ຜະ​ລິດ​ຕະ​ພັນ​ໝາ​ກ​ເຜັດສົດ​ຫວຽດ​ນາມ ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຈີນ ໄດ້ຮັບການເຫັນດີ​ສົ່ງ​ອອກ​ຢ່າງ​ເປັນ​ທາງ​ການ​ໄປ​ຍັງ​ຕະຫຼາດ​ຜູ້​ຊົມ​ໃຊ້​ໃຫຍ່​ທີ່​ສຸດ​ໃນ​ໂລກ

15:21 | 09/03/2022

ຍ​ສ​ໝ - ຕາມ​ຂໍ້​ມູນ​ຈາກ​ອົງ​ການ​ການ​ຄ້າ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ຈີນ ແລ້ວ, ​ຫວ່າງ​ແລ້ວນີ້, ກົມ​ໃຫຍ່​ພາ​ສີ ຈີນ ໄດ້​ອອກ​ປະ​ກາດ​ກ່ຽວ​ກັບ​ການ​ຕົ​ກ​ລົງ​ໃຫ້​ແກ່ ວິ​ສາ​ຫະ​ກິດ ຜະ​ລິດ​ໝາກເຜັດສົດ​ຂອງ ຫວຽດ​ນາມ 5 ແຫ່ງ​ໄດ້​ຈົດ​ທະ​ບຽ​ນ​ເດີນ​ການ​ເຄື່ອນ​ໄຫວ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ຈີນ ​ນັບ​ແຕ່​ວັນ​ທີ 3 ມີ​ນາ ປີ 2022.

ລືມ​ຝູ​ກວກ​ໄປ​ຊົ່ວ​ຄາວ, ກຽນ​ຢາງ ​ຍັງ​ມີ​ເກາະ​ແຫ່ງ​ໜຶ່ງ​ທີ່​ສວຍ​ງາມ​ ເຊັກອິນງາມທີ່ສຸດ ລືມ​ຝູ​ກວກ​ໄປ​ຊົ່ວ​ຄາວ, ກຽນ​ຢາງ ​ຍັງ​ມີ​ເກາະ​ແຫ່ງ​ໜຶ່ງ​ທີ່​ສວຍ​ງາມ​ ເຊັກອິນງາມທີ່ສຸດ
ນັກ​ລົງ​ທຶນ​ຍີ່​ປຸ່ນ​ເລືອກ​ຫວຽດ​ນາມ ຍ້ອນ​ມີ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດ​ມະ​ຫາ​ພາກ​ທີ່​ເປັນ​ປົກ​ກະ​ຕິ ນັກ​ລົງ​ທຶນ​ຍີ່​ປຸ່ນ​ເລືອກ​ຫວຽດ​ນາມ ຍ້ອນ​ມີ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ ແລະ ເສດ​ຖະ​ກິດ​ມະ​ຫາ​ພາກ​ທີ່​ເປັນ​ປົກ​ກະ​ຕິ
ຜະ​ລິດ​ຕະ​ພັນ​ໝາ​ກ​ເຜັດສົດ​ຫວຽດ​ນາມ ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຈີນ ໄດ້ຮັບການເຫັນດີ​ສົ່ງ​ອອກ​ຢ່າງ​ເປັນ​ທາງ​ການ​ໄປ​ຍັງ​ຕະຫຼາດ​ຜູ້​ຊົມ​ໃຊ້​ໃຫຍ່​ທີ່​ສຸດ​ໃນ​ໂລກ
ພາບ​ປະ​ກອບ

