ບັນດາຄະນະກໍາມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ໄດ້ປຶກສາຫາລື ເພື່ອເລັ່ງຈັດສັນ ແລະ ຟື້ນຟູພື້ນຖານໂຄງລ່າງ ຂອງບ້ານທີ່ຖືກຜົນກະທົບ ຈາກອຸປະຕິເຫດຂອງ ໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊປ່ຽນ-ເຊນ້ຳນ້ອຍ ເມືອງສະໜາມໄຊ ແຂວງອັດຕະປື, ໂດຍສະເພາະທີ່ຢູ່ອາໄສ, ໂຮງຮຽນ, ໂຮງໝໍ, ໄຟຟ້າ, ລະບົບນ້ຳບາດານ, ວັດ, ຫ້ອງນ້ຳ ແລະ ອື່ນໆ.
ຍສໝ - ກອງປະຊຸມລັດຖະບານສະໄໝວິສາມັນ ປະຈໍາເດືອນ ສິງຫາ 2018 ຮັບຮອງເອົາ ດ້ານຫລັກການຮ່າງກົດໝາຍທັງໝົດ 3 ສະບັບ ເພື່ອຈະປັບປຸງ ແລະ ສະເໜີສະພາແຫ່ງຊາດ ພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຄື: ກົດໝາຍ ວ່າດ້ວຍທີ່ດິນ, ກົດໝາຍ ວ່າດ້ວຍຄົນພິການ ແລະ ກົດໝາຍ ວ່າດ້ວຍການປ້ອງກັນຄວາມປອດໄພ ດ້ານລັງສີ ແລະ ນິວເຄຼຍ.
ຍສໝ - 29 ກໍ ລະກົດ 2018, ທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານນາຍົກກ່າວ, ລັດຖະບານຈະຢູ່ຄຽງຂ້າງປະຊາຊົນ, ຈະຊ່ວຍຟ້ືນຟູຢ່າງເຖິງທີ່ສຸດ ແລະ ຈະກວດສອບຄວາມໂປ່ງໃສທຸກໜ່ວຍງານທີ່ກ່ຽວຂ້ອງກັບເຂື່ອນເປຊຽນ-ເຊນໍ້ານ້ອຍແຕກ.
ວັນທີ 26 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ລາວ ບຸນທອງ ຈິດມະນີ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນຟຸ໋ກ ເຫັນດີເປັນເອກກະພາບ ທີ່ມອບໃຫ້ນະຄະຄອນຫຼວງຮ່າໂນ້ຍ ເປັນເຈົ້າພາບຈັດ ມະຫະກຳການແຂ່ງຂັນກິລາຊີເກມ ຄັ້ງທີ 31 ແລະ ປາລາເກມ ຄັ້ງທີ 11 ໃນປີ 2021.
ມື້ວານນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມເວທີປາໄສຂັ້ນສູງເຕັກໂນໂລຢີຖະແຫຼງຂ່າວ - ສື່ສານ ຫວຽດນາມ (Vietnam ICT Summit) 2018
ຍສໝ - ໃນໄລຍະເວລາສອງມື້ 12-13 ກໍລະກົດ ຈະຈັດເວທີປາໄສອັນດັບສູງ: ວິໄສທັດ ແລະ ຍຸດທະສາດ ພັດທະນາ ບຸກທະລຸກ ໃນສະພາບການການປະຕິວັດອຸດສາຫະກຳ ຄັ້ງທີ 4. ນີ້ແມ່ນເວທີປາໄສຈັດຂື້ນໂດຍ ລັດຖະບານ ແລະ ຄະນະເສດຖະກິດ ສູນກາງ ຮ່ວມກັນເປັນປະທານ. ທີ່ກອງປະຊຸມ ແຜນການ ທ່ານນາຍົກລັດຖະມົນຕີ ຈະເຜີຍແຜ່ສານອັນຊັດເຈນ ກ່ຽວກັບ ອຸດສາຫະກຳ 4.0 ຂອງຫວຽດນາມ ໃນອານາຄົດ.
ມື້ນີ້ທີ່ ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ, ລັດຖະບານຍີ່ປຸ່ນ ສົ່ງອາສາສະໝັກ 9 ຄົນ ເພື່ອຊ່ວຍເຫລືອ ພັດທະນາເສດຖະກິດ-ສັງຄົມ ລາວ.
ຍສໝ - ນີ້ຄືການຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນຟຸ໋ກ ທີ່ກອງປະຊຸມ ສະຫຼຸບ ການເຄື່ອນໄຫວ ໄລຍະ ແຕ່ 1996-2017 ຂອງຄະນະກຳມາທິການ ອົງການຕ່າງປະເທດ ທີ່ບໍ່ຂື້ນກັບລັດຖະບານ.
ໃນຕອນເຊົ້າຂອງ ວັນທີ 5 ກໍລະກົດ ທີ່ຮ່າໂນ້ຍ, ຄະນະກໍາມະການ ກ່ຽວກັບອົງການ ຕ່າງປະເທດ ທີ່ບໍ່ຂື້ນກັບລັດຖະບານ(ຄະນະກໍາມະການ) ໄດ້ຈັດກອງປະຊຸມ ສະຫຼຸບທົບທວນຄືນ ການເຄື່ອນໄຫວ ໃນໄລຍະ 1996 - 2017. ທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນຟຸກ ເຂົ້າຮ່ວມ ແລະ ຊີ້ນຳ ກອງປະຊຸມ.
