ວົງ​ເງິນ​ການ​ຄ້າ​ຫວຽດ​ນາມ-ລາວ ສຶບ​ຕໍ່​ເພີ່ມ​ຂຶ້ນ

09:46 | 18/10/2022

ຍອດວົງເງິນນຳເຂົ້າ-ສົ່ງອອກ ຂອງຫວຽດນາມ-ລາວ ໃນ 9 ເດືອນ ຂອງປີ 2022 ບັນລຸ 1,22 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 29% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

ຫວຽດ​ນາມ ແມ່ນ​​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຈັບ​ໃຈ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ໂດຍ ວາ​ລະ​ສານ Wanderlust ຄັດ​ເລືອກ ຫວຽດ​ນາມ ແມ່ນ​​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຈັບ​ໃຈ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ໂດຍ ວາ​ລະ​ສານ Wanderlust ຄັດ​ເລືອກ
ຫວຽດນາມ ເຂົ້າຮ່ວມກອງປະຊຸມ​ຄັ້ງທີ 215 ຂອງ​ສະພາບໍລິຫານງານ UNESCO ຫວຽດນາມ ເຂົ້າຮ່ວມກອງປະຊຸມ​ຄັ້ງທີ 215 ຂອງ​ສະພາບໍລິຫານງານ UNESCO
ດ່ານຊາຍແດນສາກົນ ຈາລໍ (ພາບ: VOV)
ດ່ານຊາຍແດນສາກົນ ຈາລໍ (ພາບ: VOV)

ວັນທີ 16 ຕຸລາ ອົງການການຄ້າ ຫວຽດນາມ ຢູ່ ລາວ, ໃຫ້ຮູ້ວ່າ ຍອດວົງເງິນນຳເຂົ້າ-ສົ່ງອອກ ຂອງຫວຽດນາມ-ລາວ ໃນ 9 ເດືອນ ຂອງປີ 2022 ບັນລຸ 1,22 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 29% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ໃນນັ້ນ, ການສົ່ງອອກຂອງຫວຽດນາມໄປລາວ ບັນລຸ 465,7 ລ້ານ ໂດລາສະຫະລັດ. ບັນດາປະເພດສິນຄ້າສົ່ງອອກຕົ້ນຕໍຂອງຫວຽດນາມ ໄປລາວ ລວມມີ ພືດຜັກ, ໝາກໄມ້, ນ້ຳມັນເຊື້ອໄຟ. ບັນດາສິນຄ້ານຳເຂົ້າຕົ້ນຕໍລວມມີ ຢາງພາລາ, ເຄື່ອງເຟີນິເຈີ້, ແຮ່ຈ່ານ ແລະ ແຮ່ທາດ.

ຕາມອົງການການຄ້າ ຫວຽດນາມ ຢູ່ລາວ, ດ້ວຍລະດັບການເຕີບໂຕຂອງວົງເງິນການຄ້າລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ ຄືໃນປະຈຸບັນນີ້, ຄາດວ່າຍອດວົງເງິນການຄ້າລະຫວ່າງສອງປະເທດໃນປີ 2022 ຈະບັນລຸໄດ້ປະມານ 1,6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນປະມານ 20% ເມື່ອທຽບໃສ່ປີ 2021.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.