ຕາມ​ແຈ້ງ​ການ​ຂອງ​ອົງ​ການ​ທີ່​ມີ​ໜ້​າ​ທີ່​ຂອງ​ຈີນ​ແລ້ວ, ຜະ​ລິດ​ຕະ​ພັນ​ໝາກເຜັດ​ສົດ ຫວຽດ​ນາມ ສົ່ງ​ອອກ​ໄປ​ຍັງ​ຈີນ ຕ້ອງ​ຮັບ​ປະ​ກັນ​ການກວດ​ກາ​ພະ​ຍາດ​ທາງ​ພຶດ​ຂອງ​ປະ​ເທດນີ້, ບັນ​ດາ​ງວດ​ໝາກ​ເຜັດ​ສົດ​ລ້ວນ​ແຕ່​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ກວດ​ກາ​ພະ​ຍາດ ໂດຍ​ບັນ​ດາ​ໜ່ວຍ​ງານ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫວຽດ​ນາມ ຫຼື ​ອົງ​ການ​ໂດຍ​ເຈົ້າ​ໜ້າ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຫວຽດ​ນາມ ມອບ​ສິດ, ພ້ອມ​ທັງ, ອະ​ທິບາຍ​ຢ່າງ​ຈະ​​ແຈ້ງ​ກ່ຽວ​ກັບ​ຕົວ​ເລກ​ດ້ານ​ເຕັກ​ນິກ​ທີ່​ກ່ຽວ​ຂ້ອງ​ໃນ​ໃບ​ຢັ້ງ​ຢືນ​ການກວດ​ກາ​ພະ​ຍາດ​ທາ​ງ​ພຶດ.

ທ່ານ ​ນົງ​ດຶກ​ລາຍ, ທີ່ປຶກສາ​ການ​ຄ້າ​ສະ​ຖານ​ທູດ ຫວຽດ​ນາມ ປ​ະ​ຈຳ​ຈີນ ໃຫ້​ຮູ້​ວ່າ ນີ້​ແມ່ນວິ​ສາ​ຫະ​ກິດ 5 ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ ທີ່ໄດ້ຮັບການ​ອະ​ນຸ​ຍາດ​ສົ່ງ​ອອ​ກ​ຢ່າງເປັນທາງ​ການ​ຄືນ​ໃໝ່, ພາຍຫຼັງ​ໄລ​ຍະ​ໜຶ່ງ​ຈີນ​ຢຸດ​ຕິ​ການ​ນຳ​ເຂົ້າ​ໝາກ​ເຜັດ​ສົດ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ. ຄວາມ​ຕ້ອງ​ການ​ຂອງ​ປະ​ເທດມີ​ປະ​ຊາ​ກອນ 1,4 ຕື​ຄົນ​ນີ້​ສຳ​ລັບ​ພະ​ລິດ​ຕະ​ພັນ​ກະ​ເສດ, ສະ​ບຽງ​ອາ​ຫານ​ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ, ດັ່ງ​ນັ້ນ ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ​ຄວນ​ຄົ້ນ​ຄ້​ວາ​ຢ່າງ​ລະ​ອຽດ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ນັບ​ມື້​ນັບ​ສູງ​ຂຶ້ນ​ຂອງ​ຕະຫຼາດ​ຈີນ, ຈາກ​ນັ້ນ ​ຊຸກ​ຍູ້​ການ​ສົ່ງ​ອອກ​ທາງ​ການ, ຮັບ​ປະ​ກັນ​ສົ້ນ​ອອກ​ຢ່າງ​ເປັນ​ປົກ​ກະ​ຕິ​ໃຫ້​ແກ່​ຂະ​ແໜງ​ກະ​ສິ​ກຳ​ຂອງ ຫວຽດ​ນາມ.

ໃນ​ສະ​ພາບ​ການ​ຈີນ ຮັດ​ແໜ້ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ກວດ​ກາ​ພະ​ຍາດ​ສົ່ງ​ອອກ​ສິນ​ຄ້າ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ດ່ານ​ຊາຍ​ແດນ​ເຂດ​ຊາຍ​ແດນ ເພື່ອ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ການ​ຄົ້ນ​ຄ້​ວາ, ຕອບ​ສະ​ໜອງ​ບັນ​ດາ​ຂໍ້​ກຳ​ນົດ​ໃໝ່​ເພື່ອ​ອອກ​ລະ​ຫັດ​ສົ່ງ​ອອກ​ທາງ​ການ ເຊິ່ງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ທິດ​ກ້າວ​ເດີນ​ທີ່​ຈຳ​ເປັນ​ເພື່ອ​ຂຸດ​ຄົ້ນ​ຕະຫຼາດ​ຊົມ​ໃຊ້​ຂອ​ງ​ຈີນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.