ເຂົ້າສານຫວຽດນາມ ພິຊິດຕະຫຼາດສາກົນດ້ວຍຍີ່ຫໍ້ສະເພາະ

12:00 | 12/10/2022

ຍສໝ - ປີ 2022 ແມ່ນ​ປີ​ທຳ​ອິດ​ທີ່​ບັນ​ດາ​ຜະ​ລິດ​ຕະ​ພັນ​ເຂົ້າ​ສານ​ສົ່ງ​ອອກ ​ມີ​ເຄື່ອງ​ໝາຍ “Made in Vietnam”, ໄດ້ບັນ​ຈຸ​ຢູ່​ໃນພາຊະນະຫຸ້ມຫໍ່ຂອງ​ວິ​ສາ​ຫະ​ກິດ​ຫວຽດ​ນາມສະເພາະ ແລະ ​ໄດ້​ຈົດ​ທະ​ບຽນ​ຮູບ​ແບບ​ສາ​ກົນ.

ເຂົ້າສານ ST 25 ແຊບ​ທີ່​ສຸດ​ໃນ​ໂລກ​ຂອງ ຫວຽດ​ນາມ ມີ​ຂາຍ​ຢູ່​ຍີ່​ປຸ່ນ ເຂົ້າສານ ST 25 ແຊບ​ທີ່​ສຸດ​ໃນ​ໂລກ​ຂອງ ຫວຽດ​ນາມ ມີ​ຂາຍ​ຢູ່​ຍີ່​ປຸ່ນ
ມອບເຂົ້າສານ 200 ລ້ານໂຕນໜູນຊ່ວຍ ຟີລິບປິນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Rai ມອບເຂົ້າສານ 200 ລ້ານໂຕນໜູນຊ່ວຍ ຟີລິບປິນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Rai

ຍ້ອນ​ມີ​ຄຸນ​ນະພາ​ບ ​ແລະ ​ເຄື່ອງ​ໝາຍສະເພາະ ນັບ​ມື້​ນັບ​ໄດ້​ຮັບ​ການ​ຢັ້ງຢືນ, ​ໃນ​ໄລຍະ​ຜ່ານ​ມາ, ​ເຂົ້າສານ​ຍີ່​ຫໍ້​ຫວຽດນາມ ​ໄດ້​ສືບ​ຕໍ່​ເປີກດກວ້າງອັດຕາ​ສ່ວນ​ກວມໃນ​ຫຼາຍ​ຕະຫຼາດ​ສາກົນ, ​ໃນ​ນັ້ນ​ມີ​ຫຼາຍ​ຕະຫຼາດ​ທີ່​ທັນ​ສະ​ໄໝ. ຕາມ​ນັ້ນ​ແລ້ວ, ບໍ່​ພຽງ​ແຕ່​ໄດ້ປະກົດຕົວໃນຄາບ​ອາຫານ​ທ່ຽງ​ຢູ່​ສຳນັກງານ​ຄະນະ​ລັດຖະບານ​ຍີ່ປຸ່ນ​ເທົ່າ​ນັ້ນ, ​ເຂົ້າສານ​ຍີ່ຫໍ້ຂອງ​ຫວຽດນາມ ກໍ່​ຍັງ​ມີວາງຂາຍຢູ່​ຮ້ານ​ຊຸບ​ເປີ​ມາ​ເກັດ​ ຂອງ​ຝະລັ່ງ ​ແລະ ຈະໄດ້​ນຳ​ໄປ​ຂາຍ​ຢູ່​ເຢຍລະ​ມັນ ​ແລະ ອາ​ເມ​ລິ​ກາ​ ໃນ​ໄລຍະຈະມາເຖິງ.

