ຍສໝ - ສາດສະດາຈານ Bilveer Singh (ມະຫາວິທະຍາໄລແຫ່ງຊາດສິງກະໂປ) ຊີ້ໃຫ້ເຫັນວ່າ ການເດີນທາງຢ້ຽມຢາມລະດັບປະເທດທີ່ສິງກະໂປ ນັບແຕ່ວັນທີ 24 ຫາ 26 ກຸມພາ ຂອງປະທານປະເທດ ຫງວຽນຊວນຟຸກ ແມ່ນການຢືນຢັນຄືນການພົວພັນຮ່ວມມືອັນແໜ້ນແຟ້ນ ແລະ ຊ່ວຍເສີມສ້າງຮັດແໜ້ນສາຍພົວພັນອັນດີງາມຂອງສອງປະເທດຕື່ມຂຶ້ນອີກ.
ຍສໝ - ວັນທີ 12 ສິງຫາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດວັນທີ 2 ກັນຍາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມີ່ງເຕິມ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄອບຄົວຊາວຫວຽດນາມ ຢູ່ຕ່າງປະເທດ ທີ່ໄດ້ລ້ຽງດູ, ໜູນຊ່ວຍພະນັກງານ, ນັກຮົບອາສາສະໝັກ ຫວຽດນາມ ໃນການຕໍ່ຕ້ານ.
ຍສໝ - ຕອນບ່າຍວັນທີ 23 ພະຈິກ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ ພະນົມເປັນ - ກຳປູເຈຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິນແທງເໝີ໊ນ ແລະ ຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ຫວຽດນາມ ໄດ້ມີການພົບປະຢ່າງສະໜິດສະໜົມກັບພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ຢູ່ ກຳປູເຈຍ.
ຍສໝ - ກຳປັ່ນ SAR 27-01 (ສູນປະສານງານຄົ້ນຫາ, ກູ້ໄພການເດີນເຮືອ ຫວຽດນາມ) ໄດ້ນຳລູກເຮືອ MD Milon, ສັນຊາດ Bangladesh ຂອງກຳປັ່ນ Izumo ທີ່ເຈັບໜ້າເອິກຢ່າງຮຸນແຮງກັບມາທ່າກຳປັ່ນຍາຈາງຢ່າງປອດໄພ ແລະ ນຳສົ່ງໄປສຸກເສີນ.
ວັນທີ 9 ທັນວາ 2020, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເລຮວ່າຍຈູງ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ມົງໂກນ Munkhjin Batsumber ໄດ້ເປັນປະທານຮ່ວມວາລະປຶກສາຫາລືດ້ານການເມືອງລະຫວ່າງ ກະຊວງການຕ່າງປະເທດສອງປະເທດ ຫວຽດນາມ - ມົງໂກນ ຄັ້ງທີ 9 ດ້ວຍຮູບການທາງອອນລາຍ.
ຍສໝ - ລາຍລະອຽດແມ່ນ, ນະຄອນໂຮ່ຈີມິນຕັດສິນໃຈໜູນຊ່ວຍ 1,5 ຕື້ດົ່ງໃຫ້ແກ່ຊາວຫວຽດນາມ ແລະ ປະຊາຊົນປະສົບກັບຄວາມຫຍຸ້ງຍາກຢູ່ກຳປູເຈຍ, 1 ຕື້ ດົ່ງໃຫ້ແກ່ຊາວຫວຽດນາມ ອາໄສຢູ່ລາວ ແລະ ປະຊາຊົນລາວ ປະສົບກັບຄວາມຫຍຸ້ງຍາກ.
ຍສໝ - ກອງທຶນແຫ່ງຄວາມເມດຕາ ຊຸດເສື້ອຍາວພັນລະຍາ ເອີລົບ ໄດ້ຕັ້ງໜ້າຮຽກຮ້ອງການປະກອບສ່ວນຂອງບັນດາຊາວຫວຽດນາມພວມອາໄສ ແລະ ເຮັດວຽກຢູ່ ເອີລົບ ສະໜັບສະໜູນບັນດາແພດໝໍ ທີ່ພວມຕໍ່ສູ້ເພື່ອກູ້ເອົາຊີວິດຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງເວັນ ແລະ ຄືນ ຢູ່ ຫວຽດນາມ ເວົ້າລວມ ແລະ ນະຄອນໂຮ່ຈີມິນ ເວົ້າສະເພາະ.
ຍສໝ - ADMM – 14 ແລະ ADMM+ ຄັ້ງທີ 7 ແມ່ນສອງກອງປະຊຸມສຳຄັນທີ່ສຸດ, ສິ້ນສຸດບັນດາການເຄື່ອນໄຫວ, ກອງປະຊຸມການທະຫານ, ປ້ອງກັນຊາດ ອາຊຽນໂດຍກະຊວງປ້ອງກັນປະເທດ ເປັນເຈົ້າພາບຈັດຕັ້ງໃນປີຫວຽດນາມດຳລົງຕຳແໜ່ງເປັນປະທານອາຊຽນ 2020.
