ສະ​ມັດ​ຊາ​ໃຫຍ່ ເວ​ທີ​ປາ​ໄສ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ ຈະ​ດຳ​ເນີນ​ຢູ່​ແຂວງ ກວາງ​ນິງ

19:00 | 09/10/2022

ທ່ານ ຟ້າມງອກຖຸຍ, ຫົວໜ້າພະແນວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວາງນິງ ໄດ້ແບ່ງປັນວ່າ, ເຫດການນີ້ ອີກຄັ້ງໜຶ່ງ ໄດ້ຢັ້ງຢືນທີ່ຕັ້ງບົດບາດຂອງ ກວາງນິງ ເຊິ່ງເປັນບ່ອນຈັດກອງປະຊຸມໃຫຍ່ລະດັບພາກພື້ນ ແລະ ໂລກ.

ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ
ຫວຽດ​ນາມ ກຽມພ້ອມ​​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ Flanders (ແບນ​ຊິກ) ແລະ ພາກ​ພື້ນ​ແມ່​ນ້ຳ​ຂອງ ຫວຽດ​ນາມ ກຽມພ້ອມ​​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ Flanders (ແບນ​ຊິກ) ແລະ ພາກ​ພື້ນ​ແມ່​ນ້ຳ​ຂອງ
ສະມັດຊາໃຫຍ່ ເວທີປາໄສການທ່ອງທ່ຽວລະຫວ່າງພາກພື້ນ ອາຊີຕາເວັນອອກ (EATOF) ຄັ້ງທີ 17 ຈະຈັດຂຶ້ນຢູ່ແຂວງ ກວາງນິງ ແຕ່ວັນທີ 25 ຫາວັນທີ 27 ຕຸລາ(ພາບ: VOV)
ສະມັດຊາໃຫຍ່ ເວທີປາໄສການທ່ອງທ່ຽວລະຫວ່າງພາກພື້ນ ອາຊີຕາເວັນອອກ (EATOF) ຄັ້ງທີ 17 ຈະຈັດຂຶ້ນຢູ່ແຂວງ ກວາງນິງ ແຕ່ວັນທີ 25 ຫາວັນທີ 27 ຕຸລາ (ພາບ: VOV)

ນັບແຕ່ວັນທີ 25 ຫາວັນທີ 27 ຕຸລາ ຢູ່ແຂວງ ກວາງນິງ ຂອງ ຫວຽດນາມ ຈະດຳເນີນສະມັດຊາໃຫຍ່ ເວທີປາໄສການທ່ອງທ່ຽວລະຫວ່າງພາກພື້ນ ອາຊີຕາເວັນອອກ (EATOF) ຄັ້ງທີ 17, ປີ 2022 ດ້ວຍການເຂົ້າຮ່ວມຂອງຜູ້ແທນມາຈາກ 10 ປະເທດສະມາຊິກ. ທ່ານ ຟ້າມງອກຖຸຍ, ຫົວໜ້າພະແນວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວາງນິງ ໄດ້ແບ່ງປັນວ່າ, ເຫດການນີ້ ອີກຄັ້ງໜຶ່ງ ໄດ້ຢັ້ງຢືນທີ່ຕັ້ງບົດບາດຂອງ ກວາງນິງ ເຊິ່ງເປັນບ່ອນຈັດກອງປະຊຸມໃຫຍ່ລະດັບພາກພື້ນ ແລະ ໂລກ.

“ພວກຂ້າພະເຈົ້າພວມປຶກສາຫາລືກັບແຂວງສະມາຊິກວ່າ ຈະຍົກລະດັບເວທີປາໄສການທ່ອງທ່ຽວ ໃຫ້ກາຍເປັນສະຫະພັນ ແລະ ຈະເຮັດໃຫ້ກິດຈະກຳຮ່ວມມືຕ່າງໆແທດຈິງກວ່າເກົ່າ, ກາຍເປັນການກະທຳລະອຽດ ເພື່ອໂຄສະນາ ແລະ ປະກອບສ່ວນນຳການທ່ອງທ່ຽວ ຫວຽດນາມ ອອກສູ່ການທ່ອງທ່ຽວໂລກ. ພວກຂ້າພະເຈົ້າ ຫວັງວ່າ ເຫດການນີ້ ຈະສ້າງສິ່ງໂດດເດັ່ນ ແລະ ສ້າງກຳລັງການໂຄສະນາສະຖານທີ່ທ່ອງທ່ຽວຂອງ ກວາງນິງ ຢ່າງແຮງກວ່າອີກ ເພື່ອນຳມາເຊິ່ງທີ່ຕັ້ງບົດບາດໃໝ່ໃຫ້ແກ່ການທ່ອງທ່ຽວ ຫວຽດນາມ ໃນພາກພື້ນ”.

ເນື່ອງໃນໂອກາດນີ້ ຈະດຳເນີນຫຼາຍກິດຈະກຳເຄື່ອນໄຫວຄື ກອງປະຊຸມຫົວເລື່ອງສະເພາະ, ວາລະປະຊຸມຄະນະປະຈຳ EATOF; ກອງປະຊຸມສອງຝ່າຍ, ສຶກສາຫາຂໍ້ມູນ, ແນະນຳ, ໂຄສະນາການທ່ອງທ່ຽວ… ແລະ ພົ້ນເດັ່ນແມ່ນ ພິທີລົງນາມຖະແຫຼງການຮ່ວມ ສະມັດຊາໃຫຍ່ EATOF ຄັ້ງທີ 17, ຍົກອອກຂໍ້ສະເໜີແນະກ່ຽວກັບການຍົກສູງປະສິດທິຜົນການຮ່ວມມືໃນຂະແໜງທ່ອງທ່ຽວລະຫວ່າງບັນດາແຂວງສະມາຊິກຂອງ EATOF ໃນສັງກາດປົກກະຕິໃໝ່.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.