ຊຸກຍູ້ການຮ່ວມມືລະຫວ່າງຄະນະກຳມະການສັນຕິພາບຫວຽດນາມ ແລະ ຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ

22:56 | 06/10/2022

ຍສໝ - ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ​ແລະ ​ກັນ​ໃນ​ການ​ເຄື່ອນ​ໄຫວ​ການ​ທູດ​ປະຊາຊົນຫຼາຍ​ຝ່າຍ​; ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ສະພາບ​ການ​ຂອງ​ສອງ​ປະ​ເທດ, ພາກ​ພື້ນ, ​ສາກົນ ​ແລະ 2 ຄະນະກຳມະການ; ໜູນ​ຊ່ວຍ​ການ​ຝຶກ​ອົບຮົມ, ຍົກສູງລະດັບວິຊາສະເພາະ​ໃຫ້​ແກ່​ພະນັກງານ​ທີ່​ເຮັດ​ວຽກ​ງານ​ການ​ທູດ​ປະຊາຊົນ... ນີ້​ແມ່ນ​ບາງ​ເນື້ອ​ໃນ​ຂອງ​ທິດ​ທາງ​ການ​ຮ່ວມ​ມື​ ລະຫວ່າງ​ຄະນະ​ກຳມະການ​ສັນຕິພາບ​ຫວຽດນາມ ​ແລະ ຄະນະ​ກຳມະການ​ສັນຕິພາບ ​ແລະ ​ສາມັກຄີ​ລາວ.

ສາຍໃຈ​ມິດຕະພາບ​ຜ່ານ 5 ງານບຸນມະໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ ສາຍໃຈ​ມິດຕະພາບ​ຜ່ານ 5 ງານບຸນມະໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ
ການຮ່ວມມືດ້ານປ້ອງກັນຊາຍແດນລະຫວ່າງ ຫວຽດນາມ - ລາວ ຈະກາຍເປັນຈຸດພົ້ນເດັ່ນໃນການພົວພັນການຕ່າງປະເທດດ້ານປ້ອງກັນຊາຍແດນ ການຮ່ວມມືດ້ານປ້ອງກັນຊາຍແດນລະຫວ່າງ ຫວຽດນາມ - ລາວ ຈະກາຍເປັນຈຸດພົ້ນເດັ່ນໃນການພົວພັນການຕ່າງປະເທດດ້ານປ້ອງກັນຊາຍແດນ

ຕອນ​ບ່າຍ​ວັນ​ທີ 5 ຕຸລາ, ຢູ່​ຮ່າ​ໂນ້ຍ, ທ່ານ ອວງ​ຈູ​ລຶ​ວ ອະດີດ​ກຳມະການ​ສູນ​ກາງ​ພັກ, ອະດີດ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ປະທານ​ຄະນະ​ກຳມະການ​ສັນຕິພາບ​ຫວຽດນາມ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ ສົມ​ມາດ ພົນເສນາ - ກຳມະການ​ສູນ​ກາງ​ພັກ, ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ປະທານ​ຄະນະ​ກຳມະການ​ສັນຕິພາບ ​ແລະ ສາມັກຄີ​​ລາວ ​ໃນ​ໂອກາດ​ທີ່​ ທ່ານ ສົມ​ມາດ ພົນເສນາ ​ແລະ ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ສັນຕິພາບ ​ແລະ ສາມັກຄີ​ລາວ ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ.

ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນ​ຊາບກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຕ່ລະ​ປະ​ເທດ, ​ໄດ້​ແບ່ງປັນ​ການ​ຕີ​ລາຄາ​ສະພາບ​ການ​ສາກົນ ​ແລະ ພາກ​ພື້ນ, ​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ສະພາບ​ການ​ເຄື່ອນ​ໄຫວ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ຄະນະ​ກຳມະການ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້.

ຊຸກຍູ້ການຮ່ວມມືລະຫວ່າງຄະນະກຳມະການສັນຕິພາບຫວຽດນາມ ແລະ ຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ
ທັດສະນີຍະພາບກອງ​ປະ​ຊຸມ.

