ໂດຍຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ເນື່ອງໃນໂອກາດນີ້, ທ່ານ ວູຫ໋າຍຮ່າ ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດໃຫ້ຮູ້ວ່າ, ລັດຖະສະພາ/ສະພາແຫ່ງຊາດຫຼາຍປະເທດໄດ້ສະໜັບສະໜູນ ແລະ ໃຫ້ຄຳໝັ້ນສັນຍາຈະຖ່າຍທອດເຕັກໂນໂລຢີ ວັກຊິນໃຫ້ແກ່ ຫວຽດນາມ.
ຍສໝ - ຫໍສະພາແຫ່ງຊາດລາວຫຼັງໃໝ່ແມ່ນໜຶ່ງໃນບັນດາສັນຍາລັກທີ່ມີຄວາມໝາຍຫຼາຍຢ່າງຂອງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ. ໂຄງການແມ່ນຂອງຂວັນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນລາວ, ເນື່ອງໃນໂອກາດທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມໄປຢ້ຽມຢາມລາວ ຢ່າງເປັນທາງການ.
ຍສໝ - ທ່ານນາງປະທານ VUFO ຫງວຽນເຟືອງງາ ຢືນຢັນວ່າ VUFO ຈະສົມທົບກັນຢ່າງຕັ້ງໜ້າກັບສະຖານທູດ Algeria ປະຈຳ ຫວຽດນາມ ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ຄື: ກອງປະຊຸມສຳມະນາ, ໂອ້ລົມສົນມະນາ, ແລກປ່ຽນວັດທະນະທຳ, ສິລະປະ, ສະເຫຼີມສະຫຼອງເຫດການສຳຄັນຂອງສອງປະເທດ...
ຍສໝ - ຕອນບ່າຍວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ຈັດຕັ້ງກອງປະຊຸມແລກປ່ຽນຂໍ້ມູນຂ່າວສານ ແລະ ພິທີຮັບເອົາການປະກອບສ່ວນຂອງອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ຂອງຕ່າງປະເທດໃນປີ 2021.
ຍສໝ - ນີ້ແມ່ນໂອກາດເພື່ອພ້ອມກັນຫວນຄືນບັນດາຜົນສຳເລັດທີ່ບັນລຸໄດ້ໃນ 60 ປີແຫ່ງການພົວພັນສອງປະເທດ ຫວຽດນາມ - ມາຣົກ.
ຍສໝ - ງານບຸນເທດສະການມີຫຼາຍກິດຈະກຳທີ່ມີຄວາມໝາຍ, ເປັນການໂຄສະນາສົ່ງເສີມຜະລິດຕະພັນກະສິກຳການກະເສດຂອງຫວຽດນາມໄປສູ່ນາໆຊາດ, ເປັນການຢັ້ງຢືນຄຸນຄ່າຍີ່ຫໍ້ຊື່ສຽງຂອງຜະລິດຕະພັນເທິງຕະຫຼາດພາຍໃນ ແລະ ຕ່າງປະເທດ.
ຄະນະປະຕິບັດງານລວມມີພະນັກງານ, ນັກຮົບກອງທັບ ແລະ ຕຳຫຼວດ ຫວຽດນາມ 100 ຄົນພວມເຂົ້າຮ່ວມການເຄື່ອນໄຫວກູ້ໄພກູ້ຊີບ ພ້ອມກັບກຳລັງສາກົນ ຢູ່ເຂດຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວ ມີ ແຮງສັ່ນສະເທືອນ 7,8 ຣິກເຕີ ຢູ່ຕວັກກີ. ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ໄດ້ຈັດສົ່ງກຳລັງເຂົ້າຮ່ວມການຊອກຮູ້, ກູ້ໄພກູ້ຊີບໃນເຫດໄພພິບັດທຳມະຊາດສາກົນ. ໃນໂອກາດນີ້, ລັດຖະບານ ຫວຽດນາມ ກໍ່ຕັດສິນໃຈໜູນຊ່ວຍເງິນຢ່າງຮີບດ່ວນ ໃຫ້ແກ່ ຕວັກກີ ແລະ ຊີຣີ ປະເທດລະ 100.000 USD. ການກະທຳອັນສູງສົ່ງຂອງ ຫວຽດນາມໄດ້ ສະແດງໃຫ້ເຫັນນະໂຍບາຍການຕ່າງປະເທດທີ່ດີ, ມີຄວາມຮັບຜິດຊອບສູງຕໍ່ປະຊາຄົມສາກົນ ພ້ອມທັງຢັ້ງຢືນກຳລັງຄວາມສາມາດຂອງ ຫວຽດນາມ ໃນຄວາມພ້ອມຮ່ວມແຮງຮ່ວມໃຈເຂົ້າຮ່ວມແກ້ໄຂບັນດາບັນຫາສາກົນ.
