ຮ່າ​ໂນ້ຍ​ຈັດ​ຕັ້ງ​ການ​ພົບ​ປະ​ສົນ​ທະ​ນາ ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ວິ​ສາ​ຫະ​ກິດ ທີ່​ມີ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ

14:00 | 23/10/2021

ຍ​ສ​ໝ - ເມື່ອບໍ່ດົນມານີ້​, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ ຮ່າ​ໂນ້ຍ​ໄດ້​ຈັດ​ຕ​ັ້ງ​ກອງ​ປະ​ຊຸມ “ສົນ​ທະ​ນາ ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ ທີ່​ມີ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ໃນ​ບໍ​ລິ​ເວນ​ນະ​ຄອນ ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19”.

ຮ່າ​ໂນ້ຍ​ບໍ່​ນຳ​ໃຊ້​ໜັງ​ສື​ເດີນ​ທາງນັບ​ແຕ່​ເວ​ລາ 6 ໂມງ​ຂອງວັນ​ທີ 21 ກັນ​ຍາ. ຮ່າ​ໂນ້ຍ​ບໍ່​ນຳ​ໃຊ້​ໜັງ​ສື​ເດີນ​ທາງນັບ​ແຕ່​ເວ​ລາ 6 ໂມງ​ຂອງວັນ​ທີ 21 ກັນ​ຍາ.
ນັບ​ແຕ່​ເວ​ລາ 12 ໂມງ​ຂອງວັນ​ທີ 16 ກັນ​ຍາ, ມີຫຼາຍ​ເມືອງ ຢູ່ ຮ່າ​ໂນ້ຍ​ ໄດ້ຮັບອະ​ນຸ​ຍາດ​ໃຫ້​ເປີດ​​ຮ້ານ​ດຳ​ເນີນ​ທຸ​ລ​ະ​ກິດ​ຄືນ​ໃໝ່ຈຳນວນໜຶ່ງ ນັບ​ແຕ່​ເວ​ລາ 12 ໂມງ​ຂອງວັນ​ທີ 16 ກັນ​ຍາ, ມີຫຼາຍ​ເມືອງ ຢູ່ ຮ່າ​ໂນ້ຍ​ ໄດ້ຮັບອະ​ນຸ​ຍາດ​ໃຫ້​ເປີດ​​ຮ້ານ​ດຳ​ເນີນ​ທຸ​ລ​ະ​ກິດ​ຄືນ​ໃໝ່ຈຳນວນໜຶ່ງ
ຮ່າ​ໂນ້ຍ​ຈັດ​ຕັ້ງ​ການ​ພົບ​ປະ​ສົນ​ທະ​ນາ ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ວິ​ສາ​ຫະ​ກິດ ທີ່​ມີ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ
ກອງ​ປະ​ຊຸມ (ພາບ: dangcongsan.vn)

ຜູ້​ຕາ​ງ​ໜ້າ​ສະ​ຖານ​ທູດ ບັນ​ດາ​ປະ​ເທດ ອາ​ເມ​ລິ​ກາ, ຝ​ລັ່ງ, ອັງ​ກິດ, ເຢຍ​ລະ​ມັນ, ສິງ​ກະ​ໂປ, ຜູ້​ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ IFC, ຜູ້​ຕາງ​ໜ້າ​ສະ​ຫະ​ສະ​ມາ​ຄົ​ມ ວິ​ສາ​ຫະ​ກິດ​ Eurocham, ບັນ​ດາ​ວິ​ສາ​ຫະ​ກິດ FDI ທີ່ພວມ​ເຄື່ອນ​ໄຫວໃນ​ບໍ​ລິ​ເວນ ນະ​ຄອນ ຮ່າ​ໂນ້ຍ… ເຂົ້າ​ຮ່ວມກອ​ງ​ປະ​ຊຸມ.

ຢູ່ກອງ​ປະ​ຊຸມ​ຄັ້ງ​ນີ້ ນະ​ຄອນ​ຮ່າ​ໂນ້ຍ ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ແລະ ໝາກ​ຜົນ​ຂອງ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກໃຫ້​ແກ່ວິ​ສາ​ຫະ​ກິດ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ພ້ອມ​ທັງ​ຈະ​ສະ​ໜອງ​ຂໍ້​ມູນ​ກ່ຽວ​ກັບ​ວິ​ທີ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ວິສາ​ຫະ​ກິດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ເປັນ​ຕົ້ນ​ແມ່ນ​ໃນ​ຂະ​ນະ​ທີ່ ຮ່າ​ໂນ້ຍ ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະສະ​ພາບ​ປົກ​ກະ​ຕິ​ໃໝ່” ພາຍຫຼັງຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້.

