ບັນດາຜູ້ຊ່ຽວຊານອົດສະຕາລີ ຕີລາຄາຢ່າງຕັ້ງໜ້າກ່ຽວກັບແງ່ຫວັງຂອງພື້ນຖານເສດຖະກິດຫວຽດນາມ

07:52 | 12/10/2022

ຍສໝ - ຫວຽດນາມ ​ກໍ່ໄດ້ຮັບຄວາມ​ຄາດ​ວ່າ​ ຈະ​ກາຍ​ເປັນ​ໜຶ່ງ​ໃນ​ຕະຫຼາດ​ຜູ້​ບໍລິ​ໂພ​ກ​ໃຫຍ່​ຂອງ​ໂລກ ​ໃນ​ຕົ້ນ​ທົດ​ສະ​ວັດ​ໜ້າ.

AVPI:ເສດຖະກິດຫວຽດນາມ ຟື້ນຕົວຢ່າງເຂັ້ມແຂງ ພາຍຫຼັງໂລກລະບາດໂຄວິດ-19 AVPI:ເສດຖະກິດຫວຽດນາມ ຟື້ນຕົວຢ່າງເຂັ້ມແຂງ ພາຍຫຼັງໂລກລະບາດໂຄວິດ-19
ທະນາຄານ Standard Chartered ຄາດຄະເນວ່າ GDP ຂອງຫວຽດນາມ ຈະເຕີບໂຕ 6,7% ໃນປີ 2022. ທະນາຄານ Standard Chartered ຄາດຄະເນວ່າ GDP ຂອງຫວຽດນາມ ຈະເຕີບໂຕ 6,7% ໃນປີ 2022.

ພາຍຫຼັງ 2 ປີ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກ​ໂລກ​ລະບາດ​ໂຄ​ວິດ-19 ​ແລະ ສະພາບ​ການ​ໂລກ​ບໍ່​ເປັນປົກກະຕິ, ປະຈຸ​ບັນ, ພື້ນຖານ​ເສດຖະກິດ​ຫວຽດນາມ ພວມຢູ່ໃນທ່າ​ຟື້ນ​ຟູ ​ແລະ ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ພົ້ນ​ເດັ່ນ​ໃນ 9 ​ເດືອນ​ຕົ້ນ​ປີ​ນີ້.

ບັນດາຜູ້ຊ່ຽວຊານອົດສະຕາລີ ຕີລາຄາຢ່າງຕັ້ງໜ້າກ່ຽວກັບແງ່ຫວັງຂອງພື້ນຖານເສດຖະກິດຫວຽດນາມ
ບັນດາຜູ້ຊ່ຽວຊານອົດສະຕາລີ ຕີລາຄາຢ່າງຕັ້ງໜ້າກ່ຽວກັບແງ່ຫວັງຂອງພື້ນຖານເສດຖະກິດຫວຽດນາມ.

ທ່ານ​ ຮສ.ປອ. ຈູ​ຮວ່າງ​ລອງ, ຮອງ​ຫົວໜ້າພະແນກເສດຖະກິດ​ພັດທະນາ, ໂຮງຮຽນ​ນະ​ໂຍບາຍ​ສາທາລະນະ Crawford, ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ອົດ​ສະ​ຕາ​ລີ ​ໃຫ້​ຮູ້​ວ່າ: ຄຽງ​ຄູ່​ກັບ​ຂະ​ບວນການ​ຟື້ນ​ຟູ​ໂດຍອີງໃສ່ກຳລັງແຮງຂອງຕົນ ​ຂອງ​ບັນດາ​ວິ​ສາ​ຫະກິດ ​ແລະ ປະຊາຊົນ, ບັນດາໝາກຜົນ​ທີ່ບັນລຸໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ສິດ​ທິ​ພາບ​ການ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ ປີ 2022 ແລະ ເສດ​ຖະ​ກິດ​ຫວຽດ​ນາມ ມີແງ່ຫວັງ​ເຕີບ​ໂຕ​ຢ່າງ​ຕັ້ງໜ້າ. ສິ່ງ​ດັ່ງກ່າວ​ມີ​ຄວາມ​ໝາຍ​ທີ່​ພົ້ນ​ເດັ່ນ ​ໃນ​ສະພາບ​ທີ່​ຫຼາຍ​ປະ​ເທດ​ໃນ​ທົ່ວ​ໂລກ​ພວມ​ຕ້ອງປະ​ເຊີນ​ໜ້າ​ກັບ​ສະພາບ​ເສດຖະກິດ​ມະຫາ​ພາກບໍ່ມີຄວາມເປັນປົກກະຕິ ​ແລະ ອັດຕາ​ເງິນ​ເຟີ້​ລະດັບສະຖິຕິ, ລວມທັງ​ບັນດາ​ປະ​ເທດ​ພັດທະນາ​ທີ່​ມີ​ທິດ​ສະ​ດີ ​ແລະ ປະສົບ​ການ​ຫຼາຍ​ດ້ານ​ໃນ​ການ​ຄຸ້ມ​ຄອງ​ເສດຖະກິດ.