ກ່າວຄຳເຫັນທີ່ພິທີສະແດງຄວາມຮູ້ບຸນຄຸນ, ທ່ານ ພົນຈັດຕະວາ ຮ່ວາງກວາງເຮື໊ອງ, ຫົວໜ້າອົງການຕາງໜ້າກະຊວງຕຳຫຼວດ ຫວຽດນາມ ປະຈຳລາວໃຫ້ຮູ້ວ່າ: ວັນທີ 22 ມີນາ 1961, ຕາມຄວາມຮຽກຮ້ອງຕ້ອງການຂອງສອງພັກ, ສອງລັດ, ກຸ່ມນັກຊ່ຽວຊານທຳອິດ ຂອງ ຫວຽດນາມ ໄດ້ສົ່ງໄປຍັງເມືອງວຽງໄຊ, ແຂວງຫົວພັນ ເພື່ອໜູນຊ່ວຍຄະນະຕຳຫຼວດສູນກາງ, ແມ່ນ ກະຊວງປ້ອງກັນຄວາມສະຫງົບລາວ ປະຈຸບັນ.
ຍສໝ - ຫວຽດນາມ ແລະ ມາຣົກ ມີການພົວພັນທີ່ມາແຕ່ດົນນານ ແລະ ພວມໄດ້ຮັບການປັບປຸງ ແລະ ພັດທະນາ. ປັດຈຸບັນ ສອງປະເທດ ພວມຕັ້ງໜ້າກະກຽມເພື່ອມີບັນດາການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນປີ 2021.
ຍສໝ - ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນກະຊວງການຕ່າງປະເທດ ເນັ້ນໜັກວ່າ ກູບາ ຍາມໃດກໍ່ແມ່ນຄູ່ຮ່ວມມືສຳຄັນ ແລະ ເປັນໜ້າໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ.
ຍສໝ - ທ່ານຮອງຜູ້ວ່າການ Moskva ຮັບຜິດຊອບນະໂຍບາຍເສດຖະກິດ Vladimir Yefimov ໃຫ້ຮູ້ວ່າ ບັນດາຜະລິດຕະພັນສົ່ງອອກປອດນິວເຄຼຍ, ປອດຊັບພະຍາກອນ ຂອງນະຄອນຫຼວງ Moskva ໄປຍັງ ຫວຽດນາມ ໄດ້ເພີ່ມຂຶ້ນທົບ 7 ເທົ່າເມື່ອທຽບໃສ່ກັບປີ 2020.
ຍສໝ - ຫວ່າງແລ້ວນີ້, ໜັງສືພິມເອກະລາດ ຂອງ ລັດເຊຍ ໄດ້ລົງບົດຂຽນຂອງ ທ່ານ ປ.ອ Alexander Korolev ນັກຊ່ຽວຊານສັງກັດສູນຄົ້ນຄ້ວາເອີລົບ ແລະ ສາກົນ (HSE) ດ້ວຍຫົວຂໍ້ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຊຸກຍູ້ຮ່າໂນ້ຍ ແລະ ມົດສະກູ ຫຍັບໃກ້ກັນກ່ວາອີກ”... ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມສະຫະພັນລັດເຊຍ ຂອງທ່ານປະທານປະເທດ ຫງວຽນຊວນຟຸກ ຈະສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນສອງຝ່າຍ.
ຍສໝ - “ບັນດາວິສາຫະກິດ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳຫຼາຍສະບັບເພື່ອເພີ່ມທະວີການຊື້ຜະລິດຕະພັນກະເສດຈາກ ອາເມລິກາ ດ້ວຍຕົວເລກທີ່ໜ້າປະທັບໃຈ ເກືອບ 3 ຕື້ USD, ລື່ນກາຍຕົວເລກທີ່ໄດ້ວາງອອກໃນເບື້ອງຕົ້ນ, ແມ່ນ 2 ຕື້ USD, ຜ່ານນັ້ນປະກອບສ່ວນສຳຄັນເພື່ອສ້າງຄວາມດຸ່ນດ່ຽງໃນດຸນການຄ້າລະຫວ່າງສອງປະເທດ."
