ຍສໝ - ບັນດາຜູ້ແທນໄດ້ປຶກສາຫາລືຫຼາຍບັນຫາກ່ຽວກັບການສົ່ງເສີມການຄ້າ ແລະ ການຮ່ວມມືດໍາເນີນທຸລະກິດລະຫວ່າງວິສາຫະກິດ ຫວຽດນາມ ຢູ່ຕ່າງປະເທດ ກໍ່ຄືການເຊື່ອມຕໍ່ບັນດາວິສາຫະກິດ ຊາວຫວຽດນາມ ຢູ່ຕ່າງປະເທດ ກັບບັນດາວິສາຫາກິດພາຍໃນປະເທດ...
ຍສໝ - ໃນຕະລາງ THE WUR ໄດ້ຕີລາຄາບັນດາມະຫາວິທະຍາໄລໃນທົ່ວໂລກ ອີງຕາມການຄົ້ນຄ້ວາຂອງບັນດາໜ້າທີ່ຫຼັກແຫຼ່ງຂອງໂຮງຮຽນມະຫາວິທະຍາໄລ, ຕາມບັນດາດັດຊະນີວັດແທກມາດຖານເພື່ອແນໃສ່ສະໜອງບັນດາການປຽບທຽບຢ່າງຮອບດ້ານ ແລະ ມີຄວາມສະເໝີພາບ.
ຍສໝ - ສິບປີໃນການແຕ່ງຕັ້ງປະຕິບັດວຽກງານພິເສດ, “ການເປັນສາຍລັບ” ໃນເຂດຄຸ້ມຄອງຂອງສັດຕູ ເພື່ອຊ່ວຍປະເທດເພື່ອນບ້ານລາວ, ພັນເອກ ວິລະຊົນ ຫງວຽນດຶກແຫ້ງ ໄດ້ຮັບການປົກປ້ອງຂອງປະຊາຊົນ ລາວ, ໃນນັ້ນມີ ແມ່ຫອມ - ຜູ້ທີ່ໄດ້ຮັບນາມມະຍົດວິລະຊົນ ກຳລັງປະກອບອາວຸດ ຈາກພັກ, ລັດຖະບານລາວ ໃນໄລຍະຕໍ່ມາ.
ຍສໝ - ກອງປະຊຸມແມ່ນໂອກາດເພື່ອເຜີຍແຜ່ຂໍ້ມູນພື້ນຖານກ່ຽວກັບເຕັກໂນໂລຊີ blockchain ກັບຊຸມຊົນ, ເປັນເວທີປາໄສເພື່ອໃຫ້ຜູ້ຊ່ຽວຊານເພື່ອປຶກສາຫາລືດ້ານເຕັກໂນໂລຊີ, ການນໍາໃຊ້ ແລະ ພັດທະນາເຕັກໂນໂລຊີຮັບໃຊ້ການເຄື່ອນໄຫວຂອງວິສາຫະກິດ, ຄວາມຕ້ອງການຂອງປະຊາຊົນ.
ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ເນັ້ນໜັກວ່າ: ໃນສະພາບແວດລ້ອມຄວາມໝັ້ນຄົງສາກົນທີ່ສັບສົນທີ່ສຸດໃນຫຼາຍທົດສະວັດ, ບັນດາປະເທດຄວນເພີ່ມທະວີບັນດາຄວາມມານະພະຍາຍາມຂອງສາກົນໃນການຫຼຸດຜ່ອນອາວຸດ ແລະ ຕ້ານການແຜ່ຂະຫຍາຍອາວຸດນິວເຄຼຍ ເພື່ອແນໃສ່ປົກປ້ອງບັນດາຜົນງານທີ່ປະຊາຄົມສາກົນຍາດມາໄດ້ຢ່າງຫຍຸ້ງຍາກ.