ຍສໝ - ແຕ່ວັນທີ 8-10 ກຸມພາ, ທ່ານ ນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ມີການໄປຢ້ຽມຢາມປະຕິບັດງານຢູ່ ມາເລເຊຍ. ທີ່ການເຮັດວຽກກັບສະຖານທູດຫວຽດນາມ ປະຈຳມາເລເຊຍ, ທ່ານນາງ ເລທິທູຮັ່ງ ໄດ້ຕີລາຄາສູງວຽກງານອະນຸລັກຮັກສາພາສາຫວຽດນາມ, ຈິດໃຈສິດສອນຂອງຄູອາຈານ ແລະ ການຮຽນຂອງນັກຮຽນຢູ່ ມາເລເຊຍ.
ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ຝູກວັກ (ແຂວງ ກຽນຢາງ) ໄດ້ມີການຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານເຮືອເຂດ 5. ທ່ານນາງ ຫວູທິຮວິ່ງມາຍ, ຫົວໜ້າຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: “ຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ຈະເປັນເສນາທິການ ແລະ ສະເໜີໃຫ້ບັນດາການນຳທຸກຂັ້ນ ແລະ ຊາວ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ຊຸກຍູ້ບັນດາການເຄື່ອນໄຫວມຸ່ງໄປເຖິງເຂດທະເລ ແລະ ໝູ່ເກາະຂອງບ້ານເກີດເມືອງນອນ ດ້ວຍການກະທຳທີ່ລະອຽດ, ແທດຈິງ”.
ຍສໝ - ປະຕິບັດໂຄງການພົວພັນຕ່າງປະເທດດ້ານປ້ອງກັນຊາດປີ 2023, ວັນທີ 19 ກັນຍາ, ທີ່ທຳນຽບຫ້າແຈ (ອາເມລິກາ), ທ່ານພົນໂທ ຮວ່າງຊວນຈຽນ, ກໍາມະການສູນກາງພັກ, ກໍາມະການຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະກ້າວຫນ້າທ່ານໝໍ Ely Ratner, ອາເມລິກາ. ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເປັນປະທານຮ່ວມການເຈລະຈານະໂຍບາຍປ້ອງກັນປະເທດ ຫວຽດນາມ - ອາເມລິກາ ໃນປີ 2023.
ຍສໝ - ທີ່ພິທີ, ທ່ານນາງ ໂຕທິບິກເຈົາ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ສະແດງຄວາມຂອບໃຈຕໍ່ການໜູນຊ່ວຍຂອງສະຫະສະມາຄົມການຄ້າອາເມລິກາ ປະຈຳຫວຽດນາມ ໃນການຮ່ວມແຮງຮ່ວມໃຈ, ພ້ອມກັບນະຄອນໂຮ່ຈີມິນໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ພ້ອມທັງຕີລາຄາສູງການຮ່ວມມືໃນຂົງເຂດສາທາລະນະສຸກລະຫວ່າງ ອາເມລິກາ ແລະ ຫວຽດນາມ.
ຍສໝ - ຕອນເຊົ້າຂອງວັນທີ 11 ມັງກອນ (ເວລາທີ່ຫວຽດນາມ), ທ່ານ ນາງ Mary Ng - ລັດຖະມົນຕີຮັບຜິດຊອບການຄ້າສາກົນ, ສົ່ງເສີມການສົ່ງອອກ, ວິສາຫະກິດຂະໜາດນ້ອຍ ແລະ ພັດທະນາເສດຖະກິດ ຂອງການາດາ ແລະ ທ່ານ ຫງວຽນຮົ່ງຢ໊ຽນ ລັດຖະມົນຕີກະຊວງອຸດສະຫະກຳການຄ້າຫວຽດນາມ ໄດ້ຮ່ວມກັນເປັນສັກຂີພະຍານໃນພິທີເຊັນບົດບັນທຶກຊ່ວຍຈຳ (MOU) ໃນຮູບແບບທາງໄກອອນໄລ໌ ແລະ ການສ້າງຕັ້ງຄະນະກຳມະການຮ່ວມດ້ານເສດຖະກິດ (JEC) ລະຫວ່າງ ຫວຽດນາມ ກັບ ການາດາ.
ຍສໝ - ຫວຽດນາມ ຢັ້ງຢືນຄືນໃໝ່ການສະໜັບສະໜູນບັນດາຄວາມມານະພະຍາຍາມ ເພື່ອແນໃສ່ເຊື່ອມຕໍ່ການໂອ້ລົມສົນທະນາ ແລະ ເປີດກວ້າງການຮ່ວມມືລະຫວ່າງ ອາເມລິກາ ແລະ ກູບາ ໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ບົນພື້ນຖານຄວາມສະເໝີພາບ, ເຄົາລົບອະທິປະໄຕ, ເອກະລາດ ແລະ ລະບົບການເມືອງຂອງແຕ່ລະປະເທດ.
