9 ​ເດືອນ​ປີ 2022, ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຫຼາຍກວ່າ 1.65 ລ້ານ​ເທື່ອ​ຄົນ

14:31 | 17/10/2022

ຫວ່າງແລ້ວນີ້, ຢູ່ແຂວງ ກວາງນາມ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບ ຫ້ອງການປະສານງານການທ່ອງທ່ຽວແມ່ນ້ຳຂອງ (MTCO) ຈັດເວທີປາໄສການທ່ອງທ່ຽວອະນຸພາກພື້ນ ແມ່ນ້ຳຂອງ 2022 (MTF) ດ້ວຍຫົວຂໍ້ “ສ້າງຂະແໜງທ່ອງທ່ຽວຄືນໃໝ່, ເດັດດ່ຽວຟື້ນຟູການທ່ອງທ່ຽວ”.

ບັນ​ດາ​ໜ​ອງ​ງາມ​ຢູ່​ໃກ້​ຮ່າ​ໂນ້ຍ ຈະ​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ຮູ້ສຶກຮັກ ບັນ​ດາ​ໜ​ອງ​ງາມ​ຢູ່​ໃກ້​ຮ່າ​ໂນ້ຍ ຈະ​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ຮູ້ສຶກຮັກ
DUFO ຂົນ​ຂວາຍ​ເງິນ​ກ່​ວາ 78 ຕື້​ດົ່ງ​ຈາກ​ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ໃນ 9 ເດືອນ​ຕົ້ນ​ປີ 2022 DUFO ຂົນ​ຂວາຍ​ເງິນ​ກ່​ວາ 78 ຕື້​ດົ່ງ​ຈາກ​ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ໃນ 9 ເດືອນ​ຕົ້ນ​ປີ 2022
ພາບປະກອບ
ພາບປະກອບ

ເວທີປາໄສມີການເຂົ້າຮ່ວມຂອງຜູ້ແທນ 250 ທ່ານ ໄດ້ປຶກສາຫາລືກ່ຽວກັບການເຊື່ອມຕໍ່ ເພື່ອຟື້ນຟູຂະແໜງທ່ອງທ່ຽວ, ການຫັນເປັນດີຈີຕອນ, ຫັນເປັນລະບົບສະໜອງຢູ່ພາຍໃນປະເທດ, ຮູບແບບດຳເນີນທຸລະກິດວິສາຫະກິດເພື່ອສັງຄົມ ແລະ ມາດຕະການທີ່ມີປະສິດທິຜົນ ເພື່ອຟື້ນຟູຂະແໜງທ່ອງທ່ຽວ, ໝູນໃຊ້ເຕັກໂນໂລຢີຫຼ້າສຸດ ເພື່ອພັດທະນາການທ່ອງທ່ຽວແບບຍືນຍົງ ແລະ ຮອບດ້ານ.

ໃນຂອບເຂດຂອງເຫດການນີ້ ລວມມີກິດຈະກຳ: ແນະນຳການທ່ອງທ່ຽວ ຫວຽດນາມ; ໂຄງການສຳຫຼວດການທ່ອງທ່ຽວແຂວງ ກວາງນາມ; ງານວາງສະແດງ, ແນະນຳການທ່ອງທ່ຽວຢູ່ອະນຸພາກພື້ນ ແລະ ຫວຽດນາມ. ທີ່ເວທີປາໄສ, ທ່ານ ຫງວຽນຈູງແຄ໊ງ, ຫົວໜ້າກົມໃຫຍ່ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ 9 ເດືອນຂອງປີ 2022, ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວໄດ້ຫຼາຍກວ່າ 1,65 ລ້ານ ເທື່ອຄົນ, ຮັບໃຊ້ແຂກທ່ອງທ່ຽວພາຍໃນໄດ້ 86,8 ລ້ານເທື່ອຄົນ, ບັນລຸຍອດລາຍຮັບປະມານ 16,5 ລ້ານ USD. ໃນນັ້ນ, ມີແຂກທ່ອງທ່ຽວຫຼາຍກວ່າ 110.000 ເທື່ອຄົນ ແມ່ນມາຈາກບັນດາປະເທດອະນຸພາກພື້ນ ແມ່ນ້ຳຂອງເປີດກວ້າງ ໄດ້ມາທ່ຽວ ຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.