ແງ່​ຫວັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ

13:45 | 06/03/2022

ຍ​ສ​ໝ - ທ່ານ​ຮອງ​ຜູ້​ວ່າ​ການ Moskva ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ເສດ​ຖະ​ກິດ Vladimir Yefimov ໃຫ້​ຮູ້​ວ່າ ບັນ​ດາ​ຜະ​ລິດ​ຕະ​ພັນ​ສົ່ງ​ອອກ​ປອດ​ນິວ​ເຄຼຍ, ປອ​ດ​​ຊັບ​ພະ​ຍາ​ກອນ ຂອງ​ນະ​ຄອນຫຼວງ Moskva ໄປ​ຍັງ ຫວຽດ​ນາມ ໄດ້​ເພີ່ມ​ຂຶ້ນທົບ 7 ເທົ່າ​ເມື່ອ​ທຽບ​ໃສ່​ກັບ​ປີ 2020.

ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ ເພື່ອ​ຫັນ​ຄວາມຄາດ​ຫວັງ​ພັດ​ທະ​ນາປະ​ເທດ​ຊາດ​ໃຫ້ເຂັ້ມ​ແຂງ​ແຮງ​ກ້າ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ ເພື່ອ​ຫັນ​ຄວາມຄາດ​ຫວັງ​ພັດ​ທະ​ນາປະ​ເທດ​ຊາດ​ໃຫ້ເຂັ້ມ​ແຂງ​ແຮງ​ກ້າ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ
ພັກນິ​ຍົມ​ຮັກ​ສາ​ເດີມ ສະ​ໜັບ​ສະ​ໜູນ ລັດ​ຖະ​ບານ ອັງ​ກິດ ຊຸກ​ຍູ້​ການ​ພົ​ວ​ພັນ​ກັບ ຫວຽດ​ນາມ ພັກນິ​ຍົມ​ຮັກ​ສາ​ເດີມ ສະ​ໜັບ​ສະ​ໜູນ ລັດ​ຖະ​ບານ ອັງ​ກິດ ຊຸກ​ຍູ້​ການ​ພົ​ວ​ພັນ​ກັບ ຫວຽດ​ນາມ
ແງ່​ຫວັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ
ທ່ານ​ເອ​ກັອກ​ຄະ​ລັດ​ຖະ​ທູດ ຫວຽດນາມ ດັ້ງ​ມິງ​ຄອຍ (ພ​າບ: TTXVN )

ປະ​ຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກ​ທາງ​ການ​ຂອງ​ນະ​ຄອນ​ Moskva (ລັດ​ເຊ​ຍ) ວັນ​ທີ 2 ມີ​ນາ ​ໄດ້​ປະ​ກາດ​ຕົວ​ເລກ​ສະຫຼຸບ​ການ​ແລກ​ປ່ຽນ​ການ​ຄ້າ​ລະ​ຫວ່າງ Moskva ແລະ ຫວຽດ​ນາມ ໃນ​ປີ 2021.

ຕາມ​ນັ້ນ​ແລ້ວ, ວົງ​ເງິນ​ການ​ສົ່ງ​ອອກ​ນຳ​ເຂົ້າ​ຂອງ​ນະ​ຄອນຫຼວງ ​ລັດ​ເຊຍ ​ກັບ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ບັນ​ລຸ 3,9 ຕື້ USD ບັນ​ລຸ​ລະ​ດັບ​ການ​ເຕີບ​ໂຕ 36% ເມື່ອ​ທຽບ​ໃສ່​ປີ 2020.

ທ່ານ​ Vladimir Yefimov ຮອງ​ຜູ້​ວ່າ​ການ Moskva ​ຮັບ​ຜິດ​ຊອບ​ດ້ານ​ເສດ​ຖະ​ກິດ ໃຫ້​ຮູ້​ວ່າ ບັນ​ດາ​ຜະ​ລິດ​ຕະ​ພັນ​ສົ່ງ​ອອກ​ປອດ​ນິວ​ເຄຼຍ, ປອ​ດ​​ຊັບ​ພະ​ຍາ​ກອນ ຂອງ​ນະ​ຄອນຫຼວງ Moskva ໄປ​ຍັງ ຫວຽດ​ນາມ ໄດ້​ເພີ່ມ​ຂຶ້ນທົບ 7 ເທົ່າ​ເມື່ອ​ທຽບ​ໃສ່​ກັບ​ປີ 2020, ກວມ​ເອົາ 97% ໃນ​ໂຄງ​ປະ​ກອບ​ບັນ​ດາ​ຜະ​ລິດ​ຕ​ະ​ພັນ​ສົ່ງ​ອອກ​ທີ​ສະ​ໜອງ​ໃຫ້​ແກ່​ຫວຽດ​ນາມ

ທ່ານ​ຮອງ​ຜູ້​ວ່າ​ການ Moskva ​ກໍ່​ຕີ​ລາ​ຄາ​ວ່າ: ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງລັດ​ເຊຍ ໃນ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ.

ກ່ອນ​ໜ້າ​ນັ້ນ, ສຳ​ນັກ​ຂ່ວ​ສານ Interfax ໄດ້​ລົງ​ຂ່າວ​ວ່າ ໃນ​ການ​ພົບ​ປະ​ກັບ​ທ່ານ​ເອ​ກັອກ​ຄະ​ລັດ​ຖະ​ທູດ ຫວຽດນາມ ດັ້ງ​ມິງ​ຄອຍ, ທ່ານ Anton Kobyakov ທີ​່​ປຶກ​ສາ​ປະ​ທາ​ນາ​ທາ​ບໍ​ດີ ລັດ​ເຊຍ ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ ລະ​ຫວ່າງ​ສອງ​ປະ​ເທດ​ ຈະມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ເຕີບ​ໂຕຫຼາຍ​ຢ່າງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.