ທ່ານ ທ່ານ ອວງ​ຈູລຶວ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື ​ລະຫວ່າງ​ຄະນະ​ກຳມະການ​ສັນຕິພາບ​ຫວຽດນາມ ​ແລະ ຄະນະ​ກຳມະການ​ສັນຕິພາບ ​ແລະ ສາມັກຄີ​ລາວ. ສອງຄະນະກຳມະການ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ​ແທດ​ຈິງ​ເຂົ້າ​ໃນ​ການ​ພົວພັນ​ມິດຕະພາບ​ທີ່ບໍລິສຸດຜຸດຜ່ອງ ​ແລະ ​ເລິກ​ເຊິ່ງລະຫວ່າງ ຫວຽດນາມ - ລາວ. ສອງຝ່າຍ​ໄດ້​ສ້າງ​ຕັ້ງກົນໄກ​ການ​​ແລກປ່ຽນ​ຄະນະ​ຜູ້​ແທນໝູນວຽນ​ປະຈຳ​ປີ; ແລກປ່ຽນຂໍ້ມູນຂ່າວສານຢ່າງເປັນປະຈຳ; ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຊຸກຍູ້​ການ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ໃນ​ປີ 2020-2021, ຍ້ອນ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ ໂຄວິດ - 19, ການ​ແລກປ່ຽນ​ຄະນະ​ຜູ້​ແທນບໍ່ສາມາດປະຕິບັດ​​ໄດ້, ສອງ​ຄະນະກຳມະການ​ໄດ້ຫັນປ່ຽນໄປສູ່ການ​ແລກປ່ຽນ​ທາງໂທລະສັບ, ການ​ພົບ​ປະ​ທາງ​ອອນ​ລາຍ, ​ແລກປ່ຽນ​ຈົດໝາຍ, ​ໂທລະ​ເລກ​ອວຍພອນ ​ແລະ ຢື້ຢາມຖາມຂ່າວ​ໃນ​ໂອກາດ​ບຸນ​ສຳຄັນ​ຂອງ​ສອງ​ປະ​ເທດ.

ໃນ​ປີ​ມິດຕະພາບ​ຫວຽດນາມ - ລາວ, ລາວ - ຫວຽດນາມ 2022, ທ່ານ ອວງ​ຈູລຶວ ​ໄດ້​ສະ​ເໜີ​ໃຫ້​ຄະນະ​ກຳມະການ ສອງປະ​ເທດ ​ເປັນ​ເອກະ​ພາບ​ຕັ້ງໜ້າ ​ແລະ ເປັນເຈົ້າການກວ່າອີກ ​ເພື່ອ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ນັບ​ມື້​ນັບ​ມີ​ຄວາມ​ຫຼາກ​ຫຼາຍ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ຂຶ້ນຕື່ມ.

ຄຽງ​ຂ້າງ​ການ​ສືບ​ຕໍ່​ຮັກສາ​ການ​ພົບ​ປະ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ສອງຄະນະກຳມະການ​ກໍ່​ຕ້ອງ​ເພີ່ມ​ທະວີ​ການ​ສົມທົບ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ ໃນ​ບັນດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ປະຊາຊົນຫຼາຍ​ຝ່າຍ ​ຄື: ​ເວທີ​ປາ​ໄສ​ສັງຄົມ​ໂລກ, ​ເວທີ​ປາ​ໄສ​ປະຊາຊົນ​ອາຊີ - ​ເອີ​ລົບ, ​ເວທີ​ປາ​ໄສ​ປະຊາຊົນ​ອາ​ຊຽນ...

ທ່ານ ອວງ​ຈູລຶວ ກໍ່​ໄດ້​ສະ​ເໜີ​ໃຫ້​ຄະນະ​ກຳມະການ​ສອງ​ປະ​ເທດ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ສັນຕິພາບ​ໂລກ, ​ໃນ​ນັ້ນ​ມີ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 22 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ຫວຽດນາມ ​ໃນ​ເດືອນ​ພະຈິກຈະມາເຖິງ; ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ ກ່ຽວ​ກັບ​ສະພາບ​ການ​ຂອງ​ສອງ​ປະ​ເທດ, ພາກ​ພື້ນ ​ແລະ ​ສາກົນ.

