ວັນທີ 19 ຕຸລາ, ຢູ່ສຳນັກງານ ສປຊ ປະຈຳ ນິວຢອກ, ອາເມລິກາ, ຄະນະກຳມະການກ່ຽວກັບບັນຫາສັງຄົມ, ມະນຸດສະທຳ ແລະ ວັດທະນະທຳ, ສະມັດຊາໃຫຍ່ ສປຊ ຊຸດທີ 77 ໄດ້ດຳເນີນກອງປະຊຸມປຶກສາຫາລືກ່ຽວກັບການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ.
ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນການທ່ອງທ່ຽວຂອງຫວຽດນາມ ແລະລາວ ຢູ່ເຂດຊາຍແດນ, ກົມໃຫຍ່ການທ່ອງທ່ຽວ ຖືວ່າ ຕ້ອງສົມທົບກັນພັດທະນາການທ່ອງທ່ຽວຕິດພັນກັບການພັດທະນາເສດຖະກິດບັນດາທ້ອງຖິ່ນຢູ່ເຂດຊາຍແດນ.
ວັນທີ 18 ຕຸລາ, ທີ່ສໍານັກງານກະຊວງການຕ່າງປະເທດ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Takagi Kei ສະມາຊິກລັດຖະສະພາຕໍ່າ, ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະຜູ້ແທນຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຂອງອົງການຮ່ວມມື ແລະພັດທະນາເສດຖະກິດ (OECD).
ຕອນບ່າຍວັນທີ 18 ຕຸລາ, ຢູ່ສຳນັກງານລັດຖະບານຫວຽດນາມ, ທ່ານ ຟ້າມມິງຈິ້ງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ແມັດເທຍ ກອມມານ, ເລຂານທິການໃຫຍ່ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD), ເນື່ອງໃນໂອກາດເຂົ້າຮ່ວມການເຄື່ອນໄຫວໃນໂຄງການ ອາຊີຕາເວັນອອກສ່ຽງໃຕ້ ຂອງ OECD ປີ 2022 ຢູ່ ຮ່າໂນ້ຍ.
ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ລາວ ແລະ ກຳມາທິການການຕ່າງປະເທດ, ຮ່ວມມືສາກົນ, ຖະແຫຼງຂ່າວ ແລະ ສື່ສານຂອງສະພາແຫ່ງຊາດ ກຳປູເຈຍ ໄດ້ສົມທົບກັນຈັດຕັ້ງກອງປະຊຸມປຶກສາຫາລືລະຫວ່າງ 3 ອົງການ ໃນວັນທີ 18 ຕຸລາ ຢູ່ແຂວງ ລ່າວກາຍ ປະເທດ ຫວຽດນາມ.
ໂດຍສະແດງຄວາມຊົມເຊີຍ ຫວຽດນາມ ທີ່ໄດ້ຮັບການເລືອກຕັ້ງເຂົ້າສະພາສິດທິມະນຸດ ສະຫະປະຊາຊາດ ອາຍຸການ 2023-2025, ທ່ານ ແສງເພັດ ຮຸ່ງບຸນຢວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ໃຫ້ສໍາພາດກັບວາລະສານ ຍຸກສະໄໝ ເຊິ່ງໃຫ້ຮູ້ວ່າ: ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມ ສືບຕໍ່ສະແດງຄວາມຮັບຜິດຊອບ, ປະກອບສ່ວນເຂົ້າໃນການຮັບປະກັນສິດທິມະນຸດໃນພາກພື້ນ ແລະ ສາກົນ.
ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ Say Chhum ຮອງປະທານ, ຫົວໜ້າຜູ້ປະຈໍາການຄະນະປະຈໍາພັກປະຊາຊົນ ກໍາປູເຈຍ (CPP), ປະທານສະພາສູງ ກໍາປູເຈຍ, ທ່ານ ຫວໍວັນເຖືອງ ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ ໄປຢ້ຽມຢາມ ກໍາປູເຈຍ ຢ່າງເປັນທາງການ ແຕ່ວັນທີ 17 ຫາວັນທີ 19 ຕຸລາ.
ຄະນະໄດ້ເຮັດວຽກກັບທ່ານ Mark Chandler - ຜູ້ອຳນວຍການ ສະພາການຄ້າສາກົນ, ຫ້ອງການເຈົ້າຄອງນະຄອນ San Francisco...
ປັດຈຸບັນ, ຫວຽດນາມ ກາຍເປັນໜຶ່ງໃນຈຳນວນໜ້ອຍປະເທດໃນໂລກ ທີ່ສາມາດຫຼີກລ້ຽງໄດ້ສະພາບການຊຸດໂຊມຍ້ອນໂລກລະບາດໂຄວິດ - 19 ດ້ວຍແງ່ຫວັງມີການເຕີບໂຕຢ່າງແຮງພໍສົມຄວນ.
ທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob ຫວັງວ່າ ນະຄອນຫຼວງ ຮ່າໂນ້ຍ ຈະແບ່ງປັນບົດຮຽນອັນລ້ຳຄ່າກ່ຽວກັບການອະນຸລັກຮັກສາເຂດປູຊະນີຍະສະຖານ, ມໍລະດົກ, ເຮືອນເກົ່າ.