​ກອງ​ປະ​ຊຸມ​ພ້​ອມ​ກັນ​ແລກ​ປ່ຽນ, ຖາມ​ຕອບ​ໂດຍ​ກົງ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ຕິດ​ຂັດ​ທີ່​ວິ​ສາ​ຫະ​ກິດ​ປະ​ສົບ​ໃນ​ໄລ​ຍະ​ທຳການຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ຄື​ບັນ​ດາ​ບັນ​ຫາ​ດ້ານ​ພາ​ສີ, ອາ​ກອນ, ປະ​ກັນ​​ສັງ​ຄົມ, ວັກ​ຊິນ, ການ​ສະ​ໜອ​ງ ແລະ ຕໍ່​ກຳ​ນົດ​ໃບ​ອະ​ນຸດ​ຍາດ​ການ​ອອກ​ແຮງ​ງານ​ຂອງນັກ​ຊ່ຽວ​ຊານ ແລະ ຜູ້​ອອກ​ແຮງ​ງານ​ຕ່າງ​ປະ​ເທດ, ຂໍ້​ກຳ​ນົດ​ໃນ​ການ​ຈຳ​ກັດ​ການ​ເຂົ້າ​ອອກ​ເມືອງ, ປະ​ຕິ​ບັດ​ຂໍ້​ກຳ​ນົດ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ ແລະ ບາງ​ບັນ​ຫາ​ການ​ແພດ​ຂອງວິ​ສາ​ຫະ​ກິດ, ບາງວິ​ສາ​ຫະ​ກິດທີ່ມີລັກສະນະຈຳເພາະ (ຂົງ​ເຂດ​ການ​ສຶກ​ສາ​ບຳ​ລຸງ​ສ້າງ) ທີ່​ຍັ​ງ​ບໍ່​ທັນ​ສືບ​ຕໍ່​ເຄື່ອນ​ໄຫວ.

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ ດິງ​ຕຽນ​ຢຸງ ເລ​ຂ​າ​ອົງ​ຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ ດ້ວຍ​ຄວາມ​ຫວັງ​ຢາກ​ດຶງ​ດູດ​ແຫຼ່ງ​ກຳ​ລັງຫຼາຍ​ຢ່າງ​ເຂົ້າ​ມາ​​ລົງ​ທຶນຢູ່ນະ​ຄອນຫຼວງ, ອຳ​ນາດ​ການ​ປົກ​ຄອງ ນະ​ຄອນ​ຮ່າ​ໂນ້ຍ ໄດ້ ແລະ ພວມ​ສຸ​ມ​ໃສ່​ແກ້​ໄຂ ​ຄວ​າມ​ຫຍຸ້ງ​ຍາກ, ສິ່ງ​ຕິດ​ຂັດ​ໃຫ້​ແກ່​ນັກ​ລົງ​ທຶນ, ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ປັບ​ປຸງ​ສະ​ພາ​ບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນດຳເນີນທຸລະກິດ ເພື່ອ​ຍົກ​ສູງ​ກຳ​ລັງ​ຄວາມ​ແກ້ງ​ແຍ່ງ​ຂອງນະ​ຄອນ. ໄລ່​ຮອດ​ຈຸດ​ເວ​ລາ​ປັດ​ຈຸ​ບັນ, ໃນ​ບໍ​ລິ​ເວນ​ນະ​ຄອນ ດຶງ​ດູດ​ໄດ້ 6.625 ​ໂຄງ​ການ​ລົງ​ທຶນ​ຕ່າງ​ປະ​ທດ, ດ້ວຍຍອດ​ທຶນ​ຈົດ​ທະ​ບຽນ​ປະ​ມານ 48,7 ຕື້ USD. ໄລ່​ສະ​ເພາະ​ໃນ​ປີ 2018 ແລະ ປີ 2019, ນະ​ຄອນ​ຮ່າ​ໂນ້ຍ ໄດ້​ນຳ​ໜ້າ​ໃນ​ທົ່ວ​ປະ​ເທດ ກ່ຽວ​ກັບ​ການ​ດຶງ​ດູດ​ເງິນ​ລົງ​ທຶນ​ຈາກ​ຕ່າງປະ​ເທດ, ດ້ວຍຍອດ​ເງິນ​ລົ​ງ​ທຶນ ປະ​ມານ 7,5 ຕື້ USD ແລະ 8,67 ຕື້ USD, ປີ 2020, ນະ​ຄອນ​ຮ່າ​ໂນ້ຍ ຢືນ​ຢູ່​ອັນ​ດັບ​ທີ 3 ໃນ​ທົ່ວ​ປະ​ເທດ ດ້ວຍຍອດ​ເງິນ​ລົງ​ທຶນ ແມ່ນ 3,83 ຕື້ USD.

