ຄະນະຜູ້ແທນພັກກອມມູນິດຫວຽດນາມ ຢ້ຽມຢາມ ກໍາປູເຈຍ ຢ່າງເປັນທາງການ

10:25 | 19/10/2022

ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ Say Chhum ຮອງປະທານ, ຫົວໜ້າຜູ້ປະຈໍາການຄະນະປະຈໍາພັກປະຊາຊົນ ກໍາປູເຈຍ (CPP), ປະທານສະພາສູງ ກໍາປູເຈຍ, ທ່ານ ຫວໍວັນເຖືອງ ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ ໄປຢ້ຽມຢາມ ກໍາປູເຈຍ ຢ່າງເປັນທາງການ ແຕ່ວັນທີ 17 ຫາວັນທີ 19 ຕຸລາ.

ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ຢ້ຽມຢາມ ສະມາຄົມຂະແມ-ຫວຽດນາມ ແຂວງ Siem Reap ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ຢ້ຽມຢາມ ສະມາຄົມຂະແມ-ຫວຽດນາມ ແຂວງ Siem Reap
ທ່ານຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ທ່ານຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
ທ່ານ ຫວໍວັນເຖືອງ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ທີ່ການພົບປະເຈລະຈາກັບທ່ານ Samdech Say Chhum ຮອງປະທານພັກ CPP, ປະທານສະພາສູງ ແຫ່ງ ລາຊະອານາຈັກ ກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ.
ທ່ານ ຫວໍວັນເຖືອງ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ທີ່ການພົບປະເຈລະຈາກັບທ່ານ Samdech Say Chhum ຮອງປະທານພັກ CPP, ປະທານສະພາສູງ ແຫ່ງ ລາຊະອານາຈັກ ກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ.

ຕອນບ່າຍວັນທີ 17 ຕຸລາ, ຢູ່ນະຄອນຫຼວງພະນົມເປັນ, ທ່ານ ຫວໍວັນເຖືອງ ໄດ້ເຂົ້າເຝົ້າ ພຣະບາດ ສົມເດັດ ພຣະບໍຣົມມະນຽດ Norodom Sihamoni ເຈົ້າຊີວິດ ແຫ່ງ ລາຊະອານາຈັກ ກໍາປູເຈຍ.

ທ່ານ ຫວໍວັນເຖືອງ ສະແດງຄວາມປິຕິຊົມຊື່ນກ່ຽວກັບການພົວພັນ ຫວຽດນາມ-ກໍາປູເຈຍ ໃນໄລຍະຜ່ານມາສືບຕໍ່ພັດທະນາອັນດີງາມໃນທຸກຂົງເຂດ, ນໍາເອົາຜົນປະໂຫຍດອັນແທດຈິງມາໃຫ້ປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ; ທ່ານຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນ ແລະສະຫງວນບຸລິມະສິດແຖວໜ້າໃຫ້ແກ່ການພົວພັນກັບກໍາປູເຈຍ; ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອຢ່າງຈິງໃຈ, ລໍ້າຄ່າ ແລະມີປະສິດທິຜົນເຊິ່ງເຈົ້າຊີວິດອົງກ່ອນ Norodom Sihanouk ກໍຄື ເຈົ້າຊີວິດ Norodom Sihamoni ໄດ້ສະຫງວນໃຫ້ແກ່ ຫວຽດນາມ ນັບແຕ່ກ່ອນຈົນມາຮອດປັດຈຸບັນ.

