ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່ ນິວ​ຢອກ​ພົບ​ປະ​ທາງ​ອອນ​ລາຍ​ເພື່ອ​ຕ້ອ​ນ​ຮັບ​ປີ​ໃໝ່​ສະ​ລຸ

09:42 | 05/02/2021

ຍ​ສ​ໝ - ອາ​ທິດ​ຜ່ານ​ມາ, ຄະ​ນະ​ຜູ້​ຕ​າ​ງ​ໜ້​າ ຫວຽດ​ນາມ​ປະ​ຈຳ​ສ​ປ​ຊ ພ້ອມ​ກັບ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ​ນະ​ຄອນ​ນິວ​ຢອກ ໄດ້​ຈັດ​ຕັ້ງ​ການ​ພົ​ບ​ປະທາງ​ອອນ​ລາຍ​ເພື່ອ​ຕ້ອນ​ຮັບ​ບຸນ​ເຕັດ​ສະ​ລຸ.

ປະ ຊາ ຄ ມ ຊາວ ຫວຽດ ນາມ ອາ ໄສ ຢ ນ ວ ຢອກ ພ ບ ປະ ທາງ ອອນ ລາຍ ເພ ອ ຕ ອ ນ ຮ ບ ປ ໃໝ ສະ ລ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສ້າງ​ສາ​ປະ​ເທດ​ຊາດ
ປະ ຊາ ຄ ມ ຊາວ ຫວຽດ ນາມ ອາ ໄສ ຢ ນ ວ ຢອກ ພ ບ ປະ ທາງ ອອນ ລາຍ ເພ ອ ຕ ອ ນ ຮ ບ ປ ໃໝ ສະ ລ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າ​ງ​ປະ​ເທດ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຜົນ​ສຳ​ເລັດ​ຂອງ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ
ປະ ຊາ ຄ ມ ຊາວ ຫວຽດ ນາມ ອາ ໄສ ຢ ນ ວ ຢອກ ພ ບ ປະ ທາງ ອອນ ລາຍ ເພ ອ ຕ ອ ນ ຮ ບ ປ ໃໝ ສະ ລ
ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິ່ງ​ກຸ໊ຍ ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ (ພາບ: TTXVN)

ເຫດ​ການ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ, ພະ​ນັກ​ງ​ງານ, ນັກ​ຮຽນ, ນັກ​ສຶກ​ສາ​ຫວຽດ​ນາມ ກ່​ວາ 100 ຄົນ ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ ທີ່​ພວມ​ດຳ​ລົງ​ຊີ​ວິດ, ອອກ​ແຮງ​ງານ, ຮ່ຳ​ຮຽນ​ຢູ່ຫຼາຍ​ບ່ອນ​ໃນ​ປະ​ເທດ​ອາ​ເມ​ລິ​ກາ, ເປັນ​ຕົ້ນ​ແມ່ນ ນິວ​ຢອກ ແລະ ເຂດ​ໃກ້​ຄຽງ.

ກ່າວ​ຄຳ​ເຫັນ​ທີ່​ການ​ພົວ​ປະ​ ຈາກ​ຮ່າ​ໂນ້ຍ ພາຍຫຼັງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ ທີ່​ຫາ​ກໍ່​ອັດ​ລົງ, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິ່ງ​ກຸ໊ຍ ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ໄດ້​ແຈ້ງ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ​ຮັບ​ຊາບ​ກ່ຽວ​ກັບ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ໃຫຍ່ກ່ຽວ​ກັບ​ສຸ​ຂະ​ພາບ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເພື່ອ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ອຸ່ນ​ອ່ຽນ​ໃຈ, ກໍ່​ຄື​ສະ​ພາບ​ການ​ພາຍ​ໃນ​ປະ​ເທດ​ໃນ​ປີ 2020 ທີ່​ຜ່ານ​ມາ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດຸ່ງ​ກຸ໊ຍ ກໍ່​ໄດ້​ແຈ້ງ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຮັບ​ຊາບ​ສະ​ພາບ​ການ​ຕ້​ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ຫວຽດ​ນາມ ກໍ່​ຄື​ຄຳ​ໝັ້ນ​ສັນ​ຍາ​ຂອງ​ລັດ​ຖະ​ບານ​ຈະ​ຄວບ​ຄຸມ​ໂລກ​ລະ​ບາດ​ໄດ້​ເປັນ​ຢ່າງ​ດີ ເພື່ອ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ພາຍ​ໃນ​ປະ​ເທດ​ອຸ່ນ​ອ່ຽນ​ໃຈ​ຕ້ອນ​ຮັບ​ບຸນ​ເຕັດ​ສະ​ລຸ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດຸ່ງ​ກຸ໊ຍ ກໍ່​ໄດ້​ແບ່ງ​ບັນ​ຂໍ້​ມູນ​ທີ່​ວ່າ ຫວຽດ​ນາມ​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ເປົ້າ​ໝາຍ​ຄວບ​ຄູ່​ໃນ​ປີ 2020: ທັງ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ທັງຄວບ​ຄຸມ​ໄດ້​ໂລກ​ລະ​ບາດ​ໂຄວິດ - 19.

