ຫວຽດນາມ ເພີ່ມທະວີການຮ່ວມມືກັບບັນດາປະເທດອາຊຽນ ເພື່ອແນໃສ່ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ເພີ່ມທະວີສິດໃຫ້ແມ່ຍິງ

11:38 | 13/10/2022

ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Sen, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຝ້າມມິງຈີງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມດ້ວຍຮູບແບບທາງໄກຈາກສະຖານທີ່ເຊື່ອມຕໍ່ຮ່າໂນ້ຍ.

ຫວຽດນາມ ນັບມື້ນັບໄດ້ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ແລະ ມີບົດບາດສຳຄັນແຖວໜ້າ ຢູ່ ອາຊີ ຫວຽດນາມ ນັບມື້ນັບໄດ້ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ແລະ ມີບົດບາດສຳຄັນແຖວໜ້າ ຢູ່ ອາຊີ
ປະ​ຊາ​ຄົມ​ພັດ​ທະ​ນາ​ສາ​ກົນ ມີ​ຄວາມ​ສົນ​ໃຈຕໍ່​ຍຸດ​ທະ​ສາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ ຂອງ ຫວຽດ​ນາມ ປະ​ຊາ​ຄົມ​ພັດ​ທະ​ນາ​ສາ​ກົນ ມີ​ຄວາມ​ສົນ​ໃຈຕໍ່​ຍຸດ​ທະ​ສາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ ຂອງ ຫວຽດ​ນາມ
ທ່ານນາຍົກລັດຖະມົນຕີຝ້າມມິງຈີງ ກ່າວຄຳເຫັນທີ່ກອງປະຊຸມ
ທ່ານນາຍົກລັດຖະມົນຕີຝ້າມມິງຈີງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນບ່າຍວັນທີ 12 ຕຸລາ, ຢູ່ກຳປູເຈຍ, ໄດ້ໄຂກອງປະຊຸມສຸດຍອດການນຳເພດຍິງອາຊຽນຄັ້ງທີ 2 ດ້ວຍຫົວຂໍ້ວ່າ "ສ້າງອະນາຄົດທີ່ຍືນຍົງ, ກວມລວມ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປຸກລຸກຄວາມສາມາດບົ່ມຊ້ອນດ້ານການປະກອບການຂອງແມ່ຍິງພາຍໃນອາຊຽນ". ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Sen, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຝ້າມມິງຈີງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມດ້ວຍຮູບແບບທາງໄກຈາກສະຖານທີ່ເຊື່ອມຕໍ່ຮ່າໂນ້ຍ.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ Hunsen, ທ່ານນາຍົກລັດຖະມົນຕີຝ້າມມິງຈີງ ແລະ ການນຳຫຼາຍທ່ານໄດ້ຕີລາຄາສູງຜົນສຳເລັດຂອງຂໍ້ລິເລີ່ມ, ຖືວ່ານີ້ແມ່ນຂີດໝາຍສຳຄັນສະແດງໃຫ້ເຫັນຄຸນຄ່າ ແລະ ບົດບາດຫຼັກແຫຼ່ງຂອງແມ່ຍິງໃນການພັດທະນາເສດຖະກິດ - ສັງຄົມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຝ້າມມິງຈີງ ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງຫວຽດນາມ ໃນການຮ່ວມມືກັບບັນດາປະເທດ ອາຊຽນ ເພື່ອແນໃສ່ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ເພີ່ມທະວີສິດໃຫ້ແກ່ແມ່ຍິງ, ປະກອບສ່ວນສ້າງອະນາຄົດທີ່ນັບມື້ນັບຍືນຍົງ, ກວມລວມ ແລະ ສ້າງຄວາມເຂັ້ມແຂງໂດຍຕົນເອງຂອງພາກພື້ນ ແລະ ໃນໂລກ.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.