ໃນ 9 ເດືອນ​ຕົ້ນ​ປີ 2021, ເຖິງວ່າ ​ຮ່າ​ໂນ້ຍ ຖືກ​ຜົນ​ກະ​ທົບ​ຫ​ຍໍ້​ທໍ້ຫຼາ​ຍ​ຢ່າງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ແຕ່​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ ຍັງ​ສືບ​ຕໍ່​ເຊື່ອ​ໝັ້ນ, ມີ​ຄວາມ​ປະ​ເອີບ​ໃຈ ຕໍ່​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຂອງ ນະ​ຄອນ ທີ່​ໄດ້​ມາ​ລົງ​ທຶນ​ເຂົ້າ​ຮ່າ​ໂນ້ຍ ດ້ວຍຍອດ​ເງິນ​ລົງ​ທຶນ​ແມ່ນ 1,28 ຕື້ USD, ຜ່ານ​ນັ້ນ​ ກໍ່ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໝາກ​ຜົນ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ລວມ​ຂອງ​ນະ​ຄອນ, ດ້ວຍ​ປະ​ມານ 10% ຍອດ​ລາຍ​ຮັບ​ຂອງ​ງົ​ບ​ປະ​ມານ, 12,6% ເງິນ​ລົງ​ທຶນ​ພັດທະ​ນາ, 30% ຍອດ​ວຽກ​ເຮັດ​ງານ​ທຳ ແລະ 45% ຍອດ​ວົງ​ເງິນ​ສົ່ງ​ອອກ​ນຳ​ເຂົ້າ​ຂອ​ງ​ທົ່ວ​ນະ​ຄອນ.

ທ່ານ ດິງ​ຕຽນ​ຢຸງ ເລ​ຂາ​ອົງ​ຄະ​ນະ​ພັກ​ນະ​ຄອນ​ໄດ້​ຊີ້​ແຈ້ງວ່າ ໂດຍເຂົ້າ​ໃຈ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19, ຮ່າ​ໂນ້ຍ​ໄດ້ ແລະ ພວມ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ, ປະ​ຕິ​ບັດຫຼາຍ​ມາດ​ຕະ​ການ​ເພື່ອ​ຄວບ​ຄຸມ​ໂລກ​ລະ​ບາດ​ໂດຍ​ໄວທີ່​ສຸດ. ພ້ອມ​ທັງ​ສຸມ​ໃສ່​ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ, ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ເພື່ອ​ຮັກ​ສາ ແລະ ຟື້ນ​ຟູ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ.

ທາງ​ນະ​ຄອນ​ໄດ້​ຊີ້​ນຳ​ກົມ​ພາ​ສາອາ​ກອນ ຮ່າ​ໂນ້ຍ ປະ​ຕິ​ບັດ​ການ​ຕໍ່​ກຳ​ນົດ​ເວ​ລາ​ເກັບ​ພາ​ສີ​ມູນຄ່າເພີ່ມ​, ພາ​ສີ​ລາຍ​ຮັບ​ວິ​ສາ​ຫະ​ກິດ, ພາ​ສີ​ລາຍ​ຮັບ​ສ່ວນ​ຕົວ ແລະ ພາ​ສີ​ທີ່​ດິນ​ໃນ​ປີ 2021 ໃຫ້​ແກ່​ຜູ້​ເສຍ​ພາ​ສີ 31.000 ຄົນໂດຍ​ໄວ, ດ້ວຍຍອ​ດ​ຈຳ​ນວນ​ເງິ​ນ​ເກັບ​ພາ​ສີ ແລະ ເງິນ​ເຊົ່າ​ທີ່​ດິນ ທີ່ໄດ້​ຕໍ່​ກຳ​ນົດ ປະ​ມານ 22.000 ຕື້​ດົ່ງ ຕາມ​ຂໍ້​ກຳ​ນົດ​ຂອງ​ມະ​ຕິ​ເລກ​ທີ 52 ຂອງ ລັດ​ຖະ​ບານ. ປະ​ຕິ​ບັດກາ​ນຫຼຸດ​ຜ່ອນ 30% ຄ່າ​ເຊົ່າ​ທີ່​ດິນ ທີ່ຕ້ອງ​ຈ່າຍ​ໃຫ້​ແກ່​ຜູ້​ເກັບ​ພາ​ສີ 650 ຄົນ, ດ້ວຍຈຳ​ນວນ​ເງິນ​ເຊົ່າ​ທີ່​ດິນ​ໄດ້ຫຼຸດ​ລົງ​ປະ​ມານ 250 ຕື້​ດົ່ງ ຕາມ​ຂໍ້​ກຳ​ນົດ​ຢູ່​ມະ​ຕິ​ເລກ​ທີ 27 ຂອງ ນາ​ຍົກ​ລັດ​ຖະ​ມົນ​ຕີ.

