ຫວຽດ​ນາມ ແມ່ນ​​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຈັບ​ໃຈ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ໂດຍ ວາ​ລະ​ສານ Wanderlust ຄັດ​ເລືອກ

09:42 | 18/10/2022

ຫວຽດນາມ ແມ່ນໜຶ່ງໃນຈຳນວນ 20 ສະຖານທີ່ທ່ອງທ່ຽວແຖວໜ້າສຳລັບແຂກທ່ອງທ່ຽວໃນໂອກາດບຸນປີໃໝ່ ຍ້ອນມີທິດທັດທຳມະຊາດທີ່ສວຍສົດງົດງາມ, ບັນຍາກາດຄຶກຄື້ນມ່ວນຊື່ນຂອງງານບຸນຕ່າງໆ ພ້ອມດ້ວຍເງື່ອນໄຂດິນຟ້າອາກາດທີ່ເອື້ອອຳນວຍຄວາມສະດວກ.

9 ​ເດືອນ​ປີ 2022, ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຫຼາຍກວ່າ 1.65 ລ້ານ​ເທື່ອ​ຄົນ 9 ​ເດືອນ​ປີ 2022, ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຫຼາຍກວ່າ 1.65 ລ້ານ​ເທື່ອ​ຄົນ
ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ຖື ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຢູ່​ພາກ​ພື້ນ ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ຖື ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຢູ່​ພາກ​ພື້ນ
ຮະລອງ - ກວາງນິງ, ສະຖານທີ່ທ່ອງທ່ຽວທີ່ໜ້າຈັບໃຈຂອງ ຫວຽດນາມ (ພາບ: hanoimoi.com.vn)
ຮະລອງ - ກວາງນິງ, ສະຖານທີ່ທ່ອງທ່ຽວທີ່ໜ້າຈັບໃຈຂອງ ຫວຽດນາມ (ພາບ: hanoimoi.com.vn)

Wanderlust (ວາລະສານທ່ອງທ່ຽວທີ່ມີຊື່ສຽງຂອງອັງກິດ) ຫາກໍປະກາດວ່າ ຫວຽດນາມ ແມ່ນໜຶ່ງໃນຈຳນວນ 20 ສະຖານທີ່ທ່ອງທ່ຽວແຖວໜ້າສຳລັບແຂກທ່ອງທ່ຽວໃນໂອກາດບຸນປີໃໝ່ ຍ້ອນມີທິດທັດທຳມະຊາດທີ່ສວຍສົດງົດງາມ, ບັນຍາກາດຄຶກຄື້ນມ່ວນຊື່ນຂອງງານບຸນຕ່າງໆ ພ້ອມດ້ວຍເງື່ອນໄຂດິນຟ້າອາກາດທີ່ເອື້ອອຳນວຍຄວາມສະດວກ.

ຕາມວາລະສານ Wanderlust ແລ້ວ, ແຂກທ່ອງທ່ຽວຈະມີຄວາມປະທັບໃຈເມື່ອມາທ່ຽວຊົມຄວາມຫຼາກຫຼາຍສີສັນຂອງແຂວງຕ່າງໆ ຢູ່ ຫວຽດນາມ ຄື ຮ່າໂນ້ຍ, ໂຮ້ຍອານ, ເຫວະ, ນະຄອນ ໂຮ່ຈີມິນ… ຄວາມສວຍສົດງົດງາມຂອງທຳມະຊາດ ຫວຽດນາມ ແມ່ນມີຢູ່ທົ່ວທຸກແຖບຖິ່ນໃນທົ່ວປະເທດ. ອ່າວ ຮະລອງ (ແຂວງ ກວ໋າງນິງ ທີ່ມີຊື່ສຽງ, ອ່າວ ລານຮະ (ຫ໋າຍຟ່ອງ ກໍມີຄວາມດູດດື່ມທີ່ບໍ່ນ້ອຍໜ້າກວ່າແຫ່ງອື່ນ. ແຂກທ່ອງທ່ຽວ ສາມາດຮັບຊົມລະບົບຖ້ຳທີ່ມີຄວາມງາມເລິກລັບມະຫັດສະຈັນ, ພິເສດແມ່ນ ຖ້ຳ ເຊີນດອງ ຢູ່ແຂວງ ກວ໋າງບິ່ງ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.