ສອງຄະນະກຳມະການ​ຈະ​ແລກປ່ຽນ​ບັນດາ​ປະສົບ​ການ​ທີ່ ກ່ຽວຂ້ອງ​ເຖິງ​ວຽກ​ງານ​ຂອງສອງຝ່າຍ​ເຊັ່ນ: ການ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງອົງການ​ຫຼາຍ​ຝ່າຍ, ບັນດາ​ອົງການ​ສັງຄົມ​ພົນລະ​ເຮືອນ, ການ​ພົວພັນ​ກັບ​ບັນດາ​ອົງການ​ບໍ່​ຂຶ້ນກັບ​ລັດຖະບານ​ຕ່າງປະ​ເທດ; ສະໜັບສະໜູນ​ການ​ຝຶກ​ອົບຮົມ ​ແລະ ຍົກສູງລະດັບວິຊາ​ສະ​ເພາະ ​ໃຫ້​ແກ່​ພະນັກງານ​ທີ່​ເຮັດວຽກກ່ຽວກັບ​ການ​ທູດ​ປະຊາຊົນ.

ຊຸກຍູ້ການຮ່ວມມືລະຫວ່າງຄະນະກຳມະການສັນຕິພາບຫວຽດນາມ ແລະ ຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ
ບັນດາຜູ້ແທນຖ່າຍຮູບທີ່ລະນຶກ.

ພິ​ເສດ, ສອງຄະນະ​ກຳມະການຈະ​ພິ​ຈາ​ລະ​ນາ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການລະອຽດເພື່ອ​ແກ້​ໄຂ​ບັນ​ຫາ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງ​ຄາມ, ການ​ທຳລາຍລູກລະເບີດທີ່ຍັງບໍ່ທັນແຕກ; ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ແນະນຳ​ວັດທະນະທຳ ​- ທ່ອງ​ທ່ຽວ​ຫວຽດນາມ ຢູ່ ​ລາວ ແລະ ກົງກັນຂ້າມ.

ໂດຍເຫັນ​ດີເປັນເອກະພາບ​ກັບ​ຄຳ​ສະເໜີ​ຂອງ​ທ່ານ​ປະທານ​ຄະນະ​ກຳມະການ​ສັນຕິພາບ​ຫວຽດນາມ, ທ່ານ ​ສົມ​ມາດ ພົນ​ເສນາ ປະທານ​ຄະນະ​ກຳມະການ​ສັນຕິພາບ​ ແລະ ສາມັກຄີ ​ລາວ ​ໃຫ້​ຮູ້​ວ່າ: ຝ່າຍ​ລາວ​ຈະ​ສືບ​ຕໍ່​ໂຄສະນາ, ສຶກສາ ​ແລະ ຮັກສາ​ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ, ​ເພີ່ມ​ທະວີ​ການພົບປະແລກປ່ຽນວັດທະນະທຳ, ສົ່ງເສີມການ​ຄ້າ ​ແລະ ການ​ທ່ອງ​ທ່ຽວ.... ທ່ານກໍ່​ປາດ​ຖະໜາ​ວ່າສອງຄະນະກຳມະການ​ຈະ​ມີຫຼາຍການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ປະຊາຊົນຕື່ມ​ອີກ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຊຸກຍູ້ການຮ່ວມມືລະຫວ່າງຄະນະກຳມະການສັນຕິພາບຫວຽດນາມ ແລະ ຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ

ການ​ນຳ​ສອງ​ຄະນະກຳມະການ​ເຊື່ອ​ໝັ້ນ​ວ່າໝາກຜົນ​ຂອງ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ ຈະ​ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື​ລະຫວ່າງສອງຄະນະ​ກຳມະການເວົ້າ​ສະ​ເພາະ ​ແລະ ປະຊາຊົນ ຫວຽດນາມ - ລາວ ​ເວົ້າ​ລວມ.

ຄຳຮຸ່ງ

302 Found

Found

The document has moved here.