![]() |
ທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນຟຸ໋ກ ແລະ ບັນດາຜູ້ແທນ ຢ້ຽມຊົມງານວາງສະແດງສາກົນ.
ນີ້ແມ່ນການປະຕິວັດອຸດສາຫະກຳ ທີ່ຈະເຮັດໃຫ້ມີການປ່ຽນແປງດ້ານພື້ນຖານການຜລິດ, ວາດພາບແຜນທີເສດຖະກິດເທື່ອລະກ້າວ. ໃນຄວາມເປັນຈິງ ບັນຫາດັ່ງກ່າວນີ້ແມ່ນສິ່ງທີ່ໃໝ່ ຢູຫວຽດນາມ, ໃນ 1ປີທີ່ຜ່ານມາ ໄດ້ມີຫຼາຍກະຊວງ, ຂະແໜງການ ຂານຕອບຢ່າງຕັ້ງໜ້າ ຄຳສັ່ງ ເລກທີ 16 /CT-TTg ຂອງນາຍົກລັດຖະມົນຕີກ່ຽວກັບ ການເພີ່ມທະວີ ຄວາມສາມາດໃນການເຂົ້າເຖິງ ຂະບວນການປະຕິວັດອຸດສາຫະກຳ ຄັ້ງທີ 4 ແຕ່ອາດຈະພົບກັບຄວາມສັບສົນເບື້ອງຕົ້ນ, ບໍ່ຮູ້ວ່າຈະເລີ່ມຕົ້ນຈາກໃສກ່ອນ ບຸກຄະລາກອນຈະເອົາມາຈາກໃສ...
ໃນຕ່ອງໂສ້ຂອງກອງປະຊຸມ ສິ່ງທີ່ໜ້າສົນໃຈແມ່ນ ການວາງສະແດງສາກົນກ່ຽວກັບ ອຸດສາຫະກຳ 4.0 ມີບັນດາຫ້າງຮ້ານວາງສະແດງ ຂອງບັນດາວິສາຫະກິດ ອຸດສາຫະກຳລະດັບຕົ້ນໆ ແນະນຳບັນດາວິທີການ, ການບໍລິການ ຂອງຂະແໜງການ, ຂົງເຂດຫຼັກແມ່ນ ອຸດສາຫະກຳ, ກະສິກຳ, ພະລັງງານ, ສື່ສານມວນຊົນ, ສາທາລະນະສຸກ, ຄົມມະນາຄົມ, ການເງິນ-ການທະນາຄານ, ການຄ້າດິຈີຕ໋ອນ… ແຂກເຂົ້າຢ້ຽມຊົມຈະຮັບຊົມ ອັບພິເຄຊັ້ນໃໝ່ທາງດ້ານເຕັກໂນໂລຊີ ແລະ ຜລິດຕະພັນ ເຕັກໂນໂລຊີ ອັດສະລີຍະ ຈາກສະຫະບໍລິສັດ ເຕັກໂນໂລຊີ ລະດັບຕົ້ນຂອງໂລກຄື: ໂຮງງານອັດສະລິຍະ, ອັດຕາໂນມັດ, ພິມ 3ດີ, ອາໄອ-ຫຸ່ນຍົນວິທະຍາ ຈໍສຳພັດອັດສະລີຍະ, big data, blockchain,ຄວາມສະຫງົບດ້ານເຄື່ອຂ່າຍ, ເທັກໂນໂລຊີ ອີນເຕີແນັດ ວັດຖຸ, e-KYC, ການຄຳນວນ ເມກ (icloud), ອຸປະກອນ ມືຖື, ເທັກໂນໂລຊີ ວິເຄາະ, ມາດຕະການຍົກສູງ ການເຂົ້າຂອງລູກຄ້າ… ນີ້ແມ່ນໂອກາດດີເພື່ອເຮັດໃຫ້ວິສາຫະກິດ ໄດ້ແລກປ່ຽນ, ພົບປະ ຄູ່ຮ່ວມມື ກໍ່ຄືແນະນຳບັນດາຜລິດຕະພັນ, ການບໍລິການເທັກໂນໂລຊີ ຂອງຕົນສູ່ຜູ້ຊົມໃຊ້.
(ຫັດທະບູນ)