ຫຼວງພະບາງ ຈັດການເຄື່ອນໄຫວຕ່າງໆເພື່ອຂ່ຳນັບຊົມເຊີຍປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022

07:47 | 10/10/2022

ການເຄື່ອນໄຫວດັ່ງກ່າວແມ່ນນອນໃນບັນດາເຫດການເຄື່ອນໄຫວໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022.

ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ຍື່ນໜັງສືມອບສິດທາງກົງສູນ ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ຍື່ນໜັງສືມອບສິດທາງກົງສູນ
EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022 EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022
ພິທີຖີບລົດຖີບ (ພາບ: TTXVN)
ພິທີຖີບລົດຖີບ (ພາບ: TTXVN)

ຫວ່າງແລ້ວນີ້, ອຳນາດການປົກຄອງແຂວງ ຫຼວງພະບາງ ໄດ້ສົມທົບກັບສະຖານກົງສູນໃຫຍ່ ຫວຽດນາມ ປະຈຳເຂດພາກເໜືອຂອງ ລາວ ຈັດພິທີຖີບລົດຖີບ ແລະ ສາຍຮູບເງົາເອກະສານກ່ຽວກັບປະຫວັດສາດລະຫວ່າງ 2 ປະເທດ ຫວຽດນາມ - ລາວ. ກ່າວຄຳເຫັນທີ່ພິທີ, ທ່ານນາງຫົວໜ້າສະຖານກົງສູນ ຫວຽດນາມ ປະຈຳ ເຂດພາກເໜືອ ລາວ ກ່ຽວທິຮົ່ງຟຸກ ໃຫ້ຮູ້ວ່າ, ການເຄື່ອນໄຫວດັ່ງກ່າວແມ່ນນອນໃນບັນດາເຫດການເຄື່ອນໄຫວໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022 ແນໃສ່ຮັດແໜ້ນ, ເພີ່ມພູມຄູນສ້າງນ້ຳໃຈຄວາມຮັກແພງ, ການສຶກສາ, ໂຄສະນາ, ແຜ່ຂະຫຍາຍໃຫ້ປະຊາຊົນທຸກຊັ້ນວັນນະຂອງທັງ 2 ປະເທດ ແລະ ເພື່ອນມິດສາກົນ ໃຫ້ມີຄວາມເຂົ້າໃຈກ່ຽວກັບຄວາມໝາຍ, ສາຍພົວພັນໜຶ່ງບໍ່ມີສອງໃນປະຫວັດສາດແຫ່ງການພົວພັນສາກົນຂອງ 2 ປະເທດຢ່າງເລິກເຊິ່ງກວ່າ. ພິເສດ, ໃນການເຄື່ອນໄຫວຖີບລົດຖີບຄັ້ງນີ້, ບັນດາຜູ້ເຂົ້າຮ່ວມລ້ວນແຕ່ນຸງຊຸດປະເພນີປະຈຳຊາດຕົນ, ເພື່ອແນໃສ່ເຊີດຊູ, ໂຄສະນາຄວາມງາມທາງດ້ານວັດທະນະທຳຂອງ 2 ປະເທດ. ແລະກໍ່ເນື່ອງໃນໂອກາດນີ້, ໄດ້ສາຍຮູບເງົາເອກະສານ 3 ຕອນກ່ຽວກັບມູນເຊື້ອປະຫວັດສາດຂອງ 2 ຊາດ ຫວຽດນາມ - ລາວ ເພື່ອໃຫ້ປະຊາຊົນ 2 ປະເທດ, ພິເສດແມ່ນລຸ້ນໜຸ່ມຂອງ 2 ປະເທດມີຄວາມເຂົ້າໃຈກວ່າກ່ຽວກັບສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ລະຫວ່າງ 2 ຊາດ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.