ຫວຽດນາມ ຮຽກຮ້ອງການເຂົ້າເຖິງການແກ້ໄຂບັນດາສິ່ງທ້າທາຍທີ່ກ່ຽວຂ້ອງເຖິງດິນຟ້າອາກາດ, ສິ່ງແວດລ້ອມຢ່າງຮອບດ້ານ

21:47 | 12/10/2022

ຫວ່າງແລ້ວນີ້, ຄະນະກຳມະການກ່ຽວກັບບັນດາບັນຫາເສດຖະກິດ ແລະ ການເງິນຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 77 ໄດ້ດຳເນີນວາລະປຶກສາຫາລືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ຊີວະນາໆພັນ.

ຫວຽດ​ນາມ ສຸມ​ໃສ່​ການ​​ຫັນ​ປ່ຽນ​ພະ​ລັງ​ງານ ຮັບ​ປະ​ກັນ​ກວມ​ລວມ, ຍືນ​ຍົງ, ຮອບ​ດ້ານ ຫວຽດ​ນາມ ສຸມ​ໃສ່​ການ​​ຫັນ​ປ່ຽນ​ພະ​ລັງ​ງານ ຮັບ​ປະ​ກັນ​ກວມ​ລວມ, ຍືນ​ຍົງ, ຮອບ​ດ້ານ
ເພີ່ມທະວີການຮ່ວມມືຫຼາຍດ້ານ ລະຫວ່າງຫວຽດນາມ-ກຣົວຊີ ເພີ່ມທະວີການຮ່ວມມືຫຼາຍດ້ານ ລະຫວ່າງຫວຽດນາມ-ກຣົວຊີ
ຫວຽດນາມ ຮຽກຮ້ອງການເຂົ້າເຖິງການແກ້ໄຂບັນດາສິ່ງທ້າທາຍທີ່ກ່ຽວຂ້ອງເຖິງດິນຟ້າອາກາດ, ສິ່ງແວດລ້ອມຢ່າງຮອບດ້ານ
ຫວຽດນາມ ຮຽກຮ້ອງການເຂົ້າເຖິງການແກ້ໄຂບັນດາສິ່ງທ້າທາຍທີ່ກ່ຽວຂ້ອງເຖິງດິນຟ້າອາກາດ, ສິ່ງແວດລ້ອມຢ່າງຮອບດ້ານ. ພາບ: baoquocte.vn

ກ່າວຄຳເຫັນທີ່ພິທີ, ທ່ານນາງອັກຄະລັດຖະທູດທີ່ປຶກສາ ເລທິມິງທວາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ເນັ້ນໜັກວ່າ ກ່ອນດຳເນີນບັນດາກອງປະຊຸມທີ່ກ່ຽວຂ້ອງຂອງສະຫະປະຊາຊາດທີ່ຈະມາເຖິງ, ບັນດາປະເທດຄວນຮັບປະກັນມີບາດກ້າວຄືບໜ້າທີ່ແທດຈິງໃນການປະຕິບັດຄຳໝັ້ນສັນຍາສາກົນ; ຖືມະນຸດເປັນໃຈກາງເພື່ອຮັບມືກັບບັນດາສິ່ງທ້າທາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງແວດລ້ອມ… ຜູ້ຕາງໜ້າ ຫວຽດນາມ ສະເໜີແນະບັນດາປະເທດ, ຢູ່ລະດັບຊາດ, ຈົ່ງສືບຕໍ່ສ້າງ ແລະ ປະສານສົມທົບບັນດາບັນຫາການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ ແລະ ຊີວະນາໆພັນເຂົ້າໃນກອບກົດໝາຍ, ນະໂຍບາຍ ແລະ ແຜນການກະທຳທີ່ກ່ຽວຂ້ອງ. ພ້ອມກັນນັ້ນ, ເລື່ອງນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ໃນຍຸດທະສາດການພັດທະນາແບບຍືນຍົງລະດັບຊາດ ກໍ່ມີຄວາມຈຳເປັນທີ່ສຸດ.

ໄຊພອນ

ເຫດການ
302 Found

Found

The document has moved here.