ຍສໝ - ໃນໂອກາດກັບຄືນບ້ານເກີດເມືອງນອນ, ທ່ານນາງ ເຈີ່ນທິຈາງ ໄດ້ພາຄະນະສາດສະດາຈານ ແລະ ທ່ານໝໍຈາກສະຖາບັນຫົວໃຈແຫ່ງຊາດ ມາເລເຊຍ ມາຫວຽດນາມ ເພື່ອດຳເນີນພາລະກິດຜ່າຕັດຫົວໃຈເພື່ອການກຸສົນ.
ຍສໝ - ທ່ານນາງ ເລທິທູຮັ່ງ ເນັ້ນໜັກເຖິງຄວາມສຳຄັນ, ບົດບາດ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງ UNESCO ໃນການຮັບມື ແລະ ແກ້ໄຂບັນຫາທົ່ວໂລກ; ພ້ອມກັນນັ້ນ ກໍຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຕັ້ງໜ້າເຂົ້າຮ່ວມພ້ອມກັບບັນດາສະມາຊິກ UNESCO ໃນການປະຕິບັດບັນດາການເຄື່ອນໄຫວຂອງ UNESCO ໃນຂົງເຂດຕ່າງໆ.
ຫວຽດນາມ ຊົມເຊີຍ, ສົ່ງເສີມແຜນການ, ແນວຄວາມຄິດລົງທຶນເຂົ້າໃນໂຄງການພະລັງງານທົດແທນ, ພະລັງງານສະອາດຂອງກຸ່ມບໍລິສັດ AES ພ້ອມດ້ວຍບັນດາຄູ່ຮ່ວມມືທີ່ມີກຳລັງຄວາມສາມາດ ແລະ ມີອິດທິພົນຊື່ສຽງຢູ່ ຫວຽດນາມ, ສອດຄ່ອງກັບຂໍ້ກຳນົດກົດໝາຍ ແລະ ການກຳນົດທິດພັດທະນາພະລັງງານຂອງ ຫວຽດນາມ.
ສອງຝ່າຍເປັນເອກະສັນກັນພິຈາລະນາສ້າງກົນໄກການຮ່ວມມືລະຫວ່າງລັດຖະບານ, ຜັນຂະຫຍາຍໂຄງການຮ່ວມມືໃນຫຼາຍຂົງເຂດທີ່ມີຄວາມສາມາດບົ່ມຊ້ອນເຊັ່ນ ການເດີນທາງທະເລ, ຂົນສົ່ງ, ອຸດສາຫະກຳເບົາ, ພະລັງງານສະອາດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການປ່ຽນແປງໃໝ່ປະດິດຄິດສ້າງ…, ສູ້ຊົນນຳພາວົງເງິນການຄ້າສອງຝ່າຍໃຫ້ບັນລຸ 200 ລ້ານ ໂດລາສະຫະລັດ ໃນປີ 2025.
ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Sen, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຝ້າມມິງຈີງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມດ້ວຍຮູບແບບທາງໄກຈາກສະຖານທີ່ເຊື່ອມຕໍ່ຮ່າໂນ້ຍ.
ຫວ່າງແລ້ວນີ້, ຄະນະກຳມະການກ່ຽວກັບບັນດາບັນຫາເສດຖະກິດ ແລະ ການເງິນຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 77 ໄດ້ດຳເນີນວາລະປຶກສາຫາລືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ຊີວະນາໆພັນ.
ໜັງສືພິມ Agefi, ເຊິ່ງເປັນໜັງສືພິມດ້ວຍພາສາ ຝລັ່ງ ຂອງ ສະວິດ ທີ່ມີສຳນັກງານຕັ້ງຢູ່ ເຊີແນວ, ສະບັບອອກມໍ່ໆມານີ້ດ້ວຍຫົວຂໍ້ວ່າ “ຫວຽດນາມ ແມ່ນເສືອຕົວໃໝ່ຂອງ ອາຊີ” ຂອງນັກຂ່າວ Guy Mettan, ໃນນັ້ນຕີລາຄາ ຫວຽດນາມ ນັບມື້ນັບໄດ້ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ແລະ ມີບົດບາດສຳຄັນແຖວໜ້າຢູ່ ອາຊີ.
