ບັນດາວິສາຫະກິດ ໂອຕຣິດ ຊອກຫາກາລະໂອກາດລົງທຶນຢູ່ ຫວຽດນາມ

13:14 | 18/10/2022

ໜັງສືພິມ Kronen Zeitung ຂອງ ໂອຕຣິດ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ບືນຕົວຂຶ້ນຢ່າງກະໂດດຂັ້ນ ໃນຂະນະທີ່ພື້ນຖານເສດຖະກິດບືນຕົວຢ່າງແຮງ, ບັນດາວິສາຫະກິດ.

ຫຼາຍ​ຮູບ​ແບບ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ ໄດ້​ນຳ​ສະ​ເໜີ ​ຢູ່ ໂອຕຣິດ ຫຼາຍ​ຮູບ​ແບບ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ ໄດ້​ນຳ​ສະ​ເໜີ ​ຢູ່ ໂອຕຣິດ
ນຳການພົວພັນ ຫວຽດນາມ - ໂອຕຣິດ ນັບມື້ນັບກ່າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ ນຳການພົວພັນ ຫວຽດນາມ - ໂອຕຣິດ ນັບມື້ນັບກ່າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ
ໜັງສືພິມ Kronen Zeitung ຂອງ ໂອຕຣິດ ໃຫ້ຂ່າວກ່ຽວກັບເສດຖະກິດ ຫວຽດນາມ (ພາບ:TTXVN)
ໜັງສືພິມ Kronen Zeitung ຂອງ ໂອຕຣິດ ໃຫ້ຂ່າວກ່ຽວກັບເສດຖະກິດ ຫວຽດນາມ (ພາບ:TTXVN)

ວັນທີ 16 ຕຸລາ, ຄະນະຜູ້ແທນວິສາຫະກິດມາຈາກ Steiermark – ເຊິ່ງເປັນລັດໃຫຍ່ແຫ່ງທີສອງກ່ຽວກັບເນື້ອທີ່ ແລະ ໃຫຍ່ອັນດັບທີສີ່ກ່ຽວກັບປະຊາກອນຂອງ ໂອຕຣິດ, ໄດ້ມາຮອດ ຫວຽດນາມ ເພື່ອແນໃສ່ຊອກຮູ້ສະພາບການຕົວຈິງເພື່ອຂຸດຄົ້ນກາລະໂອກາດການຮ່ວມມືລົງທຶນກັບ ຫວຽດນາມ ໃຫ້ດີກ່ວາອີກ.

ໜັງສືພິມ Kronen Zeitung ຂອງ ໂອຕຣິດ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ບືນຕົວຂຶ້ນຢ່າງກະໂດດຂັ້ນ ໃນຂະນະທີ່ພື້ນຖານເສດຖະກິດບືນຕົວຢ່າງແຮງ, ບັນດາວິສາຫະກິດ ແລະ ນັກລົງທຶນຕ່າງປະເທດໄດ້ຊອກກາລະໂອກາດລົງທຶນຢູ່ ຫວຽດນາມ ແລະ ນັ້ນແມ່ນທ່າອ່ຽງທີ່ບັນດາວິສາຫະກິດຢູ່ລັດ Steiremark ຫວັງບໍ່ພາດໂອກາດ.

ຕາມຕົວເລກຂອງຫ້ອງການເສດຖະກິດ ໂອຕຣິດ (WKO) ແລ້ວ, ໃນປີ 2021, ວົງເງິນສົ່ງອອກຂອງລັດ Steiermark ມາຍັງ ຫວຽດນາມ ບັນລຸ 28 ລ້ານເອີໂຣ ໃນຂະນະທີ່ວົງເງິນການນຳເຂົ້າບັນລຸ 147 ລ້ານເອີໂຣ. ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ກາຍເປັນຕະຫຼາດນຳເຂົ້າໃຫຍ່ທີສາມຂອງ ໂອຕຣິດຢູ່ທະວີບອາຊີ ແລະ ຕະຫຼາດມີຄວາມສາມາດບົ່ມຊ້ອນໃຫ້ແກ່ບັນດາໂຄງການຮ່ວມມືລົງທຶນຂອງ ວິສາຫະກິດ ໂອຕຣິດ. ຫ້ອງການເສດຖະກິດ ໂອຕຣິດ ປາດຖະໜາວ່າ ວິສາຫະກິດສອງປະເທດຈະມີຫຼາຍກາລະໂອກາດພົວພັນແລກປ່ຽນ ແລະ ຮ່ວມມືໃນອະນາຄົດ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.