ຊຸກຍູ້ການພົວພັນຫວຽດນາມ-ສະຫະປະຊາຊາດ

07:26 | 12/10/2022

ຍສໝ - ທ່ານນາງ Ramla Al Khalidi ເນັ້ນໜັກວ່າ ໃນບົດບາດໃໝ່ຈະສືບຕໍ່ຊຸກຍູ້ ການໜູນຊ່ວຍວິວັດການພັດທະນາຂອງ ຫວຽດນາມ, ໃນນັ້ນມີການຫຼຸດຜ່ອນ ແລະ ດັດປັບໃຫ້ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ, ແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກລູກລະເບີດທີ່ບໍ່ທັນແຕກ.

45 ປີ ແຫ່ງການພົວພັນ ຫວຽດນາມ - ສະຫະປະຊາຊາດ: ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ເພື່ອສັນຕິພາບ, ຮ່ວມມື ແລະພັດທະນາ 45 ປີ ແຫ່ງການພົວພັນ ຫວຽດນາມ - ສະຫະປະຊາຊາດ: ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ເພື່ອສັນຕິພາບ, ຮ່ວມມື ແລະພັດທະນາ
ສະຫະປະຊາຊາດ ປາດຖະໜາຢາກໃຫ້ຫວຽດນາມ ເຂົ້າຮ່ວມບັນດາການ ເຄື່ອນໄຫວຮັກສາສັນຕິພາບເລິກເຊິ່ງກວ່າອີກ ສະຫະປະຊາຊາດ ປາດຖະໜາຢາກໃຫ້ຫວຽດນາມ ເຂົ້າຮ່ວມບັນດາການ ເຄື່ອນໄຫວຮັກສາສັນຕິພາບເລິກເຊິ່ງກວ່າອີກ

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຫາກໍ່ມີການເຮັດວຽກກັບທ່ານນາງ Ramla Al Khalidi ຫົວໜ້າຜູ້ຕາງໜ້າໂຄງການເພື່ອ ສປຊ ພັດທະນາ ປະຈຳ ຫວຽດນາມ (UNDP).

ຊຸກຍູ້ການພົວພັນຫວຽດນາມ-ສະຫະປະຊາຊາດ
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ແລະທ່ານນາງ Ramla Al Khalidi. ພາບ: thoidai.com.vn
ຊຸກຍູ້ການພົວພັນຫວຽດນາມ-ສະຫະປະຊາຊາດ
ຊຸກຍູ້ການພົວພັນຫວຽດນາມ-ສະຫະປະຊາຊາດ
ຊຸກຍູ້ການພົວພັນຫວຽດນາມ-ສະຫະປະຊາຊາດ

ທີ່ການເຮັດວຽກ, ທ່ານນາງ Ramla Al Khalidi ຢັ້ງຢືນວ່າ ຕົນເອງມີຄວາມຮູ້ສຶກດີໃຈເມື່ອໄດ້ມາຮັບໜ້າທີ່ເປັນຫົວໜ້າຜູ້ຕາງໜ້າອົງການ UNDP ປະຈຳ ຫວຽດນາມ, ທ່ານນາງເນັ້ນໜັກວ່າໃນບົດບາດໃໝ່ຈະສືບຕໍ່ຊຸກຍູ້ການໜູນຊ່ວຍວິວັດການພັດທະນາຂອງ ຫວຽດນາມ, ໃນນັ້ນມີການຫຼຸດຜ່ອນ ແລະ ດັດປັບໃຫ້ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດທີ່ບໍ່ທັນແຕກ. ກ່ຽວກັບການຢ້ຽມຢາມຫວຽດນາມ ໃນໄລຍະຈະມາເຖິງຂອງ ທ່ານເລຂາທິການໃຫຍ່ ສປຊ Antonio Guterres, ທ່ານນາງ Ramla Al Khalidi ເຊື່ອໝັ້ນວ່າ ທ່ານເລຂາທິການໃຫຍ່ ສປຊ ຈະສືບຕໍ່ມີສານຢ່າງແຮງ ເພື່ອໜູນຊ່ວຍຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ສ່ວນທ່ານ ດັ້ງຮ່ວາງຢາງ ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ ທ່ານນາງ Ramla Al Khalidi ໄດ້ມາຮັບໜ້າທີ່ເປັນຫົວໜ້າຜູ້ຕາງໜ້າອົງການ UNDP ຄົນໃໝ່ ຢູ່ ຫວຽດນາມ, ທ່ານກໍ່ຫວັງວ່າ UNDP ຈະສືບຕໍ່ຮ່ວມເດີນທາງກັບຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ເພີ່ມທະວີການແບ່ງປັນ ປະສົບການ, ໃຫ້ຄຳປຶກສາ, ໜູນຊ່ວຍການສ້າງນະໂຍບາຍເສດຖະກິດ, ສັງຄົມ, ສ້າງກຳລັງຄວາມສາມາດ, ໜູນຊ່ວຍການປະຕິບັດບັນດາເປົ້າໝາຍເຊິ່ງ ຫວຽດນາມ ໄດ້ຍົກອອກຢູ່ກອງປະຊຸມ COP – 26.

ບູນມີ

302 Found

Found

The document has moved here.