ຫວຽດນາມ ເປັນປະທານຈັດຕັ້ງກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 12

07:31 | 12/10/2022

ຍສໝ - ລັດຖະມົນຕີບັນດາປະເທດອາຊຽນຈະສຸມໃສ່ແລກປ່ຽນກ່ຽວກັບສະພາບການສຶກສາ-ກໍ່ສ້າງຂອງແຕ່ລະປະເທດ, ແບ່ງປັນບັນດາ ບົດຮຽນພຶດ​ຕິ​ກຳຕົວຈິງ, ບັນດາບົດຮຽນໃນການເປີດປະຕູໂຮງຮຽນ, ສິດສອນ ແລະ ຮຽນໃນໄລຍະຫຼັງພະຍາດໂຄວິດ-19.

ຫວຽດນາມ ຍູ້ແຮງການຫັນເປັນດີຈີຕອນ, ພັດທະນາພື້ນຖານເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ແລະ ພົນລະເມືອງດີຈີຕອນ ຫວຽດນາມ ຍູ້ແຮງການຫັນເປັນດີຈີຕອນ, ພັດທະນາພື້ນຖານເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ແລະ ພົນລະເມືອງດີຈີຕອນ
ຫວຽດນາມ ຍາດໄດ້ຄວາມໄວ້ເນື້ອເຊື່ອໃຈຈາກສາກົນຍ້ອນການປະກອບສ່ວນຢ່າງມີຄວາມຮັບຜິດຊອບ ຫວຽດນາມ ຍາດໄດ້ຄວາມໄວ້ເນື້ອເຊື່ອໃຈຈາກສາກົນຍ້ອນການປະກອບສ່ວນຢ່າງມີຄວາມຮັບຜິດຊອບ

ໃນລະຫວ່າງວັນທີ 11-14 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ດ້ວຍບົດບາດເປັນປະທານໝູນວຽນຂອງການຮ່ວມມືດ້ານສຶກສາອາຊຽນ ອາຍຸການ 2022-2023 ຈະເປັນປະທານຈັດຕັ້ງກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 12 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງດ້ວຍ ການເຂົ້າຮ່ວມຂອງ 10 ປະເທດສະມາຊິກອາຊຽນ ແລະ 8 ປະເທດຄູ່ຮ່ວມມື.

ຫວຽດນາມ ເປັນປະທານຈັດຕັ້ງກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 12
ທ່ານ ຫງວຽນກີມເຊີນ ລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງ ຈະເປັນປະທານກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 12.
ຫວຽດນາມ ເປັນປະທານຈັດຕັ້ງກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 12
ຫວຽດນາມ ເປັນປະທານຈັດຕັ້ງກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 12

ຫວຽດນາມ ເປັນປະທານຈັດຕັ້ງກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 12

ກອງປະຊຸມລັດຖະມົນຕີສຶກສາອາຊຽນ ຄັ້ງທີ 12 ຈະຈັດຕັ້ງໃນວັນທີ 13 ຕຸລາ ຢ່າງເປັນທາງການໂດຍທ່ານ ຫງວຽນກີມເຊີນ ລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມ ເປັນປະທານ, ມີການເຂົ້າຮ່ວມ ແລະ ກ່າວຄໍາເຫັນຊີ້ນຳ ຂອງຜູ້ຕາງໜ້າການນໍາລັດຖະບານຫວຽດນາມ. ເຂົ້າຮ່ວມກອງປະຊຸມມີລັດຖະມົນຕີກະຊວງສຶກສາ, ຜູ້ຕາງໜ້າທີ່ຮັບຜິດຊອບວຽກງານການສຶກສາຂອງບັນດາປະເທດອາຊຽນ, ຜູ້ຕາງໜ້າຄະນະເລຂາທິການອາຊຽນ, ຄະນະເລຂາທິການອົງການລັດຖະມົນຕີການສຶກສາບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (SEAMEO) ແລະ ຜູ້ອໍານວຍການເຄືອຂ່າຍບັນດາມະຫາວິທະຍາໄລ ອາຊີຕາເວັນອອກສ່ຽງໃຕ້ (AUN).

ທີ່ກອງປະຊຸມຄັ້ງນີ້, ລັດຖະມົນຕີບັນດາປະເທດອາຊຽນຈະສຸມໃສ່ແລກປ່ຽນກ່ຽວກັບສະພາບການສຶກສາ-ກໍ່ສ້າງຂອງແຕ່ລະປະເທດ, ແບ່ງປັນບັນດາບົດຮຽນພຶດ​ຕິ​ກຳຕົວຈິງ, ບັນດາບົດຮຽນໃນການເປີດປະຕູໂຮງຮຽນ, ສິດສອນ ແລະ ຮຽນໃນໄລຍະຫຼັງພະຍາດໂຄວິດ-19. ກອງປະຊຸມກໍ່ຈະອັບເດດສະພາບການຜັນຂະຫຍາຍບັນດາການເຄື່ອນໄຫວໃນຂອບເຂດແຜນການກະທໍາການສຶກສາອາຊຽນ ໄລຍະ 2021-2025.

ນັບແຕ່ເມື່ອການຮ່ວມມືດ້ານການສຶກສາໃນອາຊຽນ ໄດ້ຮັບການສ້າງຕັ້ງໃນປີ 2006, ກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມ ຍາມໃດກໍ່ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວ, ລາຍການຮ່ວມມືລວມ, ວາງອອກບັນດາຂໍ້ລິເລີ່ມປະກອບສ່ວນໃຫ້ແກ່ການພັດທະນາການຮ່ວມມືຂະແໜງວິຊາສະເພາະໃນອາຊຽນ. ຫວຽດນາມ ກໍ່ຊຸກຍູ້ການຮ່ວມມືດ້ານສຶກສາກັບກວ່າ 100 ປະເທດ, ເຂດແຄ້ວນ ແລະ ຫຼາຍອົງການສາກົນຢ່າງບໍ່ຢຸດຢັ້ງ.

ພາຍຫຼັງຮັບບົດບາດເປັນປະທານໝູນວຽນຂອງການຮ່ວມມືດ້ານສຶກສາອາຊຽນຈາກກະຊວງສຶກສາຟີລິບປິນ, ກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມ ກໍໄດ້ສົມທົບກັບຄະນະເລຂາທິການອາຊຽນ, UNESCO ແລະ UNICEF ກໍານົດຫົວຂໍ້ຫຼັກຂອງອາຍຸການ 2022-2023 ແມ່ນ: “ມານະພະຍາຍາມ ລວມເພື່ອສ້າງຮູບແບບການຮຽນຄືນໃໝ່ ແລະ ເພີ່ມທະວີຄວາມສາມາດ ປັບຕົວຂອງລະບົບການສຶກສາໃນພາກພື້ນອາຊຽນ ແລະ ໃນສະພາບການໃໝ່ກວ່າອີກ”.

ບູນມີ

ເຫດການ
302 Found

Found

The document has moved here.