ຫວຽດ​ນາມ ແລະ OECD ສືບ​ຕໍ່​ຊຸກ​ຍູ້​ການພົວ​ພັນ ໃຫ້ນັບ​ມື້​ນັບ​​ແທດ​ຈິງ

07:58 | 20/10/2022

ຕອນບ່າຍວັນທີ 18 ຕຸລາ, ຢູ່ສຳນັກງານລັດຖະບານຫວຽດນາມ, ທ່ານ ຟ້າມມິງຈິ້ງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ແມັດເທຍ ກອມມານ, ເລຂານທິການໃຫຍ່ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD), ເນື່ອງໃນໂອກາດເຂົ້າຮ່ວມການເຄື່ອນໄຫວໃນໂຄງການ ອາຊີຕາເວັນອອກສ່ຽງໃຕ້ ຂອງ OECD ປີ 2022 ຢູ່ ຮ່າໂນ້ຍ.

ເພີ່ມ​ທະ​ວີ​ຄຳ​ໝັ້ນ​ສັນ​ຍາ​ກັບ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິ​ດ​ແຖວ​ໜ້າ​ຂອງ OECD ເພີ່ມ​ທະ​ວີ​ຄຳ​ໝັ້ນ​ສັນ​ຍາ​ກັບ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິ​ດ​ແຖວ​ໜ້າ​ຂອງ OECD
ຫວຽດນາມ ຮັບດຳລົງຕຳແໜ່ງປະທານຮ່ວມໂຄງການອາຊີຕາເວັນອອກສ່ຽງ ໃຕ້ຂອງ OECD ຢ່າງເປັນທາງການ ຫວຽດນາມ ຮັບດຳລົງຕຳແໜ່ງປະທານຮ່ວມໂຄງການອາຊີຕາເວັນອອກສ່ຽງ ໃຕ້ຂອງ OECD ຢ່າງເປັນທາງການ
ທ່ານ ຟ້າມມິງຈິ້ງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ແມັດເທຍ ກອມມານ, ເລຂານທິການໃຫຍ່ອົງການຮ່ວມມື ແລະ ພັດທະນາເສດຖະກິດ (ພາບ: TTXVN)
ທ່ານ ຟ້າມມິງຈິ້ງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ແມັດເທຍ ກອມມານ, ເລຂານທິການໃຫຍ່ອົງການຮ່ວມມື ແລະ ພັດທະນາເສດຖະກິດ (ພາບ: TTXVN)

ຢູ່ທີ່ການຕ້ອນຮັບ, ທ່ານຟ້າມມິງຈິ້ງ ນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນໃນການຮ່ວມມື ແລະ ການໃຫ້ຄຳປຶກສາດ້ານນະໂຍບາຍຂອງ OECD, ກຽມພ້ອມສົມທົບກັບ OECD ສະໜອງຂໍ້ມູນ ເພື່ອໃຫ້ມີການຄົ້ນຄ້ວາ, ຕີລາຄາ, ສ່ອງແສງ ແລະ ໃຫ້ຄຳປຶກສາດ້ານນະໂຍບາຍຢ່າງພາວະວິໄສ, ຫຼາຍທິດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ OECD ສືບຕໍ່ໜູນຊ່ວຍ ຫວຽດນາມ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຄຸ້ມຄອງຄວາມສ່ຽງ, ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຊຸກຍູ້ບັນດາກໍາລັງໜູນພັດທະນາເສດຖະກິດເຊັ່ນ ການຈໍາໜ່າຍ, ການສົ່ງອອກ, ເສດຖະກິດໝູນວຽນ, ເສດຖະກິດດິຈິຕອນ, ປ່ຽນແປງໃໝ່ປະດິດຄິດສ້າງ…

ທ່ານເລຂາທິການໃຫຍ່ OECD ຕີລາຄາສູງບົດບາດ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ ໃນໂຄງການ ອາຊີຕາເວັນອອກສ່ຽງໃຕ້; ສະແດງຄວາມປະທັບໃຈຕໍ່ແຜນນະໂຍບາຍ, ແນວທາງ, ວິທີການພັດທະນາຂອງຫວຽດນາມ. ທ່ານເລຂາທິການໃຫຍ່ຖືວ່າ ການຮ່ວມມື ລະຫວ່າງ ຫວຽດນາມ- OECD ແມ່ນການຮ່ວມມືສອງສົ້ນ, OECD ຈະໜູນຊ່ວຍ ຫວຽດນາມ ປະຕິບັດບັນດາເປົ້າໝາຍການພັດທະນາ ແລະ ຈະສືບຕໍ່ຮ່ວມເດີນທາງກັບຫວຽດນາມ ໃນການຟື້ນຟູ, ປະຕິຮູບດ້ານເສດຖະກິດ ມຸ່ງໄປສູ່ບັນດາເປົ້າໝາຍການພັດທະນາເສດຖະກິດສີຂຽວ ແລະ ຍືນຍົງ.

ໃນວັນດຽວກັນ, ຢູ່ ສຳນັກງານກະຊວງການຕ່າງປະເທດຫວຽດນາມ, ທ່ານບຸ່ຍແທ່ງເຊີນ ລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ກໍ່ໄດ້ຕ້ອນຮັບ ທ່ານ ແມັດເທຍ ກອມມານ.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.