ໃນລະຫວ່າງນັທີ 3 – 7 ຕຸລາ ຢູ່ເຊີແນວ (ສະວິດ) ໄດ້ດຳເນີນສັບປະດາສ້າງຂົວເຊື່ອມຕໍ່ (BBW) 2022 ໂດຍສຸມໃສ່ເຂົ້າຫົວຂໍ້ລະດົມການເງິນໃຫ້ແກ່ການອະນຸລັກຮັກສາທຳມະຊາດ ແລະ ບັນດາເປົ້າໝາຍດິນຟ້າອາກາດ.
ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ ໄດ້ໄຂກອງປະຊຸມ ກ່ຽວກັບການປະສູດ ຫວຽດນາມ - ຝລັ່ງ ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານ ຫວຽດນາມ, ຝລັ່ງ, ແອັດສະປາຍ ແລະ ຫຼາຍປະເທດ ອາຊີ ອີກດ້ວຍ.
ຍສໝ - ປີ 2022 ແມ່ນປີທຳອິດທີ່ບັນດາຜະລິດຕະພັນເຂົ້າສານສົ່ງອອກ ມີເຄື່ອງໝາຍ “Made in Vietnam”, ໄດ້ບັນຈຸຢູ່ໃນພາຊະນະຫຸ້ມຫໍ່ຂອງວິສາຫະກິດຫວຽດນາມສະເພາະ ແລະ ໄດ້ຈົດທະບຽນຮູບແບບສາກົນ.
ຍສໝ - ຫວຽດນາມ ກໍ່ໄດ້ຮັບຄວາມຄາດວ່າ ຈະກາຍເປັນໜຶ່ງໃນຕະຫຼາດຜູ້ບໍລິໂພກໃຫຍ່ຂອງໂລກ ໃນຕົ້ນທົດສະວັດໜ້າ.
ຍສໝ - ຫວ່າງແລ້ວນີ້, ຢູ່ Warsaw, ປະຊາຄົມຊາວຫວຽດນາມ ອາໄສຢູ່ ໂປໂລຍ ໄດ້ສົມທົບກັບສະໂມສອນ ຮ່າແທ່ງ ເພື່ອສະເຫຼີມສະຫຼອງ 68 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954 – 10/10/2022).
ຍສໝ - ລັດຖະມົນຕີບັນດາປະເທດອາຊຽນຈະສຸມໃສ່ແລກປ່ຽນກ່ຽວກັບສະພາບການສຶກສາ-ກໍ່ສ້າງຂອງແຕ່ລະປະເທດ, ແບ່ງປັນບັນດາ ບົດຮຽນພຶດຕິກຳຕົວຈິງ, ບັນດາບົດຮຽນໃນການເປີດປະຕູໂຮງຮຽນ, ສິດສອນ ແລະ ຮຽນໃນໄລຍະຫຼັງພະຍາດໂຄວິດ-19.
ຍສໝ - ທ່ານນາງ Ramla Al Khalidi ເນັ້ນໜັກວ່າ ໃນບົດບາດໃໝ່ຈະສືບຕໍ່ຊຸກຍູ້ ການໜູນຊ່ວຍວິວັດການພັດທະນາຂອງ ຫວຽດນາມ, ໃນນັ້ນມີການຫຼຸດຜ່ອນ ແລະ ດັດປັບໃຫ້ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ, ແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກລູກລະເບີດທີ່ບໍ່ທັນແຕກ.
ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ: ພັກ, ລັດຍາມໃດກໍ່ຖືເປັນສຳຄັນ ແລະ ຖືການຫັນເປັນດີຈີຕອນແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມໃນວິວັດການຫັນປະເທດຊາດເປັນເປັນອຸດສາຫະກຳ, ທັນສະໄໝ