ສຳລັບການລົງທຶນໂດຍກົງຈາກຕ່າງປະເທດ, ມີການຄາດຄະເນ 42% ທີ່ຄາດວ່າ ບໍລິສັດຂອງເຂົາເຈົ້າຈະເພີ່ມແຫຼ່ງທຶນ FDI ເຂົ້າ ຫວຽດນາມ ໃນປີ 2022.
ໜັງສືພິມ Kronen Zeitung ຂອງ ໂອຕຣິດ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ບືນຕົວຂຶ້ນຢ່າງກະໂດດຂັ້ນ ໃນຂະນະທີ່ພື້ນຖານເສດຖະກິດບືນຕົວຢ່າງແຮງ, ບັນດາວິສາຫະກິດ.
ຍສໝ - ໃນຊຸມປີຕໍ່ສູ້ກູ້ຊາດ ຮ່ວມທຸກຮ່ວມສຸກ, ເສຍສະຫຼະຊີວິດຂອງການປະຕິວັດ ລາວ, ມີສະຫາຍການນຳຂັ້ນສູງຫຼາຍທ່ານ, ຫຼາຍເຫດການທີ່ຍິ່ງໃຫຍ່ແຫ່ງຊາດຂອງລາວ ໄດ້ຮັບການເບິ່ງແຍງດູແລ, ຈັດຕັ້ງ…ໃນອ້ອມແຂນແຫ່ງໄມຕີຈິດມິດໃຈຂອງປະເທດຊາດ ແລະ ຊາວຫວຽດນາມ. ແລະບັນດາບ່ອນນີ້ໄດ້ກາຍເປັນອະນຸສອນສະຖານປະຫວັດສາດທີ່ສັກກະລະບູຊາອັນດີງາມ.
ຍອດວົງເງິນນຳເຂົ້າ-ສົ່ງອອກ ຂອງຫວຽດນາມ-ລາວ ໃນ 9 ເດືອນ ຂອງປີ 2022 ບັນລຸ 1,22 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 29% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.
ຫວຽດນາມ ແມ່ນໜຶ່ງໃນຈຳນວນ 20 ສະຖານທີ່ທ່ອງທ່ຽວແຖວໜ້າສຳລັບແຂກທ່ອງທ່ຽວໃນໂອກາດບຸນປີໃໝ່ ຍ້ອນມີທິດທັດທຳມະຊາດທີ່ສວຍສົດງົດງາມ, ບັນຍາກາດຄຶກຄື້ນມ່ວນຊື່ນຂອງງານບຸນຕ່າງໆ ພ້ອມດ້ວຍເງື່ອນໄຂດິນຟ້າອາກາດທີ່ເອື້ອອຳນວຍຄວາມສະດວກ.
ກອງປະຊຸມຊຸດທີ 215 ຂອງສະພາບໍລິຫານງານຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ຈັດຂຶ້ນໃນລະຫວ່າງ 05 – 19 ຕຸລາ, ຢູ່ ປາຣີ, ດ້ວຍການເຂົ້າຮ່ວມຂອງ 58 ປະເທດສະມາຊິກ.
ການໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ບໍ່ພຽງແຕ່ເປັນພະຍານຫຼັກຖານຢັ້ງຢືນໃຫ້ແກ່ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປະຕິບັດຄຳໝັ້ນສັນຍາສາກົນກ່ຽວກັບສິດທິມະນຸດເທົ່ານັ້ນ, ຫາກຍັງເປັນການຢັ້ງຢືນການສະໜັບສະໜູນ, ຄວາມໄວ້ວາງໃຈ ກໍຄືການຕັ້ງຄວາມຫວັງຂອງປະຊາຄົມສາກົນ ຕໍ່ການປະກອບສ່ວນສຳຄັນ ແລະ ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນການຊຸກຍູ້ສິດທິມະນຸດໃນໂລກ...
ຫວ່າງແລ້ວນີ້, ຢູ່ແຂວງ ກວາງນາມ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບ ຫ້ອງການປະສານງານການທ່ອງທ່ຽວແມ່ນ້ຳຂອງ (MTCO) ຈັດເວທີປາໄສການທ່ອງທ່ຽວອະນຸພາກພື້ນ ແມ່ນ້ຳຂອງ 2022 (MTF) ດ້ວຍຫົວຂໍ້ “ສ້າງຂະແໜງທ່ອງທ່ຽວຄືນໃໝ່, ເດັດດ່ຽວຟື້ນຟູການທ່ອງທ່ຽວ”.
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ ດ້ວຍຮ້ານວາງສະແດງກວ່າ 80 ຮ້ານຂອງວິສາຫະກິດສົ່ງອອກ - ນຳເຂົ້າ.
ຍສໝ - ນັກວິທະຍາສາດ 2 ຄົນຕິດອັນດັບສູງໃນກຸ່ມໂລກ 10.000 ຄົນຄື: ທ່ານ ສຈ.ປອ ວິທະຍາສາດ ຫງວຽນດິ່ງດຶກ ແລະ ທ່ານ ຮສ.ປອ ເລຮ່ວາງເຊີນ, ທັງສອງແມ່ນມາຈາກມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ.