ໂຍະ​ຍານ​ນະ​ໂຍ​ບາຍ​ວີ​ຊາ: ກາ​ລະ​ໂອ​ກາດ​ຄຳ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ

06:00 | 31/03/2023

ຍ​ສ​ໝ - ຫ້ອງວ່າ​ການ​ລັດ​ຖະ​ບານ​ຫາ​ກໍ່​ປະ​ກາດບົດສະຫຼຸບ​ຂອງ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ ​ຢູ່ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຍົກ​ເວັ້ນ​ວີ​ຊາແບບຝ່າຍ​ດຽວ​ຂອງ ຫວຽດ​ນາມ ໃຫ້​ແກ່​ພົນ​ລະ​ເມືອງ​ບັນ​ດາ​ປະ​ເທດ ແລະ ບາງ​ນະ​ໂຍ​ບາຍ​ໃໝ່​ໃນ​ຂົງ​ເຂດ​ຄຸ້ມ​ຄອງ​ການ​ສົ່ງ​ອອກ​ນຳ​ເຂົ້າ, ຜ່ານ​ແດນ, ພັກ​ເຊົາ​ຂອງ​ຊາວ​ຕ່າງ​ປະ​ເທດ​ຢູ່ ຫວຽດ​ນາມ.

ມີຫຼາຍ​ລາຍ​ການ​ທີ່​ພົ້ນ​ເດັ່ນ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ໃນ​ໂອ​ກາດພິທີ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ ມີຫຼາຍ​ລາຍ​ການ​ທີ່​ພົ້ນ​ເດັ່ນ​ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ໃນ​ໂອ​ກາດພິທີ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ
ນາ​ຍົກ​ລັດ​ຖະ​ມົນ​ຕີ: ນຳຫວຽດ​ນາມ​ເຂົ້າ​ໃນ​ກຸ່ມ 30 ປະ​ເທດ​ທີ່​ມີກຳລັງຄວາມ​ສາ​ມາດ​ໃນ​ການການ​ແກ່ງແຍ້ງ​ດ້ານ​ການ​ທ່ອງ​ທ່ຽວ​ແຖວ​ໜ້າ ນາ​ຍົກ​ລັດ​ຖະ​ມົນ​ຕີ: ນຳຫວຽດ​ນາມ​ເຂົ້າ​ໃນ​ກຸ່ມ 30 ປະ​ເທດ​ທີ່​ມີກຳລັງຄວາມ​ສາ​ມາດ​ໃນ​ການການ​ແກ່ງແຍ້ງ​ດ້ານ​ການ​ທ່ອງ​ທ່ຽວ​ແຖວ​ໜ້າ
ພາບ​ປະ​ກອບ: nhipsongkinhdoanh
ພາບ​ປະ​ກອບ: nhipsongkinhdoanh

ຖ້າ​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ໂດຍ​ໄວ​ໃນ​ກອງ​ປະ​ຊຸມ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ພຶດ​ສະ​ພາ​ຈະ​ມາ​ເຖິງ, ການສະ​ເໜີ​ໂຍະຍານ​ນະ​ໂຍ​ບາຍ​ວີ​ຊາ​ຂອງ​ລັດ​ຖະ​ບານ ຈະ​ສ້າງ​ການກ​ະ​ຕຸກ​ຊຸກ​ຍູ້​ຢ່າງ​ແຮງ​ໃຫ້​ແກ່​ຂະ​ແໜງ​ການ​ທ່ອງ​ທ່ຽວ, ສ້າງ​ກຳ​ລັງ​ແຮງ​ພັດ​ທະ​ນາ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ.

ຫ້ອງວ່າ​ການ​ລັດ​ຖະ​ບານ​ຫາ​ກໍ່​ປະ​ກາດບົດສະຫຼຸບ​ຂອງ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ ຢູ່ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຍົກ​ເວັ້ນ​ວີ​ຊາແບບຝ່າຍ​ດຽວ​ຂອງ ຫວຽດ​ນາມ ໃຫ້​ແກ່​ພົນ​ລະ​ເມືອງ​ບັນ​ດາ​ປະ​ເທດ ແລະ ບາງ​ນະ​ໂຍ​ບາຍ​ໃໝ່​ໃນ​ຂົງ​ເຂດ​ຄຸ້ມ​ຄອງ​ການ​ສົ່ງ​ອອກ​ນຳ​ເຂົ້າ, ຜ່ານ​ແດນ, ພັກ​ເຊົາ​ຂອງ​ຊາວ​ຕ່າງ​ປະ​ເທດ​ຢູ່ ຫວຽດ​ນາມ.

ຕາມ​ນັ້ນ​ແລ້ວ, ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ​ກໍ່ເຫັນ​ດີ​ເປັນ​ເອ​ກະ​ພາບ​ສະ​ເໜີ​ສະ​ພາ​ແຫ່ງ​ຊາດ​ອະ​ນຸ​ຍາດໃຫ້ອອກ​ວິ​ຊາ​ເອ​ເລັກ​ໂຕ​ນິກ ໃຫ້​ແກ່​ພົນ​ລະ​ເມືອງ​ຂອງ​ທຸກໆ​ປະ​ເທດ ແລະ ເຂດ​ແຄ້ວນ, ຕໍ່​ເວ​ລາ​ກຳ​ນົດໃນ​ໃບ​ພັກ​ເຊົາຊົ່ວຄາວ​ຢູ່​ດ່ານ​ຊາຍ​ແດນ​ໃຫ້​ແກ່​ຜູ້​ເຂົ້າ​ເມືອງ ຕາມ​ແບບຍົກ​ເວັ້ນ​ວີ​ຊາ​ຝ່າຍ​ດຽວ ແຕ່ 15 ວັນ​ຂຶ້ນເປັນ 45 ວັນ, ພິ​ເສດ​ແມ່ນ​ແກ່​ຍາວ​ເວ​ລາ​ວິ​ຊ​າ​ເອ​ເລັກ​ໂຕ​ນິກ​ໃຫ້​ແກ່​ຊາວ​ຕ່າງ​ປະ​ເທດ​ອາ​ໄສ​ຢູ່ ຫວຽດ​ນາມ ແຕ່ 30 ວັນ​ຂຶ້ນ​ເຖິງ 90 ວັນ, ໂດຍເຂົ້າອອກໄດ້ເທື່ອ​ໜຶ່ງຫຼືຫຼາຍ​ເທື່ອ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.