ຍສໝ - ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ເນັ້ນໜັກວ່າ: ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳຄົງຄາ ຄວນໃຫ້ບຸລິມະສິດ ແລະ ສາມາດໜູນຊ່ວຍບັນດາປະເທດສະມາຊິກຍົກສູງກຳລັງແກ່ງແຍ້ງ ແລະ ພັດທະນາແບບຍືນຍົງ.
ຍສໝ - ດ້ວຍຄວາມເອົາໃຈໃສ່ ແລະ ບຸລິມະສິດຂອງພັກ ແລະ ລັດ ໄດ້ສະແດງອອກຜ່ານບັນດານະໂຍບາຍ ແລະ ໂຄງການຕົວຈິງ; ການເຂົ້າຮ່ວມຂອງກະຊວງ, ຄະນະ, ຂະແໜງການ, ສະມາຄົມ; ການຕອບສະໜອງຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ການເຄື່ອນໄຫວສິດສອນ ແລະ ຮຽນພາສາຫວຽດນາມ ໄດ້, ພວມສືບຕໍ່ແຜ່ຂະຫຍາຍໄປທົ່ວ 5 ທະວີບ. ການເຄື່ອນໄຫວນີ້ໄດ້ທຳລາຍບັນດາຮົ້ວກີດຂວາງດ້ານພາສາ, ຊຸກຍູ້ຊາວຫວຽດນາມຢູ່ຕ່າງປະເທດລຸ້ນທີ 2 ແລະ 3 ສືບຕໍ່ຮັກສາ ແລະ ເຊີດຊູບັນດາພາສາແມ່, ຮັກສາເອກະລັກແຫ່ງຊາດ.
ຍສໝ - ວັນທີ 25 ກໍລະກົດ, ຊາວໜຸ່ມ, ນັກສຶກສາຫວຽດທີ່ຢູ່ຕ່າງປະເທດໄດ້ມີໂອກາດໄປຮຽນຮູ້ກ່ຽວກັບວັດທະນະທໍາຈໍ່າ, ມໍລະດົກຫໍ, ທາດ ແລະ ວັດທະນະທໍາຊົນເຜົ່າຈໍ່າຢູ່ເຂດພື້ນທີ່ມີລົມຫາດຊາຍ ນິ່ງທ້ວນ ແລະ ບິ່ງທ້ວນ.
ຍສໝ - ໃນຊຸມມື້ນີ້, ທົ່ວພັກ, ກອງທັບ ແລະ ປະຊາຊົນທົ່ວປວງຊົນລ້ວນແຕ່ສະແດງຄວາມໄຫວ້ອາໄລເຖິງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ່າງສຸດຊຶ້ງ. ໃນຂະນະທີ່ປະຕິບັດໜ້າທີ່ຢູ່ຫ່າງໄກເປັນສິບພັນກິໂລແມັດຈາກປະເທດຊາດ, ຄະນະປະຕິບັດງານຮັກສາສັນຕິພາບຂອງ ສະຫະປະຊາຊາດຢູ່ ຊູດັງໃຕ້ ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສະຫະປະຊາຊາດ ໄດ້ເອົາທຸງລົງເຄິ່ງເສົາ ແລະ ຕັ້ງແທ່ນບູຊາຕໍ່ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເພື່ອໃຫ້ເພື່ອນມິດສາກົນໄດ້ມາໄຫວ້ອາໄລ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈ.
ຍສໝ - ໃນບົດຂຽນກ່ຽວກັບບົດບາດເປັນການນຳອາຊຽນຂອງຫວຽດນາມ ໄດ້ເອົາລົງໃນໜັງສືພິມ Nikkei Asia Review ໃນວັນທີ 25 ມິຖຸນາ, ນັກຊ່ຽວຊານໄດ້ຂຽນວ່າ ຫວຽດນາມປະຕິບັດການຕໍ່ສູ້ກັບໂລກລະບາດໄດ້ເປັນຢ່າງດີ ແລະ ໄດ້ຮັບການເຄົາລົບຈາກບັນດາປະເທດສະມາຊິກອາຊຽນຄືສິງກະໂປ, ໄທ ແລະ ມາເລເຊຍ.
ຍສໝ - ການຢ້ຽມຢາມຫວຽດນາມຄັ້ງນີ້ຂອງທ່ານ Szijjarto Peter ແມ່ນກາລະໂອກາດເພື່ອໃຫ້ສອງຝ່າຍປຶກສາຫາລື ແນໃສ່ແກ້ໄຂບັນດາຂໍ້ຕິດຂັດກໍ່ຄືເພີ່ມທະວີການພົວພັນທາງການທູດ, ການຮ່ວມມືກ່ຽວກັບວັດທະນະທຳລະຫວ່າງສອງປະເທດ.