ປົກປ້ອງພົນລະເມືອງຫວຽດນາມ 14 ຄົນຢູ່ຟີລິບປິນ

12:49 | 10/10/2022

ຍ​ສ​ໝ - ຫວ່າງແລ້ວນີ້, ທີ່​​ການ​ຖະ​ແຫຼງ​ຂ່າວ​ປະຈຳຂອງ​ກະຊວງ​ການ​ຕ່າງປະ​ເທດ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ການ​ປົກ​ປ້ອງ​ພົນລະ​ເມືອງ​ຫວຽດນາມ 14 ຄົນ​ຢູ່​ຟີ​ລິບ​ປິນ.

ປົກປ້ອງພົນລະເມືອງຫວຽດນາມ ຢູ່ ອູແກຣນ ປົກປ້ອງພົນລະເມືອງຫວຽດນາມ ຢູ່ ອູແກຣນ++(xື້
ຜັນຂະຫຍາຍວຽກງານ ປົກປ້ອງພົນລະເມືອງຫວຽດນາມ ຜັນຂະຫຍາຍວຽກງານ ປົກປ້ອງພົນລະເມືອງຫວຽດນາມ
ປົກປ້ອງພົນລະເມືອງຫວຽດນາມ 14 ຄົນຢູ່ຟີລິບປິນ
ປົກປ້ອງພົນລະເມືອງຫວຽດນາມ 14 ຄົນຢູ່ຟີລິບປິນ
ທ່ານ​ນາງ ເລ​ທິ​ທູ​ຮັ່ງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ

ທີ່​ການ​ປະຊຸມ​ຂ່າວ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ, ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ​ຕໍ່​ຂ່າວ​ອຳນາດ​ການ​ປົກຄອງ​ຟີ​ລິບ​ປີນ​ໄດ້​ຊ່ວຍເຫຼືອ​ຊາວ​ຫວຽດນາມ 14 ຄົນ​ທີ່​ຖືກ​ເປັນ​ຜູ້​ປະ​ສົບເຄາະ​ຮ້າຍຈາກ​ການ​ຄ້າ​ມະນຸດ ​ແລະ ຖືກ​ກັກ​ຂັງ​ຢຢູ່​ນະ​ຄອນ Paranaque, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ເລ​ທິ​ທູ​ຮັ່ງ ​ໃຫ້​ຮູ້​ວ່າ:

ພາຍຫຼັງ​ໄດ້​ຮັບ​ຂໍ້​ມູນ ​ແລະ ປະຕິບັດ​ຕາມ​ທິດ​ຊີ້​ນຳ​ຂອງ​ກະຊວງ​ການ​ຕ່າງປະ​ເທດ, ສະຖານທູດ ຫວຽດນາມ ປະຈຳ ຟີ​ລິບ​ປິນ ​ໄດ້​ຕິດ​ຕໍ່​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ຂອງ​ປະ​ເທດປະ​ຈຳ​ຖີ່ນ ​ເພື່ອ​ກວດ​ສອບ​ຂໍ້​ມູນ, ພົບປະ​ກັບ​ພົນລະ​ເມືອງ​ທີ່​ຖືກ​ຈັບ​ຕົວ​ເພື່ອ​ຊອກ​ຮູ້​​ກ່ຽວ​ກັບເຫດ​ການຕື່ມ​ອີກ, ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ປົກ​ປ້ອງ​ພົນລະ​ເມືອງ​ທີ່​ຈຳ​ເປັນເພື່ອ​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດອັນ​ຊອບ​ທຳ​ຂອງ​ພົນລະ​ເມືອງ ຫວຽດນາມ.

ປົກປ້ອງພົນລະເມືອງຫວຽດນາມ 14 ຄົນຢູ່ຟີລິບປິນ
ຄາຊີໂນແຫ່ງໜຶ່ງ ໃນ Paranaque, ຟີລິບປິນ, ວັນທີ 11 ກໍລະກົດ 2022
ປົກປ້ອງພົນລະເມືອງຫວຽດນາມ 14 ຄົນຢູ່ຟີລິບປິນ
ປົກປ້ອງພົນລະເມືອງຫວຽດນາມ 14 ຄົນຢູ່ຟີລິບປິນ
ຕຳຫຼວດ​ແຫ່ງ​ຊາດ​ຟີ​ລິບ​ປິນ (PNP) ໄດ້​ຊ່ວຍ​ເຫຼືອ​ຜູ້​ຍິງ 24 ຄົນ​ໃນ​ລະ​ຫວ່າງ​ການ​ບຸກ​ໂຈມ​ຕີ​ຢູ່​ນະ​ຄອນ Paranaque.

ຕາມ​ສະຖານທູດ​ຫວຽດນາມ ​ປະຈຳ​ຟີ​ລິບ​ປິນ​ແລ້ວ, ວັນ​ທີ 5 ຕຸ​ລາ, ພົນລະ​ເມືອງ 13/14 ຄົນ​ໄດ້​ຮັບ​ການ​ປ່ອຍ​ຕົວ. ປະຈຸ​ບັນ, ມີ​ພົນລະ​ເມືອງ 1 ຄົນ​ພວມ​ໄດ້​ຮັບ​ການ​ດູ​ແລ​ຢູ່​ສູນ​ປົກ​ປ້ອງ​ສິດທິຂອງ​ແມ່ຍິງ ​ແລະ ​ເດັກ​ຢູ່​ຟີ​ລິບ​ປິນຍ້ອນ​ເປັນພະຍາດ​ໂຄ​ວິດ-19.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.