ຍສໝ - ສະຫາຍ ເຈິ່ນກ໊ວາເວື້ອງ ຜູ້ປະຈຳຄະນະເລຂາໄດ້ເນັ້ນໜັກວ່າ ໃນສະພາບການໂລກລະບາດ, ໃນພາກພື້ນພວມມີການຜັນແປຢ່າງວ່ອງໄວ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ເປັນຕົ້ນແມ່ນໂລກລະບາດ Covid – 19 ຍັງບໍ່ທັນຄວບຄຸມໄດ້ຄືປັດຈຸບັນ, ສອງຝ່າຍຕ້ອງສືບຕໍ່ປະສົມປະສານຢ່າງມີປະສິດທິຜົນ, ຊ່ວຍເຫຼືອ, ແບ່ງປັນ, ຊຸກຍູ້ການພົວພັນສອງຝ່າຍໃນສະພາບການໃໝ່.
ຍສໝ - ຕາມຂໍ້ມູນຈາກອົງການການຄ້າ ສະຖານທູດ ຫວຽດນາມ ປະຈຳຈີນ ແລ້ວ, ຫວ່າງແລ້ວນີ້, ກົມໃຫຍ່ພາສີ ຈີນ ໄດ້ອອກປະກາດກ່ຽວກັບການຕົກລົງໃຫ້ແກ່ ວິສາຫະກິດ ຜະລິດໝາກເຜັດສົດຂອງ ຫວຽດນາມ 5 ແຫ່ງໄດ້ຈົດທະບຽນເດີນການເຄື່ອນໄຫວສົ່ງອອກໄປຍັງຕະຫຼາດຈີນ ນັບແຕ່ວັນທີ 3 ມີນາ ປີ 2022.
ຍສໝ - ທ່ານລັດຖະມົນຕີ ການຕ່າງປະເທດ ບຸຍແທັງເຊີນ ສະເໜີໃຫ້ ອາເມລິກາ ປະຕິບັດບັນດາຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ແລະ ບັນດາປະເທດຜັນຂະຫຍາຍຂໍ້ຕົກລົງສາກົນກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໂດຍໄວ
ຍສໝ - “ເຂົ້າເມັດຫັກ, ຜັກເສັ້ນດຽວກໍ່ແບ່ງກັນກິນ”, ທະຫານປະຊາຊົນຫວຽດນາມ ແລະ ລາວຍາມໃດກໍ່ຮຽງບ່າຮຽງໄຫຼ່, ຮ່ວມທຸກຮ່ວມສຸກໃນຊຸມເດືອນປີ ຢູ່ຕະຄອງດຽວກັນ. ການກໍ່ສ້າງອະນຸສາວະລີສຳພັນທະມິດສູ້ຮົບ ຫວຽດນາມ - ລາວ ໄດ້ຊ່ວຍໃຫ້ຊາວໜຸ່ມສອງປະເທດ ແລະ ເພື່ອນມິດສາກົນ ເຂົ້າໃຈກວ່າກ່ຽວກັບນ້ຳໃຈພິເສດລະຫວ່າງສອງສາດ ແລະ ສອງປະເທດ.
ຍສໝ - ລາຍການປະສານສຽງດົນຕີສາກົນ - ທຳນອງສັນຕິພາບ ແມ່ນລາຍການສິລະປະທີ່ເປັນເອກະລັກສະເພາະທີ່ເຕົ້າໂຮມກັນຫຼາຍປະເທດ, ເຊີດຊູຄຸນຄ່າຂອງສັນຕິພາບໂລກ ໂດຍຜ່ານດົນຕີ.
ທ້າຍເດືອນ ເມສາ 2024, ທ່ານ ສາດສະດາຈານ ນາງ ຫງວຽນທິກິມແທ່ງ, ເຮັດວຽກຢູ່ມະຫາວິທະຍາໄລ University College London - UCL (ລາດຊະອານາຈັກອັງກິດ), ໄດ້ຮັບການເລືອກຕັ້ງຢ່າງເປັນທາງການ ໃຫ້ເປັນສະມາຊິກຂອງສະຖາບັນການບັນດິດເອີຣົບ (Academia Europaea - AE) ແລະ ກາຍເປັນຄົນຫວຽດນາມ ຄົນທຳອິດທີ່ເຂົ້າຮ່ວມອົງການວິທະຍາສາດທີ່ມີຊື່ສຽງນີ້.
ຍສໝ - ສະມາຄົມນັກສຶກສາຫວຽດນາມ ແຂວງບິງເຢືອງ ໄດ້ຈັດຕັ້ງກິດຈະກຳພົບປະນັກສຶກສາຫວຽດນາມ - ລາວ - ກຳປູເຈຍ “ຮ່ວມສາຍແມ່ນ້ຳຂອງ” ແລະ ແລກປ່ຽນວັດທະນະທຳຂອງບັນດາປະເທດອາຊີຕາເວັນອອກສຽງໃຕ້ ແຂວງບິງເຢືອງ ຄັ້ງທີ VIII.