ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ.(ພາບ:Bộ Ngoại giao)
ກ່ຽວກັບບັນຫານີ້, ຝ່າຍຫວຽດນາມ ໄດ້ຢັ້ງຢືນເປັນຫຼາຍເທື່ອແລ້ວວ່າ, ຫວຽດນາມ ມີພະຍານຫຼັກຖານ ແລະ ພື້ນຖານນິຕິກໍາຢ່າງພຽງພໍເພື່ອຢັ້ງຢືນອະທິປະໄຕຂອງຫວຽດນາມ ສໍາລັບສອງໝູ່ເກາະຮວ່າງຊາ ແລະເຈື່ອງຊາ ທີ່ສອດຄ່ອງກັບກົດໝາຍສາກົນ. ແຜນນະໂຍບາຍຂອງ ຫວຽດນາມແມ່ນ ທຸກໆການຂັດແຍ່ງສາກົນ, ໃນນັ້ນມີການຂັດແຍ່ງກ່ຽວກັບອະທິປະໄຕສຳລັບໝູ່ເກາະເຈື່ອງຊາ, ຮ່ວາງຊາ, ຕ້ອງແກ້ໄຂໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ກົດບັດ ສປຊ. ຫວຽດນາມ ປາດຖະໜາຢາກຈີນ ພ້ອມກັນມານະພະຍາຍາມປະກອບສ່ວນເຂົ້າໃນການພັດທະນາຂອງການພົວພັນສອງປະເທດ, ຮັກສາສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງຢູ່ພາກພື້ນ.
ອາດຈະເຫັນໄດ້ວ່າ, ພາຍຫຼັງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ປະກາດຢ່າງຈະແຈ້ງກ່ຽວກັບຫຼັກໝັ້ນຂອງ ຫວຽດນາມຢ່າງຈະແຈ້ງ ກ່ຽວກັບການກະທຳລະເມີດກົດໝາຍຂອງ ຈີນ, ມີຫຼາຍປະເທດສະແດງຄວາມວິຕົກກັງວົນ, ຄັດຄ້ານການກະທຳທີ່ລະເມີດກົດໝາຍສາກົນຂອງຈີນຢູ່ທະເລຕາເວັນອອກ. ຫາງສຽງສາກົນຖືວ່າ ຫວຽດນາມມີທັດສະນະ, ຫຼັກໝັ້ນຢ່າງຈະແຈ້ງ, ສະໜັບສະໜູນເລື່ອງແກ້ໄຂການຂັດແຍ່ງຢູ່ທະເລຕາເວັນອອກດ້ວຍມາດຕະການການເມືອງ ໂດຍສັນຕິວິທີ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ, ບົນພື້ນຖານກົດໝາຍສາກົນ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ, ພະຍາຍາມສ້າງ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກທີ່ມີລັກສະນະຜູກມັດນິຕິກຳໃຫ້ສົມບູນແບບໂດຍໄວ.
ເລື່ອງຫວຽດນາມ ຍາມໃດກໍມີຄວາມສະເໝີຕົ້ນສະເໝີປາຍຕໍ່ທັດສະນະ ເຊິ່ງສະພາແຫ່ງຊາດຫວຽດນາມ ໄດ້ປະກາດໃນມະຕິໃຫ້ສັດຕະຍາບັນ UNCLOS ລົງວັນທີ 23 ມິຖຸນາ 1994 ວ່າ “ແກ້ໄຂບັນດາການຂັດແຍ້ງກັນກ່ຽວກັບອະທິປະໄຕຜືນແຜ່ນດິນ ກໍຄືບັນດາການປະທະກັນອື່ນໆ ທີ່ກ່ຽວຂ້ອງເຖິງທະເລຕາເວັນອອກ ໂດຍຜ່ານການເຈລະຈາສັນຕິວິທີ ບົນເນື້ອໃນຈິດໃຈສະເໝີພາບ, ມີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982”.
ຕໍ່ໜ້າການກະທຳອັນຜິດພາດຂອງ ຈີນ ເມື່ອລະເມີດເຂດເສດຖະກິດພິເສດ ແລະ ໄຫຼ່ທະວີບຂອງຫວຽດນາມ, ຫວຽດນາມ ໄດ້ມີການພົບປະກັບ ຝ່າຍຈີນເປັນຫຼາຍຄັ້ງຜ່ານບັນດາຊ່ອງທາງທີ່ແຕກຕ່າງກັນ, ສົ່ງຈົດໝາຍທາງການຄັດຄ້ານ, ເດັດດ່ຽວຮຽກຮ້ອງຢຸດຕິບັນດາການກະທຳທີ່ລະເມີດກົດໝາຍ, ຖອນກ່ຳປັ່ນທັງໝົດອອກຈາກເຂດນ່ານທະເລຂອງຫວຽດນາມຢ່າງທັນທີ; ເຄົາລົບອຳນາດອະທິປະໄຕ, ສິດອຳນາດສານຂອງຫວຽດນາມ ເພື່ອການພົວພັນລະຫວ່າງສອງປະເທດ; ເພື່ອສະຖຽນລະພາບ ແລະ ສັນຕິພາບໃນພາກພື້ນ.
ທັດສະນະຂອງ ຫວຽດນາມ, ພ້ອມທັງກໍ່ແມ່ນຂໍ້ສັງເກດລວມຂອງ ປະຊາຄົມສາກົນ, ຖືວ່າ ທະເລຕາເວັນອອກ ປັດຈຸບັນບໍ່ພຽງແຕ່ແມ່ນການຂັດແຍ່ງອະທິປະໄຕ, ການຂັດແຍ່ງຊັບພະຍາກອນທຳມະຊາດລະຫວ່າງບັນດາປະເທດຢູ່ທະເລຕາເວັນອອກເທົ່ານັ້ນ, ນີ້ແມ່ນເຂດທະເລເຊື່ອມຈອດລະຫວ່າງບັນດາມະຫາສະມຸດ, ຈຸດເຕົ້າໂຮມຜົນປະໂຫຍດລວມຂອງບັນດາປະເທດທັງພາຍໃນ ແລະ ນອກພາກພື້ນ, ບ່ອນທີ່ບັນດາປະເທດຢາກຮັກສາຄວາມເຄົາລົບກົດໝາຍສາກົນເປັນສູງສຸດ, ບ່ອນທີ່ບັນດາປະເທດພາຍໃນ ແລະ ນອກພາກພື້ນໂອ້ລົມສົນທະນາ ແລະ ພັດທະນາຮ່ວມມືຢ່າງມີປະສິດທິຜົນ. ດັ່ງນັ້ນ, ເລື່ອງປົກປັກຮັກສາສະພາບແວດລ້ອມທະເລ, ນຳໃຊ້ແຫຼ່ງຊັບພະຍາກອນທຳມະຊາດແບບຍືນຍົງ, ປົກປ້ອງຄວາມເປັນລະບຽບຮຽບຮ້ອຍຂອງກົດໝາຍຢູ່ທະເລເວົ້າລວມພວມແມ່ນບັນຫາທີ່ຮຽກຮ້ອງຕ້ອງການບັນດາຄວາມມານະພະຍາຍາມ ແລະ ວິທີການແກ້ໄຂລວມ, ໂດຍແມ່ນຄວາມຮັບຜິດຊອບລວມຂອງບັນດາປະເທດທັງໝົດຢູ່ພາຍໃນ ແລະ ນອກພາກພື້ນ.
(ໄຊພອນ)