ຄະນະຜູ້ແທນຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຢ້ຽມຢາມ, ເຮັດວຽກຢູ່ ອາເມລິກາ

10:17 | 19/10/2022

ຄະນະໄດ້ເຮັດວຽກກັບທ່ານ Mark Chandler - ຜູ້ອຳນວຍການ ສະພາການຄ້າສາກົນ, ຫ້ອງການເຈົ້າຄອງນະຄອນ San Francisco...

ເພີ່ມທະວີການພົວພັນຮ່ວມມື ຫວຽດນາມ - ອາເມລິກາ ເພີ່ມທະວີການພົວພັນຮ່ວມມື ຫວຽດນາມ - ອາເມລິກາ
ທ່ານຫົວໜ້າຄະນະເສດຖະກິດສູນກາງ ເຈິ່ນຕວນແອັງ ຢ້ຽມຢາມ, ເຮັດວຽກຢູ່ ແບນຊິກ ແລະ ອີຢູ ທ່ານຫົວໜ້າຄະນະເສດຖະກິດສູນກາງ ເຈິ່ນຕວນແອັງ ຢ້ຽມຢາມ, ເຮັດວຽກຢູ່ ແບນຊິກ ແລະ ອີຢູ
ທ່ານຮອງລັດຖະມົນຕີ ຟ້າມກວາງຮ້ຽວ ເຮັດວຽກຢູ່ ອາເມລິກາ (ພາບ:baoquocte.vn)
ທ່ານຮອງລັດຖະມົນຕີ ຟ້າມກວາງຮ້ຽວ ເຮັດວຽກຢູ່ ອາເມລິກາ (ພາບ:baoquocte.vn)

ຄະນະປະຕິບັດງານຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໂດຍທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຟ້າມກວາງຮ້ຽວ ນຳໜ້າ ຫາກໍ່ມີການປະຕິບັດງານຢູ່ ອາເມລິກາ. ທີ່ນິວຢອກ, ຄະນະມີການເຮັດວຽກກັບຜູ້ຕາງໜ້າສະມາຄົມຊາວໜຸ່ມ, ນັກສຶກສາ ຫວຽດນາມ ຢູ່ນິວຢອກ ແລະ ພົບປະກັບກຸ່ມພາລະກອນຊາວ ຫວຽດນາມ ພວມເຮັດວຽກຢູ່ ກອງກຳລັງຮັກສາສັນຕິພາບ ປະຈຳ ສປຊ.

ເມື່ອແລກປ່ຽນກັບສະມາຄົມຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ ນິວຢອກ, ທ່ານຮອງລັດຖະມົນຕີ ຟ້າມກວາງຮ້ຽວ ຢັ້ງຢືນວ່າ: ເຖິງວ່າລຸ້ນໜຸ່ມໄດ້ ກຳເນີດ ແລະ ເຕີບໃຫຍ່ຂຶ້ນຢູ່ປະເທດປະຈຳຖິ່ນ ຫຼື ໄປຕ່າງປະເທດເພື່ອຮ່ຳຮຽນ, ເຮັດວຽກກໍ່ຕາມ, ແຕ່ກໍ່ແມ່ນພາກສ່ວນບໍ່ອາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້ ແລະ ແມ່ນແຫຼ່ງກຳລັງສຳຄັນໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ, ແມ່ນໜຶ່ງໃນບັນດາຈຸດສຸມຂອງວຽກງານຊາວ ຫວຽດນາມ ຢູ່ຕ່າງປະເທດ.

ຢູ່ San Francisco, ຄະນະໄດ້ເຮັດວຽກກັບທ່ານ Mark Chandler - ຜູ້ອຳນວຍການ ສະພາການຄ້າສາກົນ, ຫ້ອງການເຈົ້າຄອງນະຄອນ San Francisco; ຢື້ຢາມຖາມຂ່າວ, ພົບປະກັບພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ San Francisco ແລະ ເຂດໃກ້ຄຽງ.

vovworld.vn

ເຫດການ
302 Found

Found

The document has moved here.