ເນື່ອງໂອກາດສະເຫລີມສະຫລອງ 2 ວັນປະຫວັດສາດ ລາວ-ຫວຽດນາມ ແລະ ເພື່ອເປັນການຍ້ອງຍໍຊົມເຊີຍ ຜົນງານການປະກອບສ່ວນຊຸກຍູ້ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ລາວ- ຫວຽດນາມ ທີ່ມີສາຍພົວພັນຮ່ວມມື ກັນມາເປັນໄລ ຍະຍາວນານ.
ຍສໝ - ມື້ເຊົ້ານີ້ ວັນທີ 5 ກໍລະກົດ 2018 ທີ່ຮ່າໂນ້ຍ , ຄະນະບໍລິຫານກ່ຽວກັບ ອົງການທີ່ບໍ່ຂື້ນກັບລັດຖະບານ ດ້ານການຕ່າງປະເທດ ຈະຈັດຕັ້ງກອງປະຊຸມສະຫຼຸບການເຄື່ອນໄຫວຂອງຄະນະກຳມາທິການ. ຄາດຄະເນວ່າ ນາຍົກລັດຖະມົນຕີ ຫງວ໋ຽນຊົນຟຸ໋ກ ຈະເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມນີ້.
ຍສໝ - ຕອນເຊົ້າວັນທີ 2 ກໍລະກົດນີ້, ໂດຍການເປັນປະທານຂອງທ່ານາຍົກລັດຖະມົນຕີ ຫງວ໋ຽນຊົນຟຸກ ລັດຖະບານໄດ້ປະຊຸມແບບຖ່າຍທອດສົດ ກັບທ້ອງຖິ່ນທຸກຂັ້ນໃນທົ່ວປະເທດກ່ຽວກັບສະພາບຂອງເສດຖະກິດ-ສັງຄົມ.
ຮັບຮອງເອົາ ບັນດາເອກະສານສໍາຄັນ 4 ລາຍການຄື: ບົດລາຍງານກ່ຽວກັບການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; ແຜນການຈັດຕັ້ງປະຕິບັດມາດຕະການ ໃນການກະຕຸ້ນເສດຖະກິດ ໃນໄລຍະ 6 ເດືອນທ້າຍປີ 2018; ນະໂຍບາຍຂອງລັດຖະບານ ກ່ຽວກັບການພັດທະນາລັດວິສາຫະກິດ ແລະ ການຜະລິດເປັນສິນຄ້າ ຂອງ ສະຫະກອນແບບໃໝ່; ບົດລາຍງານກ່ຽວກັບສະພາບການຈັດຕັ້ງ ປະຕິບັດ ການຜະລິດລະດູແລ້ງ ແລະ ແຜນການຊຸກຍູ້ການຜະລິດ ໃນລະດູຝົນ.
ໃນຕອນເຊົ້າຂອງມື້ວານນີ້ ຢູ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໄຂກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ມິຖຸນາ 2018.
ຍສໝ - ໃນຕົ້ນອາທິດຜ່ານມາ , ຢູ່ເມືອງ ລົ້ກຮ່າ, ແຂວງ ຮ່າຕິ໋ງ ກອງບັນຊາການ ທະຫານຊາຍແດນ ຮ່າຕິ໋ງ ແລະ ຫ້ອງການ ປກສ ແຂວງ ບໍລິຄຳໄຊ (ລາວ) ໄດ້ຈັດພິທີມອບລາງວັນໃຫ້ຜົນງານແຫ່ງການຕໍ່ສູ້ຕ້ານການຄ້າຢາເສບຕິດ.
ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນຊີ້ແຈງຕໍ່ກັບຕອບຄຳຖາມເຈາະຈີ້ມ, ການປະກອບຄຳເຫັນ ແລະ ຂໍ້ສະເໜີຕ່າງໆຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ຕໍ່ກັບວຽກງານການເງິນ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ແລະ ກົນໄກການ ອວ່າຍໜີ້ 3 ແຈ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ
ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ປະກອບຄຳຄິດຄຳເຫັນໃສ່ບົດລາຍງານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳ 4 ເດືອນ, ຄາດຄະເນການປະຕິບັດແຜນ 6 ເດືອນຕົ້ນປີ 2018 ແລະ ທິດທາງວຽກງານຈຸດສຸມ ປະຈຳ 6 ເດືອນທ້າຍປີ 2018.
ຕອນເຊົ້າວັນທີ 02 ມິຖຸນາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມລັດຖະບານປະຈຳເດືອນ ພຶດສະພາ 2018.
ຕະຫລອດໄລຍະ 10 ປີ ຢູນິເທວ ມີລາຍຮັບລວມ ຫລາຍກວ່າ 1,3 ຕື້ USD ແລະ ມອບອາກອນໃຫ້ລັດ 350 ລ້ານ USD, ເປັນເຄືອຂ່າຍທີ່ນອນໃນອັນດັບແຖວໜ້າ, ມີຈຳນວນເລກໝາຍຜູ້ນຳໃຊ້ມືຖື 3 ລ້ານໝາຍເລກ ຫລື ສ່ວນແບ່ງຕະຫລາດ 52%, ລະບົບພື້ນຖານໂຄງລ່າງເຕັກນິກກວ້າງໃຫ່ຍທີ່ສຸດ ມີຈຳນວນສູນສະຖານີສົ່ງສັນຍານ 2G/3G/4G ລວມຫລາຍກວ່າ 6000 ສູນ, ເຂດປົກຄຸມສັນຍານກວມ 95% ທົ່ວປະເທດ.