ຫວຽດນາມ ເຂົ້າຮ່ວມກອງປະຊຸມຄະນະກຳມະການປະສານງານ ການເຊື່ອມຕໍ່ອາຊຽນ ແລະ ເວທີປາໄສການເຊື່ອມຕໍ່ອາຊຽນ ຄັ້ງທີ 13

08:13 | 07/10/2022

ຍສໝ - ເວທີ​ປາ​ໄສ​ການເຊື່ອມ​ຕໍ່​​ອາ​ຊຽນຄັ້ງ​ທີ 13 ​ໃນ​ປີ​ນີ້​ມີ​ຫົວ​ຂໍ້​ວ່າ: “​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່ ​ມຸ່ງ​ໄປ​ສູ່​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ ຫຼັງປີ 2025 ​ແບບ​ຍືນ​ຍົງ, ຮອບດ້ານ ​ແລະ ມີຄວາມໂດດເດ່ັນ”.

ຫວຽດ​ນາມ ຕາງ​ໜ້າ ອາ​ຊຽນ ພັດ​ທະ​ນາ​ກ່າວ​ຄຳ​ເຫັນ​ທີ່​ຄະ​ນະ​ກຳ​ມະ​ການ​ບັນ​ດາ​ບັນ​ຫາ​ສັງ​ຄົມ, ມະ​ນຸດ​ສະ​ທຳ ແລະ ວັດ​ທະ​ນະ​ທຳ ຂອງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຫວຽດ​ນາມ ຕາງ​ໜ້າ ອາ​ຊຽນ ພັດ​ທະ​ນາ​ກ່າວ​ຄຳ​ເຫັນ​ທີ່​ຄະ​ນະ​ກຳ​ມະ​ການ​ບັນ​ດາ​ບັນ​ຫາ​ສັງ​ຄົມ, ມະ​ນຸດ​ສະ​ທຳ ແລະ ວັດ​ທະ​ນະ​ທຳ ຂອງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ
ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອເປີດປະຕູໃຫ້ສະຫະພັນລັດເຊຍ ສຳພັດກັບ ອາຊຽນ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອເປີດປະຕູໃຫ້ສະຫະພັນລັດເຊຍ ສຳພັດກັບ ອາຊຽນ

ກອງ​ປະຊຸມ​ຄະນະ​ກຳມະການ​ປະສານ​ງານ​ການ​ເຊື່ອມ​ຕໍ່​ອາ​ຊຽນ (ACCC) ​ແລະ ​ເວທີ​ປາ​ໄສ​ການ​ເຊື່ອມ​ຕໍ່​ອາ​ຊຽນຄັ້ງ​ທີ 13 ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ພະນົມ​ເປັນ ​ຂອງ​ກຳປູ​ເຈຍ ​ແຕ່​ວັນ​ທີ 1-4 ຕຸລາ​ນີ້. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຫາຍ​ບັ່ງ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ປະຈຳ ອາ​ຊຽນ ນຳ​ໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ.

ຫວຽດນາມ ເຂົ້າຮ່ວມກອງປະຊຸມຄະນະກຳມະການປະສານງານ ການເຊື່ອມຕໍ່ອາຊຽນ ແລະ ເວທີປາໄສການເຊື່ອມຕໍ່ອາຊຽນ ຄັ້ງທີ 13
ຫວຽດນາມ ເຂົ້າຮ່ວມກອງປະຊຸມຄະນະກຳມະການປະສານງານ ການເຊື່ອມຕໍ່ອາຊຽນ ແລະ ເວທີປາໄສການເຊື່ອມຕໍ່ອາຊຽນ ຄັ້ງທີ 13.

