ຫວຽດນາມຈະຮ່ວມແຮງຮ່ວມໃຈກັບປະຊາຄົມສາກົນສ້າງໂລກແຫ່ງສັນຕິພາບ

16:29 | 17/10/2022

ການໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ບໍ່ພຽງແຕ່ເປັນພະຍານຫຼັກຖານຢັ້ງຢືນໃຫ້ແກ່ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປະຕິບັດຄຳໝັ້ນສັນຍາສາກົນກ່ຽວກັບສິດທິມະນຸດເທົ່ານັ້ນ, ຫາກຍັງເປັນການຢັ້ງຢືນການສະໜັບສະໜູນ, ຄວາມໄວ້ວາງໃຈ ກໍຄືການຕັ້ງຄວາມຫວັງຂອງປະຊາຄົມສາກົນ ຕໍ່ການປະກອບສ່ວນສຳຄັນ ແລະ ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນການຊຸກຍູ້ສິດທິມະນຸດໃນໂລກ...

ຫວຽດນາມ ເຂົ້າຮ່ວມກອງປະຊຸມ​ຄັ້ງທີ 215 ຂອງ​ສະພາບໍລິຫານງານ UNESCO ຫວຽດນາມ ເຂົ້າຮ່ວມກອງປະຊຸມ​ຄັ້ງທີ 215 ຂອງ​ສະພາບໍລິຫານງານ UNESCO
9 ​ເດືອນ​ປີ 2022, ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຫຼາຍກວ່າ 1.65 ລ້ານ​ເທື່ອ​ຄົນ 9 ​ເດືອນ​ປີ 2022, ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຫຼາຍກວ່າ 1.65 ລ້ານ​ເທື່ອ​ຄົນ
ພາບ
ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ. ພາບ: baochinhphu.vn

ຫວ່າງແລ້ວນີ້, ເມື່ອຕອບສຳພາດຕໍ່ສື່ມວນຊົນ ເນື່ອງໃນໂອກາດ ຫວຽດນາມ ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025 ໃນວາລະປ່ອນບັດເລືອກຕັ້ງຂອງສະມັດຊາໃຫຍ່ ຊຸດທີ 77 ເຊິ່ງຈັດຂຶ້ນຢູ່ ນິວຢອກ (ອາເມລິກາ) ໃນວັນທີ 11 ຕຸລາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນ: “ການໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ບໍ່ພຽງແຕ່ເປັນພະຍານຫຼັກຖານຢັ້ງຢືນໃຫ້ແກ່ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປະຕິບັດຄຳໝັ້ນສັນຍາສາກົນກ່ຽວກັບສິດທິມະນຸດເທົ່ານັ້ນ, ຫາກຍັງເປັນການຢັ້ງຢືນການສະໜັບສະໜູນ, ຄວາມໄວ້ວາງໃຈ ກໍຄືການຕັ້ງຄວາມຫວັງຂອງປະຊາຄົມສາກົນ ຕໍ່ການປະກອບສ່ວນສຳຄັນ ແລະ ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນການຊຸກຍູ້ສິດທິມະນຸດໃນໂລກ. ການເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນສະພາສິດທິມະນຸດ ສປຊ ຈະສົ່ງສານຢ່າງແຮງກ່ຽວກັບພາບພົດຂອງປະເທດ ຫວຽດນາມ ທີ່ຮັກຫອມສັນຕິພາບ, ເຊີດຊູຄຸນຄ່າວັດທະນະທຳມະນຸດ ແລະ ມະນຸດສະທຳ”.

ໄຊພອນ

ເຫດການ
302 Found

Found

The document has moved here.