ຫວຽດນາມ ໂຄສະນາຜະລິດຕະພັນຢູ່ງານຕະຫຼາດນັດອຸດສາຫະກຳທັນຍາຫານສາກົນ Sial Paris 2022

12:52 | 17/10/2022

ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ ດ້ວຍຮ້ານວາງສະແດງກວ່າ 80 ຮ້ານຂອງວິສາຫະກິດສົ່ງອອກ - ນຳເຂົ້າ.

EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022 EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022
ຫວຽດ​ນາມ ​ຕັ້ງ​ໜ້າ​​ປະ​ຕິ​ບັດ​ຂໍ້​ຕົກ​ລົງຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ Paris ຫວຽດ​ນາມ ​ຕັ້ງ​ໜ້າ​​ປະ​ຕິ​ບັດ​ຂໍ້​ຕົກ​ລົງຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ Paris
ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້ດ້ວຍຮ້ານວາງສະແດງກວ່າ 80 ຮ້ານ (ພາບ: TTXVN)
ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້ດ້ວຍຮ້ານວາງສະແດງກວ່າ 80 ຮ້ານ (ພາບ: TTXVN)

ໃນຂອບເຂດໂຄງການສົ່ງເສີມການຄ້າແຫ່ງຊາດ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ) ໄດ້ຈັດສົ່ງຄະນະນັກທຸລະກິດເຂົ້າຮ່ວມງານຕະຫຼາດນັດອຸດສາຫະກຳທັນຍາຫານສາກົນ Sial Paris 2022 ເຊິ່ງດຳເນີນໃນລະຫວ່າງວັນທີ 15 – 19 ຕຸລາ 2022, ຢູ່ນະຄອນຫຼວງ ປາຣີ, ປະເທດຝລັ່ງ.

ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ ດ້ວຍຮ້ານວາງສະແດງກວ່າ 80 ຮ້ານຂອງວິສາຫະກິດສົ່ງອອກ - ນຳເຂົ້າ. ບັນດາຮ້ານວາງສະແດງໄດ້ວາງສະແດງບັນດາຜະລິດຕະພັນຄື: ນ້ຳເຜິ້ງ, ໝາກພິກໄທ, ຜັກ, ໝາກໄມ້, ເຂົ້າສານ… ຂອງ ຫວຽດນາມ ຢູ່ຕະຫຼາດ ເອີລົບ.

ປີນີ້, Sial Paris 2022 ດຶງດູດວິສາຫະກິດປະມານ 7.000 ແຫ່ງເຂົ້າຮ່ວມ ວາງສະແດງຜະລິດຕະພັນ 400.000 ຢ່າງ ທີ່ມາຈາກ 119 ປະເທດໃນໂລກ. ຄາດວ່າ, ງານຕະຫຼາດນັດຄັ້ງນີ້ຈະຕ້ອນຮັບຜູ້ມາຊົມ 310.000 ເທື່ອຄົນ ທີ່ມາຈາກຫຼາຍກວ່າ 200 ປະເທດ ແລະ ເຂດແຄ້ວນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.