ເຈົ້າຊີວິດ Norodom Sihamoni ຕີລາຄາສູງຄວາມໝາຍການຢ້ຽມຢາມ ຂອງທ່ານ ຫວໍວັນເຖືອງ; ສົ່ງຄໍາຢ້ຽມຢາມຖາມຂ່າວຂອງ ພະລາຊີນີ ແລະເຈົ້າຊີວິດເຖິງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະບັນດາການນໍາຫວຽດນາມ. ເຈົ້າຊີວິດ Norodom Sihamoni ໄດ້ເນັ້ນໜັກເຖິງການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບອັນດີງາມ ແລະຍາມໃດກໍຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງກໍາປູເຈຍ ແລະຫວຽດນາມ; ສະແດງຄວາມປິຕິຊົມຊື່ນຕໍ່ເລື່ອງການນໍາສອງປະເທດ ສືບຕໍ່ຮັກສາ, ຍູ້ແຮງການພົວພັນຮ່ວມມືລະຫວ່າງກໍາປູຈຍ-ຫວຽດນາມ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ຮ່ວມມືຢູ່ພາກພື້ນ ແລະໃນໂລກ; ຊົມເຊີຍຜົນງານອັນໃຫຍ່ຫຼວງ, ຮອບດ້ານ ເຊິ່ງ ຫວຽດນາມ ບັນລຸໄດ້, ພິເສດແມ່ນໃນການຮັບມືກັບພະຍາດໂຄວິດ-19, ຟື້ນຟູການພັດທະນາເສດຖະກິດ-ສັງຄົມ, ຍົກສູງຖານະທີ່ຕັ້ງບົນເວທີສາກົນ; ຂອບໃຈຢ່າງເລິກເຊິ່ງຕໍ່ຫວຽດນາມ ທີ່ໄດ້ຊ່ວຍເຫຼືອກໍາປູເຈຍ ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດໃນເມື່ອກ່ອນ ກໍຄືຍາມໃດກໍສະໜັບສະໜູນ ກໍາປູເຈຍ ໃນພາລະກິດພັດທະນາປະເທດໃນປັດຈຸບັນ.

ໃນວັນດຽວກັນ, ທ່ານ ຫວໍວັນເຖືອງ ໄດ້ມີການພົບປະເຈລະຈາກັບທ່ານ Say Chhum. ສອງຝ່າຍໄດ້ເຫັນດີເປັນເອກະພາບສູງຕໍ່ທິດທາງການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ, ໃນນັ້ນມີການເພີ່ມທະວີການພົວພັນລະຫວ່າງສອງພັກ, ນໍາການພົວພັນດ້ານການເມືອງ ໃຫ້ເຂົ້າສູ່ລວງເລິກ, ຮັກສາບົດບາດແກ່ນສານ, ກໍານົດທິດທາງການພົວພັນສອງປະເທດ; ເຫັນດີສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວທີ່ຍັງເຫຼືອໃນ “ປີມິດຕະພາບ ຫວຽດນາມ-ກໍາປູເຈຍ, ກໍາປູເຈຍ-ຫວຽດນາມ 2022” ໃຫ້ເປັນຢ່າງດີ.

ສອງຝ່າຍເນັ້ນໜັກວ່າ ຕ້ອງເຮັດໃຫ້ການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ ແລະວິທະຍາສາດເຕັກນິກພັດທະນາຢ່າງບຸກທະລຸ; ຍົກສູງປະສິດທິຜົນການຮ່ວມມືດ້ານການຄ້າ, ການລົງທຶນກວ່າອີກ... ຫວຽດນາມ ແລະກໍາປູເຈຍ ສືບຕໍ່ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ຜັນຂະຫຍາຍບັນດາອະນຸສັນຍາ ແລະແຜນການຮ່ວມມືທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ສົມທົບກັນຮັກສາຄວາມສະຫງົບຢູ່ເຂດຊາຍແດນ; ສະໜັບສະໜູນເຊິ່ງກັນ ແລະກັນທີ່ເວທີຫຼາຍຝ່າຍ; ຮັກສາ ແລະຍົກສູງປະສິດທິຜົນການຮ່ວມມືລະຫວ່າງບັນດາຄະນະຂອງພັກ, ບັນດາກະຊວງ, ຂະແໜງການຂອງລັດ, ອົງການຈັດຕັ້ງປະຊາຊົນ ແລະທ້ອງຖິ່ນສອງປະເທດ.

la.qdnd.vn

ເຫດການ
302 Found

Found

The document has moved here.