ທີ່​ກອງ​ປະຊຸມ​ຄະນະ​ກຳມະການ​ປະສານ​ງານ​ການ​ເຊື່ອມ​ຕໍ່​ອາ​ຊຽນຄັ້ງ​ທີ 3 ປີ 2022, ບັນດາ​ປະ​ເທດ​ໄດ້​ປຶກສາ​ຫາລື​ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ ໃນ​ຂອບ​ຂອງ​ແຜນການສັງລວມ​ການ​ເຊື່ອມ​ຕໍ່​ອາ​ຊຽນ (MPAC) 2025 ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ລາຍງານຕີລາຄາຄວາມ​ຄືບ​ໜ້າ MPAC 2025 ຄັ້ງ​ທີ 4 ເພື່ອສືບຕໍ່ເຮັດ​ໃຫ້​ສຳ​ເລັດ​ ແລະ​ ຍື່ນ​ສະ​ເໜີ​ຕໍ່​ສະພາ​ປະສານ​ງານ​ອາ​ຊຽນຄັ້ງ​ທີ 31 (ACC) ​ໃນ​ວັນ​ທີ 31 ພະຈິກ 2022. ກອງປະຊຸມຄັ້ງທີ 5 ກ່ຽວກັບກົນໄກຕິດຕາມ, ກວດກາ ແລະ ຕີລາຄາ (MRE) MPAC 2025 ເພື່ອຈັດຕັ້ງປະຕິບັດຂໍ້ລິເລີ່ມ ແລະ ໂຄງການ MPAC 2025; ປຶກສາ​ຫາລື ​ແລະ ຊອກ​ຫາ​ວິທີການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ ​ແລະ ຄວາມ​ຫຍຸ້ງຍາກ​ໃນ​ການ​ປະຕິບັດ MPAC 2025.

ຫວຽດນາມ ເຂົ້າຮ່ວມກອງປະຊຸມຄະນະກຳມະການປະສານງານ ການເຊື່ອມຕໍ່ອາຊຽນ ແລະ ເວທີປາໄສການເຊື່ອມຕໍ່ອາຊຽນ ຄັ້ງທີ 13

ທີ່​ກອງ​ປະຊຸມ​ປຶກສາ​ຫາລື​ ຂອງ​ຄະນະ​ກຳມະການ​ປະສານ​ງານ​ການເຊື່ອມ​ຕໍ່​ອາ​ຊຽນ ກັບ​ບັນດາຄູ່​ເຈລະຈາ ​ແລະ ​ຄູ່​ຮ່ວມ​ມື​ອື່ນໆ​ໄດ້​ຢືນຢັນ​ວ່າ​ ຈະ​ສືບ​ຕໍ່​ສະໜັບສະໜູນ​ອາ​ຊຽນ ​ໃນ​ການຈັດຕັ້ງ​ປະຕິບັດ​ບັນດາ​ໂຄງການ​ໃນ​ຂອບ​ເຂດ MPAC 2025, ​ກໍ່ຄື​ການ​ເຊື່ອມ​ຕໍ່​ບັນດາ​ປະ​ເທດ​ອາ​ຊຽນ ເວົ້າລວມ.

ເວທີ​ປາ​ໄສ​ການ​ເຊື່ອມ​ຕໍ່​ອາ​ຊຽນຄັ້ງ​ທີ 13 ​ໃນ​ປີ​ນີ້​ມີ​ຫົວ​ຂໍ້​ວ່າ: “​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ມຸ່ງ​ໄປ​ສູ່​ວິ​ໄສ​ທັດ​​ປະຊາ​ຄົມ​ອາ​ຊຽນ ຫຼັງປີ 2025 ​ແບບ​ຍືນ​ຍົງ, ຮອບດ້ານ ​ແລະ ມີຄວາມໂດດເດ່ັນ”. ໃນ 3 ວາລະກອງປະຊຸມປຶກສາຫາລື, ບັນດາຜູ້ແທນໄດ້ແລກປ່ຽນຂໍ້ມູນຂ່າວສານ, ຄວາມຮູ້ ແລະ ປະສົບການພິເສດ ກ່ຽວກັບວິໄສທັດເຊື່ອມຕໍ່ອາຊຽນ ພາຍຫຼັງປີ 2025; ຊຸກຍູ້​ການພົວພັນ​ຮ່ວມ​ມື ​ແລະ ການ​ຮ່ວມ​ມື​ເພື່ອຈັດຕັ້ງ​ປະຕິບັດ​ໂຄງການ MPAC 2025; ກໍ່ສ້າງພື້ນຖານໂຄງລ່າງ ແລະ ການຫັນເປັນດິຈິຕອນແບບຍືນຍົງ ເພື່ອເສີມຂະຫຍາຍການເຊື່ອມຕໍ່.

ຫວຽດນາມ ເຂົ້າຮ່ວມກອງປະຊຸມຄະນະກຳມະການປະສານງານ ການເຊື່ອມຕໍ່ອາຊຽນ ແລະ ເວທີປາໄສການເຊື່ອມຕໍ່ອາຊຽນ ຄັ້ງທີ 13

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.