ຫວຽດນາມ ນັບມື້ນັບໄດ້ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ແລະ ມີບົດບາດສຳຄັນແຖວໜ້າ ຢູ່ ອາຊີ

16:38 | 12/10/2022

ໜັງສືພິມ Agefi, ເຊິ່ງເປັນໜັງສືພິມດ້ວຍພາສາ ຝລັ່ງ ຂອງ ສະວິດ ທີ່ມີສຳນັກງານຕັ້ງຢູ່ ເຊີແນວ, ສະບັບອອກມໍ່ໆມານີ້ດ້ວຍຫົວຂໍ້ວ່າ “ຫວຽດນາມ ແມ່ນເສືອຕົວໃໝ່ຂອງ ອາຊີ” ຂອງນັກຂ່າວ Guy Mettan, ໃນນັ້ນຕີລາຄາ ຫວຽດນາມ ນັບມື້ນັບໄດ້ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ແລະ ມີບົດບາດສຳຄັນແຖວໜ້າຢູ່ ອາຊີ.

ມອບໃບຍ້ອງຍໍໃຫ້ແກ່ສະມາຄົມຊາວຫວຽດນາມ ຢູ່ ສະວິດ ມອບໃບຍ້ອງຍໍໃຫ້ແກ່ສະມາຄົມຊາວຫວຽດນາມ ຢູ່ ສະວິດ
ທີມ U.20 ຫວຽດນາມ ກະກຽມເດີນທາງໄປເຂົ້າຮ່ວມຮອບຄັດເລືອກ U.20 ອາຊີ ທີມ U.20 ຫວຽດນາມ ກະກຽມເດີນທາງໄປເຂົ້າຮ່ວມຮອບຄັດເລືອກ U.20 ອາຊີ
ພາບປະກອບ: TTXVN
ພາບປະກອບ: TTXVN

ໃນໜັງສືພິມໃຫ້ຂໍ້ສັງເກດວ່າ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມ ແລະ ອິນໂດເນເຊຍ ພວມພົ້ນເດັ່ນຂຶ້ນຄືດັ່ງບັນດາປະເທດມະຫາອຳນາດເສດຖະກິດໃໝ່ຢູ່ ອາຊີ ພ້ອມກັບ ສ ເກົາຫຼີ, ສິງກະໂປ.

ໜັງສືພິມ Agefi ຢັ້ງຢືນວ່າ: ຫວຽດນາມ ແລະ ອິນໂດເນເຊຍ ພວມພັດທະນາດ້ານເສດຖະກິດຢ່າງແຮງ ແລະ ຢັ້ງຢືນບົດບາດການເມືອງຂອງຕົນເທື່ອລະກ້າວ, ບໍ່ພຽງແຕ່ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ເທົ່ານັ້ນ ຫາກຍັງມີບົດບາດສຳລັບບັນດາບັນຫາສຳຄັນຂອງໂລກອີກດ້ວຍ. ການເຕີບໂຕ GDP ຂອງ ຫວຽດນາມ ຄາດວ່າບັນລຸ 7,5% ໃນປີ 2022, ໃນຂະນະທີ່ລະດັບເງິນເຟີ້ຄາດວ່າຢູ່ໃນລະດັບ 3,8%. ຂໍ້ມູນດັ່ງກ່າວຖືກຄັດສະເໜີຕາມບົດລາຍງານຂອງທະນາຄານໂລກ (WB) ເຊິ່ງໄດ້ປະກາດເມືອເດືອນ ສິງຫາ ຜ່ານມາ.

ໜັງສືພິມທີ່ມີຊື່ສຽງແຖວໜ້າຂອງ ສະວິດ ກໍ່ຕີລາຄາຄວາມມານະພະຍາຍາມຂອງ ຫວຽດນາມ ເມື່ອສະໝັກຮັບເລືອກຕັ້ງເຂົ້າເປັນສະມາຊິກໃນສະພາສິດທິມະນຸດ ສປຊ ພາຍຫຼັງປະຕິບັດບົດບາດເປັນກຳມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ປະສົບຜົນສຳເລັດ ແລະ ຖືວ່າດ້ວຍຄວາມຄ່ອງແຄ້ວ ແລະ ສະພາວະດຸ່ນດ່ຽງຈະມີຜົນປະໂຫຍດໃຫ້ແກ່ ຫວຽດນາມ ໃນການພົວພັນສາກົນໃນໄລຍະຍາວ.

ໄຊພອນ

ເຫດການ
302 Found

Found

The document has moved here.