ບັນດາຜູ້ຊ່ຽວຊານອົດສະຕາລີ ຕີລາຄາຢ່າງຕັ້ງໜ້າກ່ຽວກັບແງ່ຫວັງຂອງພື້ນຖານເສດຖະກິດຫວຽດນາມ
ທ່ານ​ ຮສ.ປອ. ຈູ​ຮວ່າງ​ລອງ

ກ່ຽວ​ກັບ​ແງ່​ຫວັງ​ເສດຖະກິດ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ ​ຈູ​ຮວ່າງ​ລອງ ​ເຊື່ອ​ໝັ້ນ​ວ່າ ລັດຖະບານ ຫວຽດນາມ ຈະ​ສືບ​ຕໍ່​ຜັນຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້ ​ເພື່ອ​ສ້າງ​ທ່ວງທ່າ​ໃຫ້​ພື້ນຖານເສດຖະກິດ​ພັດທະນາ​ກ່ວາ​ອີກ. ທ່ານ​ກ່າວ​ວ່າ ດ້ວຍທ່ວງທ່າໃນການ​​ຟື້ນຕົວ​ໃນ 9 ​ເດືອນ​ຕົ້ນ​ປີ 2022 ​ແລະ ບັນດາລັດຖະນະໂຍບາຍຂອງ​ລັດຖະບານ, ແງ່ຫວັງ​ເສດຖະກິດ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ​ແມ່ນມີຄວາມ​ເປັນ​ໄປ​ໄດ້. ບັນດາ​ຂະ​ແໜງ​ເສດຖະກິດ​ ຈະ​ສືບ​ຕໍ່​ຟື້ນ​ຕົວ​ຍ້ອນ​ມີການ​ສົ່ງ​ອອກ​ທີ່​ໝັ້ນຄົງ ​ແລະ ການ​ເຕີບ​ໂຕ​ຂອງ​ການ​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ. ຫວຽດນາມກໍ່​ຍັງ​ໄດ້ຮັບຄວາມ​ຄາດ​ວ່າ​ ຈະ​ກາຍ​ເປັນ​ໜຶ່ງ​ໃນ​ຕະຫຼາດ​ຜູ້​ບໍລິ​ໂພ​ກ​ໃຫຍ່​ຂອງ​ໂລກ ​ໃນ​ຕົ້ນ​ທົດ​ສະ​ວັດ​ໜ້າ.

ບັນດາຜູ້ຊ່ຽວຊານອົດສະຕາລີ ຕີລາຄາຢ່າງຕັ້ງໜ້າກ່ຽວກັບແງ່ຫວັງຂອງພື້ນຖານເສດຖະກິດຫວຽດນາມ
ບັນດາຜູ້ຊ່ຽວຊານອົດສະຕາລີ ຕີລາຄາຢ່າງຕັ້ງໜ້າກ່ຽວກັບແງ່ຫວັງຂອງພື້ນຖານເສດຖະກິດຫວຽດນາມ

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.