ປັດ​ຈຸ​ບັນ, ຮ່າ​ໂນ້ຍ ແມ່ນ​ທ້ອງ​ຖິ່ນ​ຢືນ​ອັນ​ດັບ​ທີ 3 ໃນ​ທົ່ວ​ໂລກ ກ່ຽວ​ກັບ​ຍອດ​ຈຳ​ນວນ​ເງິນ​ລົງ​ທຶນ​ຈາກ​ຈ່າງ​ປະ​ເທດ. ເງິນ​ລົງ​ທຶນ​ຈາກ​ຕ​່າງ​ປະ​ເທດ ຢູ່ ຮ່າ​ໂນ້ຍ​ ນັບ​ແຕ່​ຕົ້ນ​ປີ ມາ​ຮອດ​ປັດ​ຈຸ​ບັນ​ບັນ​ລຸ 1,28 ຕຶ້ USD. ໃນ​​ນັ້ນ​ ການ​ຈົດ​ທະ​ບຽນ​ໃໝ່ 256 ໂຄງ​ການ​ດ້ວຍຍອດ​ເງິນ​ລົງ​ທຶນ ແມ່ນ 144 ລ​້ານ USD, ເພີ່ມ​ຂຶ້ນ 93 ໂຄງ​ການ ​ຕື່ມ​ອີກ 686 ລ້ານ USD ແລະ 346 ນັກ​ລົງ​ທຶນ​ຕ່າງ​ປະ​ເທດ ໄດ້​ຈົດ​ທະ​ບຽນ​ປະ​ກອບ​ທຶນຊື້​ຫຸ້ນ ດ້ວຍ​ຈຳ​ນວນ​ທຶນ 450 ລ້ານ USD.

ການ​ດຶງ​ດູດ​ເງິນ​ລົງ​ທຶນ​ພາຍ​ໃນ​ປະ​ເທດ ໃນ​ໄລ​ຍະ 9 ເດືອນ​ຕົ້ນ​ປີ ບັນ​ລຸ 9.650 ຕື້​ດົ່ງ, ລວມ​ມີ 12 ໂຄງ​ການ​ໃໝ່ ດ້ວຍຍອດ​ເງິນ​ລົງ​ທຶນ 1.799 ຕື້​ດົ່ງ ແລະ 59 ໂຄງ​ການ​ເພີ່ມ​ທຶນ 7.852 ຕື້​ດົ່ງ. ຈຳ​ນວນ​ວິ​ສາ​ຫະ​ກິດ ສ້າງ​ຕັ້ງ​ໃໝ່​ໃນ 9 ເດືອນ​ບັນ​ລຸ 17.328 ແຫ່ງ ດ້ວຍ​ຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ແມ່ນ 232,3 ພັນ​ຕື້​ດົ່ງ, ມີ​ວິ​ສາ​ຫະ​ກິດ 8.310 ແຫ່ງ​ທີ່ມີ​ການ​ເຄື່ອນ​ໄຫວ​ຄືນ, ເພີ່ມ​ຂຶ້ນ 77% ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ໄລ່ຮອດໝົດ​ເດືອນ​ກັນ​ຍາ ປີ 2021, ໃນ​ບໍ​ລິ​ເວນ​ນະ​ຄອນ ມີວ​ິ​ສາ​ຫະ​ກິດ ລວມ​ທັງ​ໝົດ 318.789 ແຫ່ງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.