ຫວຽດ​ນາມ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ຮັບ​ປະ​ກັນ ແລະ ຊຸກ​ຍູ້​ສິ​ດ​ທິ​ມະ​ນຸດ

07:41 | 21/10/2022

ວັນທີ 19 ຕຸລາ, ຢູ່ສຳນັກງານ ສປຊ ປະຈຳ ນິວຢອກ, ອາເມລິກາ, ຄະນະກຳມະການກ່ຽວກັບບັນຫາສັງຄົມ, ມະນຸດສະທຳ ແລະ ວັດທະນະທຳ, ສະມັດຊາໃຫຍ່ ສປຊ ຊຸດທີ 77 ໄດ້ດຳເນີນກອງປະຊຸມປຶກສາຫາລືກ່ຽວກັບການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ.

undefined
ທ່ານນາງ ເລທິມິງທວາ ອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ

ກ່າວຄຳເຫັນທີ່ການປຶກສາຫາລື, ທ່ານນາງ ເລທິມິງທວາ ອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ເນັ້ນໜັກວ່າ ພື້ນຖານສຳຄັນໃຫ້ແກ່ການຮັບປະກັນ ແລະ ຊຸກຍູ້ສິດທິມະນຸດແມ່ນຍົກສູງລັດທິຫຼາຍຝ່າຍ, ເພີ່ມທະວີຄວາມສາມັກຄີ ແລະ ຮ່ວມມືໃນການຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ, ຮັບປະກັນສັນຕິພາບໂລກ. ວິທີການທີ່ມີປະສິດທິຜົນທີ່ສຸດເພື່ອແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງ ສິດທິມະນຸດແມ່ນດຳເນີນການໂອ້ລົມສົນທະນາທີ່ມີລັກສະນະສ້າງສັນ ແລະ ຮ່ວມມື ເພື່ອແນໃສ່ຮັບປະກັນການດຳລົງຊີວິດອັນດີງາມກ່ວາອີກ ແລະ ກຽດສັກສີໃຫ້ແກ່ປະຊາຊົນ.

ຜູ້ຕາງໜ້າ ຫວຽດນາມ ກໍ່ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືມະນຸດເປັນໃຈກາງ, ແມ່ນເປົ້າໝາຍຊົມໃຊ້, ກຳລັງໜູນຫຼັກຂອງວິວັດການພັດທະນາ. ທ່ານນາງ ເລທິມິງທວາ ກໍ່ຍົກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄວາມມານະພະຍາຍາມ, ໝາກຜົນ ແລະ ຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນຂົງເຂດນີ້ ໃນເວລາຜ່ານມາ ຄືການເຕີບໂຕເສດຖະກິດກວມລວມ ແລະ ຍືນຍົງ, ປະຕິຮູບກົດໝາຍ, ລະບອບລະບຽບການເພື່ອຮັບປະກັນສິດທິມະນຸດໃຫ້ດີກ່ວາເກົ່າ, ເປັນຕົ້ນແມ່ນກຸ່ມຄົນທີ່ມີຄວາມສ່ຽງ. ບົນເນື້ອໃນຈິດໃຈ “ເຄົາລົບນັບຖືເຊິ່ງກັນແລະກັນ, ໂອ້ລົມສົນທະນາ ແລະ ການຮ່ວມມື, ຮັບປະກັນທຸກສິດໃຫ້ແກ່ທຸກຄົນ”, ຫວຽດນາມ ຈະຮ່ວມມືກັບບັນດາປະເທດສະມາຊິກ ແລະ ບັນດາຝ່າຍທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ ເພື່ອຮັບປະກັນ ແລະ ຊຸກຍູ້ສິດທິມະນຸດ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.