ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Abdelhamid Boubazine: ຈະ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບທີ່ເປັນມູນເຊື້ອ ແລະ ການ​ຮ່ວມ​ມື​ລະ​ຫວ່າງ Algeria ແລະ ຫວຽດນາມ

09:19 | 30/06/2022

ຍສໝ - ທ່ານນາງ​ປະທານ VUFO ຫງວຽນ​ເຟືອງ​ງາ ຢືນຢັນ​ວ່າ VUFO ຈະ​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ກັບ​ສະຖານທູດ Algeria ປະຈຳ ຫວຽດນາມ ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ປະຊາຊົນ ​ຄື: ກອງ​ປະຊຸມ​ສຳ​ມະ​ນາ, ​ໂອ້​ລົມສົນມະນາ, ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ, ສະເຫຼີມສະຫຼອງ​ເຫດການ​ສຳຄັນ​ຂອງ​ສອງ​ປະ​ເທດ...

ທ​່​ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ຣັບ​ບິ ຊາ​ອຸ​ດິ, ອິດ​ສະ​ລາ​ແອັນ, ອາແຊກໄບຊານ ເຂົ້າ​ຢ້​ຽມ​ອຳ​ລາ ທ​່​ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ຣັບ​ບິ ຊາ​ອຸ​ດິ, ອິດ​ສະ​ລາ​ແອັນ, ອາແຊກໄບຊານ ເຂົ້າ​ຢ້​ຽມ​ອຳ​ລາ
ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ ​ຊົມ​ເຊີຍ​ບັນ​ດາອົງການສື່ມວນຊົນ ເນື່ອງໃນໂອກາດວັນ​ສື່ມວນຊົນປະ​ຕິ​ວັດ​ຫວຽດ​ນາມ ວັນ​ທີ 21 ມິຖຸນາ ທ່ານນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຟືອງ​ງາ ​ຊົມ​ເຊີຍ​ບັນ​ດາອົງການສື່ມວນຊົນ ເນື່ອງໃນໂອກາດວັນ​ສື່ມວນຊົນປະ​ຕິ​ວັດ​ຫວຽດ​ນາມ ວັນ​ທີ 21 ມິຖຸນາ

ຕອນ​ເຊົ້າ​ວັນ​ທີ 28 ມິຖຸນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ປະທານ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ Algeria Abdelhamid Boubazine ​ເຂົ້າ​ຢ້ຽມ​ຂ່ຳນັບ ເນື່ອງໃນໂອກາດມາຮັບໜ້າທີ່​ໃໝ່​ ​ຢູ່​ຫວຽດນາມ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Abdelhamid Boubazine: ຈະ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບທີ່ເປັນມູນເຊື້ອ ແລະ ການ​ຮ່ວມ​ມື​ລະ​ຫວ່າງ Algeria ແລະ ຫວຽດນາມ
ທ່ານ​ນາງເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ປະທານ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບຫວຽດນາມ ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ Algeria Abdelhamid Boubazine. ພາບ: vufo.org.vn

ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ Abdelhamid Boubazine ​ໄດ້​ຂອບ​ອົກ​ຂອບ​ໃຈ​ທ່ານນາງ​ປະທານ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ ຫວຽດນາມ ຫງວຽນ​ເຟືອງ​ງາ ທີ່​ໄດ້​ສະ​ຫງວນ​ເວລາ​ໃຫ້​ການ​ຕ້ອນຮັບ ​ແລະ ຕີ​ລາຄາ​ສູງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ - Algeria.

ທ່ານ​ເອກ​ອັກຄະ​ລັດຖະທູດ Abdelhamid Boubazine ​ໄດ້​ຂອບ​ອົກ​ຂອບ​ໃຈ​ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ທີ່ຍາມ​ໃດ​ກໍ່ຄຽງບ່າຄຽງໄຫຼ່ກັບ​ປະຊາຊົນ Algeria ​ໃນ​ການ​ຕໍ່ສູ້ຍາດເອົາ​ເອກະລາດ​ແຫ່ງ​ຊາດ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ ​ໃນອາຍຸການຂອງຕົນ ຈະ​ມານະ​ພະຍາຍາມ​ຊຸກຍູ້ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບທີ່ເປັນມູນເຊື້ອ ​ແລະ ການ​ຮ່ວມ​ມື ​ລະຫວ່າງ Algeria ​ແລະ ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ ກໍ່​ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ໜູນ​ຊ່ວຍ ​ແລະ ສົມທົບ​ກັນ​ຂອງ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບຫວຽດນາມ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - Algeria ​ໃນ​ການ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ມິດຕະພາບ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈກັນ.

ທ່ານນາງ​ປະທານ VUFO ຫງວຽນ​ເຟືອງ​ງາ ຢືນຢັນ​ວ່າ VUFO ຈະ​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ກັບ​ສະຖານທູດ Algeria ປະຈຳ ຫວຽດນາມ ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ປະຊາຊົນ ​ຄື: ກອງ​ປະຊຸມ​ສຳ​ມະ​ນາ, ​ໂອ້​ລົມສົນມະນາ, ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ, ສະເຫຼີມສະຫຼອງ​ເຫດການ​ສຳຄັນ​ຂອງ​ສອງ​ປະ​ເທດ... ​ໂດຍ​ສະ​ເພາະ ​ໃນ​ປີ 2022, ເມື່ອສອງ​ປະ​ເທດ​ຈະ​ສະ​ເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຄົບຮອບ 60 ປີ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ບູນມີ

Tags: VUFO Algeria
ເຫດການ
302 Found

Found

The document has moved here.