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ແລ້ວ, ໃນ​ສະ​ພາບ​ການ​ປະ​ສົບ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ສຳ​ເລັດ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ ແລະ ບົດ​ບາດ​ເປັນ​ກຳ​ມະ​ການ​ບໍ່​ປະ​ຈຳ​ການ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ, ພ້ອມ​ທັງ​ສ້າງ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ ແລະ ສັງ​ຄົມ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິ່ງ​ກຸ໊ຍ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ສົມ​ກຽມ ແລະ ຕີ​ລາ​ຄາ​ສູງບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ລ້ຳ​ຄ່າ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຕໍ່​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ, ຫວັງ​ວ່າ ພໍ່​ແມ່​ປະ​ຊາ​ຊົນ​ຍາມ​ໃດ​ກໍ່​ຮັກ​ສາ​ນ້ຳ​ໃຈ​ສະ​ໜິດ​ຕິດ​ພັນ​ກັບ​ບ້ານ​ເກີດ​ເມືອງນອນ​ຫວຽດ​ນາມ ແລະ ປະ​ກອບ​ສ່ວນ​ເຂົ້າ​ການ​ພັດ​ທະ​ນາ ແລະ ກາ​ນ​ພົວ​ພັນ​ທາງ​ກາ​ນ​ທູດ​ທີ່​ເລິກ​ເຊິ່ງກວ້າງ​ຂວາງ​ຂອງ​ປະ​ເທດ​ຊາດ.

ທ່ານ​ສະ​ແດງ​ຄວາມ​ຫວັງ​ວ່າ ໂລກ​ຈ​ະ​ຜ່ານ​ຜ່າ​ໂລກ​ລ​ະ​ບາດ​ໂຄວິດ - 19 ໃນ​ປີນີ້ ແລະ ຫວຽດ​ນາມ ຈະ​ມີ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ລະ​ດູ​ຮ້ອນ​ຈະ​ມາ​ເຖິງ​ໂດຍ​ໄວ.

ປະ ຊາ ຄ ມ ຊາວ ຫວຽດ ນາມ ອາ ໄສ ຢ ນ ວ ຢອກ ພ ບ ປະ ທາງ ອອນ ລາຍ ເພ ອ ຕ ອ ນ ຮ ບ ປ ໃໝ ສະ ລ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສ້າງ​ສາ​ປະ​ເທດ​ຊາດ

ຍ​ສ​ໝ - ທ່ານ ດັ້ງ​ມິງ​ຄອຍ ຮອງ​ລັດ​ຖະ​ມົນ​ຕີ ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຊາວ​ຫວຽດ​ນາມອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ໃນ​ຊຸມ​ປີ​ຜ່ານ​ມາ ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທດ​ເວົ້າ​ລວມ ແລະ ນ​ະ​ຄອນ ໂຮ່​ຈີ​ມິນ​ເວົ້າ​ສະ​ເພາະ.

ປະ ຊາ ຄ ມ ຊາວ ຫວຽດ ນາມ ອາ ໄສ ຢ ນ ວ ຢອກ ພ ບ ປະ ທາງ ອອນ ລາຍ ເພ ອ ຕ ອ ນ ຮ ບ ປ ໃໝ ສະ ລ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າ​ງ​ປະ​ເທດ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຜົນ​ສຳ​ເລັດ​ຂອງ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ທ່ານ ດ່າວດ້າຍຫ໋າຍ, ຮອງປະທານສະມາຄົມຊາວຫວຽດນາມ ອາໄສຢູ່ ນະຄອນ Saint.Peterbury ສະຫະພັນ ລັດເຊຍ ຖືວ່າ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກແມ່ນເຫດການການເມືອງທີ່ສຳຄັນຍິ່ງ, ມີຄວາມໝາຍດ້ານປະຫວັດສາດ, ສ້າງຂີດໝາຍບາດກ້າວພັດທະນາໃໝ່ຂອງປະເທດຊາດ.

ປະ ຊາ ຄ ມ ຊາວ ຫວຽດ ນາມ ອາ ໄສ ຢ ນ ວ ຢອກ ພ ບ ປະ ທາງ ອອນ ລາຍ ເພ ອ ຕ ອ ນ ຮ ບ ປ ໃໝ ສະ ລ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ກາ​ນາ​ດາ​ຕ້ອນ​ຮັບ​ບຸນ​ເຕັດ ປີ​ສະ​ລຸ ທາງ​ອອນ​ລາຍ

ຍ​ສ​ໝ - ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈຳ​ກາ​ນາ​ດາ​ໄດ້​ສົມ​ທົບ​ກັບ​ສະ​ມາ​ຄົມ ກາ​ນາ​ດາ - ຫວຽດ​ນາມ (CVS) ຈັດ​ຕັ້ງ​ເຫດ​ການ​ທາງ​ອອນ​ລາຍ “ບຸນ​ເຕັດ​ຫວຽດ​ນາມ: ປະ​ຊາ​ຄົມ​ເຂັ້ມ​ແຂງ ແລະ ອົງອາດກ້າແກ່ນ”.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.