝ-ນາມຫງວຽນ (ອາຍຸ 25 ປີ) ອາໄສຢູ່ ນະຄອນ Seattle (ລັດ Washington, ອາເມລິກາ) ເມື່ອບໍ່ດົນມານີ້ ໄດ້ຮັບລາງວັນ Diana ຍ້ອນບັນດາຄວາມພະຍາຍາມແກ້ໄຂຫຼາຍບັນດາບັນຫາສັງຄົມ, ລວມມີສຸຂະພາບດ້ານຈິດໃຈ, ບໍລິການສາທາລະນະ ແລະ ການເຂົ້າໃກ້ການສຶກສາສາກົນ, ຕາມໜັງສືພິມ The Daily Evergreen.