ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ມາ​ຣົກ​ ກັບ ຫວຽດ​ນາມ

11:30 | 18/11/2021

ຍ​ສ​ໝ - ນີ້​ແມ່​ນ​ໂອ​ກາດ​ເພື່ອ​ພ້​ອມ​ກັນ​ຫວນ​ຄືນ​ບັນ​ດາ​ຜົນ​ສຳ​ເລັດ​ທີ່​ບັນ​ລຸ​ໄດ້​ໃນ 60 ປີ​ແຫ່ງ​ການ​ພົວ​ພັນ​ສອງ​ປະ​ເທດ ຫວຽດ​ນາມ - ມາ​ຣົກ.

ຊຸກ​ຍູ້​ການ​ຮ່ວມ​ມື​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີ​ມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ​ໂອ​ຕ​າ​ລິດ ຊຸກ​ຍູ້​ການ​ຮ່ວມ​ມື​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີ​ມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ​ໂອ​ຕ​າ​ລິດ
ນະ​ຄອນ​ດ່າ​ນັ້ງ (ຫວຽດ​ນາມ) ​ແລະ​ນະ​ຄອນ Tanger (ປະ​ເທດ​ມາ​ຣົກ) ​ຈະ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ທີ່​ເປັນ​ທ່າ​ແຮງ ນະ​ຄອນ​ດ່າ​ນັ້ງ (ຫວຽດ​ນາມ) ​ແລະ​ນະ​ຄອນ Tanger (ປະ​ເທດ​ມາ​ຣົກ) ​ຈະ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ທີ່​ເປັນ​ທ່າ​ແຮງ
ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ມາ​ຣົກ​ ກັບ ຫວຽດ​ນາມ
ທ່ານ​ນາງ ດັ້ງ​ທີ​ທູ​ຮ່າ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ມາ​ຣົກ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ (ພາບ: baoquocte.vn)

ພິ​ທີ​ສະ​ເຫຼີມ​ສະຫຼອງການ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ - ມາ​ຣົກ ຫ​າ​ກໍ່​ດຳ​ເນີນ​ຢູ່​ນະ​ຄອນຫຼວງ Rabat, ມາ​ຣົກ. ເຫດ​ການ​ລວມ​ມີຫຼາຍ​ລາຍ​ການ​ແລກ​ປ່ຽນ​ພົວ​ພັນ​ວັດ​ທະ​ນະ​ທຳ​ສະ​ແດງ​ສ​ິ​ລ​ະ​ປະຂອງ​ສອງ​ປະ​ເທດຄືື ​ການ​ສະ​ແດງ​ຊຸດ​ອາ​ພອນ​ປະ​ຈຳ​ຊາດ, ສະ​ແດງ​ການ​ຫຼິ້ນ​ດົນ​ຕີ, ສະ​ແດງມວຍ​ພື້ນ​ເມືອງ ແລະ ມວຍວ​ໍ​ວີ​ນາມ.

ພິ​ເສດ, ບັນ​ດາ​ແຂກ​ຖືກ​ເຊີນ​ກໍ່​ມີ​ໂອ​ກາດ ໄດ້​ຊີມ​ເຍື່ອງ​ອາ​ຫານຫຼາຍ​ຢ່າງ​ທີ່ເປັນເອກະລັກ​ຂອງ ຫວຽດ​ນາມ, ພ້ອ​ມ​ທ​ັງ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ພາບ​ແຕ້ມ “ຫວຽດ​ນາມ: ຫົວ​ໃຈ ແລະ ຈິດວິນຍານ” ຂອງ​ນັກ​ຈິດ​ຕະ​ກອນ Naima Deniale ໂດຍ​ແມ່ນ​ພັນ​ລະ​ຍາ​ຂອງ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ​ມາ​ຣົກ ປະຈຳ ຫວຽດ​ນາມ El Houcine Fardani.

ທ່ານ​ນາງ ດັ້ງ​ທີ​ທູ​ຮ່າ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ມາ​ຣົກ ໃຫ້​ຮູ້​ວ່າ: ນີ້​ແມ່ນ​ໂອ​ກາດ​ເພື່ອ​ພ້ອມ​ກັນ​ຫວນ​ຄືນ​ບັນ​ດາ​ຜົນ​ສຳ​ເລັດ​ທີ່​ບັນ​ລຸ​ໄດ້​ໃນ​ໄລ​ຍະ 60 ປີ​ຜ່ານ​ມາ ໃນ​ການ​ພົວ​ພັນ​ສອງ​ປະ​ເທດ, ສ້າງ​ທ່ວງ​ທ່າ​ໃຫ້​ແກ່​ການ​ພັດ​ທະ​ນາ​ຢ່າງ​ແຮງກ່​ວາ​ອີກ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ພ້ອມ​ທັງ​ນີ້​ກໍ່ແມ່ນ​ໂອ​ກາດ​ເພື່ອ​ຍ້ອງ​ຍໍ​ຈຸດ​ຄວາມ​ງາມ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ທັງ​ສອງ​ຊາດ, ເຊີດ​ຊູ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ຢູ່​ມາ​ຣົກ, ເພື່ອ​ໃຫ້​ປະ​ຊາ​ຊົນ​ມາ​ຣົກ ມີຄວາມ​ເຂົ້າ​ໃຈ ແລະ ຮັກ​ແພງ​ຫວຽດ​ນາມ ຕ​ື່ມ​ອີກ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.