ເຂົ້າສານຫວຽດນາມ ພິຊິດຕະຫຼາດສາກົນດ້ວຍຍີ່ຫໍ້ສະເພາະ

ຕາມ​ຫ້ອງການ​ການ​ຄ້າ​ຫວຽດນາມ​ປະຈຳ​ຍີ່ປຸ່ນ​ແລ້ວ, ​ໃນ​ຕົ້ນ​ເດືອນ​ກັນຍາ​ນີ້, ​ເປັນ​ຄັ້ງ​ທຳ​ອິດ, ເຂົ້າຜັດທີ່​ນຳ​ໃຊ້​ເຂົ້າສານ ST25, ​ເຄື່ອງໝາຍ “Made in Vietnam” ​ໄດ້​ກາຍ​ເປັນ​ອາຫານ​ທ່ຽງ​ພິ​ເສດ ​ຢູ່​ສຳນັກງານຄະນະ​ລັດຖະບານ​ຍີ່ປຸ່ນ. ​ເພື່ອ​ນຳ​ເຂົ້າ​ສານ ST25 ​ເຂົ້າ​ຕະຫຼາດ​ຍີ່ປຸ່ນ, ວິ​ສາ​ຫະກິດ​ຫວຽດນາມ ຕ້ອງ​ບັນລຸ​ມາດຕະຖານ​ເຕັກນິກທີ່​ເຂັ້ມ​ງວດ ເຊິ່ງປະກອບມີກວ່າ 600 ມາດຕະຖານ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ສູງ​ຂອງ​ປະ​ເທດ​ນີ້. ນີ້​ແມ່ນ​ຄວາມ​ມານະ​ພະຍາຍາມ​ອັນ​ໃຫຍ່​ຫຼວງ​ ຂອງ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ພາຍຫຼັງ 1 ປີ​ແຫ່ງ​ການ​ເຈລະຈາ​ກັບ​ຝ່າຍ ຍີ່ປຸ່ນ.

ເຂົ້າສານຫວຽດນາມ ພິຊິດຕະຫຼາດສາກົນດ້ວຍຍີ່ຫໍ້ສະເພາະ
ເຂົ້າສານຫວຽດນາມ ພິຊິດຕະຫຼາດສາກົນດ້ວຍຍີ່ຫໍ້ສະເພາະ.

ໂດຍສືບຕໍ່ຜົນສຳເລັດດັ່ງກ່າວ, ໃນເດືອນກັນຍາ, ຜະລິດຕະພັນເຂົ້າສານ ຫວຽດນາມ ຍີ່ຫໍ້ “Com Vietnam Rice” ຂອງກຸ່ມບໍລິສັດ Loc Troi ທີ່ສົ່ງອອກຜ່ານ TT Foods ໄດ້ສຳເລັດການແຊກຊຶມເຂົ້າຕະຫຼາດຂາຍຍ່ອຍ E.Leclerc ຊັ້ນນຳຂອງຝລັ່ງ. ກ່ອນ​ນັ້ນ, “Com Vietnam Rice” 500 ​ໂຕນ ກໍ່ໄດ້ວາງ​ຢູ່​ຊັ້ນວາງຂາຍ​ຂອງ​ລະບົບ Carrefour ທີ່​ມີ​ຊື່​ສຽງ​ຢູ່​ຝະລັ່ງ.

ໃນໄລຍະ 20 ກວ່າປີຜ່ານມາ, ເຂົ້າສານຂອງຫວຽດນາມ ໄດ້ສົ່ງອອກພຽງແຕ່ໃນຮູບແບບຖົງ/ເປົາທຳມະດາ ທີ່ບໍ່ມີກາຊື່ ຫຼື ຫຸ້ມຫໍ່ດ້ວຍຊື່ຍີ່ຫໍ້ຂອງຜູ້ນໍາເຂົ້າຈາກຕ່າງປະເທດ. ປີ 2022 ແມ່ນ​ປີ​ທຳ​ອິດ​ທີ່​ບັນ​ດາ​ຜະ​ລິດ​ຕະ​ພັນ​ເຂົ້າ​ສານ​ສົ່ງ​ອອກ​ ໄດ້​ມີ​ເຄື່ອງ​ໝາຍ “Made in Vietnam”, ຫຸ້ມ​ຫໍ່ດ້ວຍຍີ່ຫໍ້ສະເພາະ​ຂອງ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ແລະ ໄດ້​ລົງ​ທະ​ບຽນ​ຮູບແບບ​ສາ​ກົນ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ​ໃນ​ເມື່ອ​ກ່ອນ, ​ເຂົ້າສານ ຫວຽດນາມ ​ທີ່ສົ່ງອອກໄປ​ຍັງ​ໂລກ​ຕົ້ນຕໍ​ແມ່ນການຂາຍແບບທົ່ວໄປ, ​ແຕ່​ປະຈຸ​ບັນ, ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ນີ້​ນັບ​ມື້​ນັບ​ດີ​ຂຶ້ນ ອັນໄດ້​ດຶງ​ດູດ​ຜູ້​ບໍລິ​ໂພ​ກຊັ້ນສູງ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ເຂົ້າສານຫວຽດນາມ ພິຊິດຕະຫຼາດສາກົນດ້ວຍຍີ່ຫໍ້ສະເພາະ

