ຮ່າໂນ້ຍ ປາດຖະໜາຢາກຮ່ວມມືໃນຫຼາຍຂົງເຂດໃໝ່ກັບບັນດາຄູ່ຮ່ວມມືຂອງ ສິງກະໂປ

10:12 | 19/10/2022

ທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob ຫວັງວ່າ ນະຄອນຫຼວງ ຮ່າໂນ້ຍ ຈະແບ່ງປັນບົດຮຽນອັນລ້ຳຄ່າກ່ຽວກັບການອະນຸລັກຮັກສາເຂດປູຊະນີຍະສະຖານ, ມໍລະດົກ, ເຮືອນເກົ່າ.

ປະທານ EuroCham: ຫວຽດນາມ ນຳມາເຊິ່ງກາລະໂອກາດລົງທຶນອັນໃຫຍ່ຫຼວງໃຫ້ແກ່ບັນດາວິສາຫະກິດ ເອີລົບ ປະທານ EuroCham: ຫວຽດນາມ ນຳມາເຊິ່ງກາລະໂອກາດລົງທຶນອັນໃຫຍ່ຫຼວງໃຫ້ແກ່ບັນດາວິສາຫະກິດ ເອີລົບ
ບັນດາວິສາຫະກິດ ໂອຕຣິດ ຊອກຫາກາລະໂອກາດລົງທຶນຢູ່ ຫວຽດນາມ ບັນດາວິສາຫະກິດ ໂອຕຣິດ ຊອກຫາກາລະໂອກາດລົງທຶນຢູ່ ຫວຽດນາມ
ຮ່າໂນ້ຍ ປາດຖະໜາຢາກຮ່ວມມືໃນຫຼາຍຂົງເຂດໃໝ່ກັບບັນດາຄູ່ຮ່ວມມືຂອງ ສິງກະໂປ

ທ່ານ ດິງຕ໊ຽນຢູ້ງ, ເລຂາຄະນະພັກນະຄອນຫຼວງ ຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບທ່ານນາງ ປະທານາທິບໍດີ ສິງກະໂປ Halimah Yacob (ພາບ:Văn Điệp/TTXVN)

ຕອນເຊົ້າວັນທີ 18 ຕຸລາ, ທ່ານ ດິງຕ໊ຽນຢູ້ງ, ເລຂາຄະນະພັກນະຄອນຫຼວງ ຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບທ່ານນາງ ປະທານາທິບໍດີ ສິງກະໂປ Halimah Yacob ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທີ່ການຕ້ອນຮັບ, ທ່ານນາງປະທານາທິບໍດີ ສິງກະໂປ Halimah Yacob ຫວັງວ່າ ນະຄອນຫຼວງ ຮ່າໂນ້ຍ ຈະແບ່ງປັນບົດຮຽນອັນລ້ຳຄ່າກ່ຽວກັບການອະນຸລັກຮັກສາເຂດປູຊະນີຍະສະຖານ, ມໍລະດົກ, ເຮືອນເກົ່າ ກັບສິງກະໂປ ໃນວິວັດການກໍ່ສ້າງຕົວເມືອງທັນສະໄໝ; ສະເໜີພ້ອມກັບ ຮ່າໂນ້ຍ ຊຸກຍຸ້ການຮ່ວມມືໃນຂົງເຂດການສຶກສາ, ບຳລຸງສ້າງ, ຫວັງວ່ານະຄອນເອົາໃຈໃສ່ສະໜັບສະໜູນປະຊາຄົມວິສາຫະກິດ ສິງກະໂປ, ຜ່ານນັ້ນສົ່ງເສີມບັນດາວິສາຫະກິດພັດທະນາກ່ວາອີກ.

ສ່ວນທ່ານເລຂາຄະນະພັກນະຄອນຫຼວງ ຮ່າໂນ້ຍ ດິງຕ໊ຽນຢູ້ງ ເນັ້ນໜັກວ່າ: ໄລຍະຈະມາເຖິງ, ຮ່າໂນ້ຍ ປາດຖະໜາຢາກຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືທີ່ມີຢູ່ແລ້ວ ແລະ ເປີດກ້ວາງບັນດາຂົງເຂດຮ່ວມມືໃໝ່ກັບສິງກະໂປ, ພິເສດແມ່ນການວາງແຜນຜັງ ແລະ ຄຸ້ມຄອງເຂດຕົວເມືອງ; ການເງິນ, ສາທາລະນະສຸກ, ການທ່ອງທ່ຽວ, ພັດທະນານະຄອນອັດສະລິຍະ, ອຳນາດການປົກຄອງດີຈີຕອນ, ປົກປັກຮັກສາສິ່ງແວດລ້ອມ.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.