ເພີ່ມທະວີການຮ່ວມມືຫຼາຍດ້ານ ລະຫວ່າງຫວຽດນາມ-ກຣົວຊີ

14:00 | 13/10/2022

ສອງຝ່າຍເປັນເອກະສັນກັນພິຈາລະນາສ້າງກົນໄກການຮ່ວມມືລະຫວ່າງລັດຖະບານ, ຜັນຂະຫຍາຍໂຄງການຮ່ວມມືໃນຫຼາຍຂົງເຂດທີ່ມີຄວາມສາມາດບົ່ມຊ້ອນເຊັ່ນ ການເດີນທາງທະເລ, ຂົນສົ່ງ, ອຸດສາຫະກຳເບົາ, ພະລັງງານສະອາດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການປ່ຽນແປງໃໝ່ປະດິດຄິດສ້າງ…, ສູ້ຊົນນຳພາວົງເງິນການຄ້າສອງຝ່າຍໃຫ້ບັນລຸ 200 ລ້ານ ໂດລາສະຫະລັດ ໃນປີ 2025.

ການຮ່ວມມືດ້ານຄຸ້ມຄອງລັດຖະກອນ ແລະ ຫັນພື້ນຖານການຄຸ້ມຄອງລັດເປັນທັນສະໄໝ ລະຫວ່າງຫວຽດນາມ - ຝຣັ່ງ ການຮ່ວມມືດ້ານຄຸ້ມຄອງລັດຖະກອນ ແລະ ຫັນພື້ນຖານການຄຸ້ມຄອງລັດເປັນທັນສະໄໝ ລະຫວ່າງຫວຽດນາມ - ຝຣັ່ງ
ວົງ​ເງິນ​​ນຳ​ເຂົ້າ-ສົ່ງ​ອອກ​ລະຫວ່າງຫວຽດນາມ ​ແລະ ສະຫະພັນລັດ​ເຊຍ ບັນລຸ 6,3 ຕື້ USD ວົງ​ເງິນ​​ນຳ​ເຂົ້າ-ສົ່ງ​ອອກ​ລະຫວ່າງຫວຽດນາມ ​ແລະ ສະຫະພັນລັດ​ເຊຍ ບັນລຸ 6,3 ຕື້ USD
ທ່ານ Andrej Plenkovic ນາຍົກລັດຖະມົນຕີ ກຣົວຊີ ຕ້ອນຮັບທ່ານນາງ ຫວໍ ທິ ແອ໊ງ ຊວັນ ຮອງປະທານປະເທດ ຫວຽດນາມ(ພາບ:TTXVN)
ທ່ານ Andrej Plenkovic ນາຍົກລັດຖະມົນຕີ ກຣົວຊີ ຕ້ອນຮັບທ່ານນາງ ຫວໍ ທິ ແອ໊ງ ຊວັນ ຮອງປະທານປະເທດ ຫວຽດນາມ(ພາບ:TTXVN)

ວັນທີ 11 ຕຸລາ, ໃນຂອບເຂດຂອງການຢ້ຽມຢາມກຣົວຊີຢ່າງເປັນທາງການ, ທ່ານນາງ ຫວໍ ທິ ແອ໊ງ ຊວັນ ຮອງປະທານປະເທດ ຫວຽດນາມ ໄດ້ພົບປະກັບ ທ່ານ Andrej Plenkovic ນາຍົກລັດຖະມົນຕີ ກຣົວຊີ.

ຢູ່ທີ່ການພົບປະ, ສອງຝ່າຍເປັນເອກະສັນກັນພິຈາລະນາສ້າງກົນໄກການຮ່ວມມືລະຫວ່າງລັດຖະບານ, ຜັນຂະຫຍາຍໂຄງການຮ່ວມມືໃນຫຼາຍຂົງເຂດທີ່ມີຄວາມສາມາດບົ່ມຊ້ອນເຊັ່ນ ການເດີນທາງທະເລ, ຂົນສົ່ງ, ອຸດສາຫະກຳເບົາ, ພະລັງງານສະອາດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການປ່ຽນແປງໃໝ່ປະດິດຄິດສ້າງ…, ສູ້ຊົນນຳພາວົງເງິນການຄ້າສອງຝ່າຍໃຫ້ບັນລຸ 200 ລ້ານ ໂດລາສະຫະລັດ ໃນປີ 2025. ສອງຝ່າຍກໍ່ເປັນເອກະສັນກັນຊຸກຍູ້ການຮ່ວມມືໃນຂົງເຂດທ່າເຮືອກຳປັນ ເພື່ອໃຫ້ກາຍເປັນສູນປ່ຽນຖ່າຍສິນຄ້າລະຫວ່າງພາກພື້ນ ອາຊຽນ ແລະ ເອີຣົບ, ເປີດກ້ວາງການຮ່ວມມືດ້ານການສຶກສາ-ບຳລຸງສ້າງ, ແຮງງານ, ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວໃນສະພາບການທີ່ກຣົວຊີ ກະກຽມເຂົ້າຮ່ວມພາກພື້ນເຂົ້າອອກເມືອງຢ່າງເສລີ Schengen ແລະ ພາກພື້ນໃຊ້ສຸກຸນເງິນເອີໂຣ ນັບແຕ່ວັນທີ 1 ມັງກອນ 2023.

ການແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນ, ສອງຝ່າຍເຫັນດີເປັນເອກະພາບຕ່ໍ່ບັນຫາຕ້ອງໄດ້ແກ້ໄຂ ໂດຍສັນຕິວິທີ, ບົນພື້ນຖານເຄົາລົບ ບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ພິເສດແມ່ນຫຼັກການເຄົາລົບເອກະລາດ, ອະທິປະໄຕ ແລະ ຄົບຖ້ວນຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ.

ສິ້ນສຸດການຢ້ຽມຢາມກຣົວຊີຢ່າງເປັນທາງການ, ຕອນບ່າຍວັນທີ 11 ຕຸລາ, ທ່ານນາງຮອງປະທານປະເທດ ຫວຽດນາມ ໄດ້ເດີນທາງອອກຈາກກຣົວຊີ ເຖິງ ກາຊັກສະຖານ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ກ່ຽວກັບການສົມທົບກັນທຳ ແລະ ບັນດາມາດຕະການກໍ່ສ້າງຄວາມໄວ້ເນື້ອເຊື່ອຈຢູ່ ອາຊີ (CICA) ຄັ້ງທີ 6.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.