ປະຈຸ​ບັນ, ຫວຽດນາມ ​ແມ່ນ​ປະ​ເທດ​ສົ່ງ​ອອກ​ເຂົ້າ​ໃຫຍ່​ອັນ​ດັບ 3 ​ໃນ​ໂລກ, ຖັດຈາກ ອິນ​ເດຍ ​ແລະ ​ໄທ. ປະລິມານສົ່ງອອກແຕ່ລະປີແມ່ນປະມານ 6-6,5 ລ້ານໂຕນ, ກວມເອົາ 7,8% ຂອງການຊື້ຂາຍການຄ້າທົ່ວໂລກ. ປະຈຸ​ບັນ, ເຂົ້າ​ຫວຽດນາມ ​ຍັງ​ໄດ້​ສົ່ງ​ອອກ​ໄປ​ຍັງ 28 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ, ​ຂະຫຍາຍ​ໄປ​ທົ່ວ​ທຸກ​ທະວີບ, ພິ​ເສດ​ແມ່ນ​ອາຊີ ​ແລະ ​ເອີ​ລົບ.

ເພື່ອ​ໃຫ້​ເຂົ້າ​ສານ​ຄຸນ​ນະພາ​ບສູງ​ຂອງ​ຫວຽດນາມ ສືບ​ຕໍ່​ຢືນຢັນ​ທີ່​ຕັ້ງ​ຂອງ​ຕົນ, ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ມອບ​ໃຫ້​ກະຊວງ​ກະສິກຳ ​ແລະ ພັດທະນາຊົນນະບົດ ກໍ່ສ້າງ​ໂຄງການ​ຜະລິດ​ແບບ​ຍືນ​ຍົງ 1 ລ້ານ​ເຮັກຕາ ​ເພື່ອການ​ປູກ​ເຂົ້າ​ຄຸນ​ນະພາ​ບສູງ​ ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ໂດຍສະເພາະ. ຕາມແຜນ​ຮ່າງ​ເບື້ອງ​ຕົ້ນ, ​ເນື້ອ​ທີ່​ປູກ​ເຂົ້າ​ຄຸນ​ນະພາ​ບສູງ​ປະມານ 1 ລ້ານ​ເຮັກຕາ​ຈະ​ປູກ​ຢູ່​ບັນດາ​ແຂວງ ດົ່ງທາບ, ລອງ​ອານ, ອານ​ຢາງ ​ແລະ ​ສ່ວນໜື່ງຢູ່ແຂວງ​ກຽນ​ຢາງ ເກິ່ນເທີ.

ເຂົ້າສານຫວຽດນາມ ພິຊິດຕະຫຼາດສາກົນດ້ວຍຍີ່ຫໍ້ສະເພາະ
ເຂົ້າສານຫວຽດນາມ ພິຊິດຕະຫຼາດສາກົນດ້ວຍຍີ່ຫໍ້ສະເພາະ
ເຂົ້າສານຫວຽດນາມ ພິຊິດຕະຫຼາດສາກົນດ້ວຍຍີ່ຫໍ້ສະເພາະ
ເຂົ້າສານຫວຽດນາມ ພິຊິດຕະຫຼາດສາກົນດ້ວຍຍີ່ຫໍ້ສະເພາະ
ເຂົ້າສານຫວຽດນາມ ພິຊິດຕະຫຼາດສາກົນດ້ວຍຍີ່ຫໍ້ສະເພາະ

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.