ໄຂກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ມິຖຸນາ 2018

14:38 | 26/06/2018

ໃນຕອນເຊົ້າຂອງມື້​ວານນີ້ ຢູ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໄຂກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ມິຖຸນາ 2018.

ໄຂກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ມິຖຸນາ 2018

ໄຂກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ມິຖຸນາ 2018.

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນມິຖຸນາ 2018 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 25 ມິຖຸນາ 2018 ຢູ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາ ທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນມິຖຸນາ ໃນຄັ້ງນີ້, ຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັ ນ ແລະ ຮັບຮອງເອົາ 05 ເອກະສານສໍາຄັນ ຄື: 1). ບົດລາຍງານກ່ຽວກັບການຄຸ້ມຄອງລາຄາສິນຄ້າ; 2). ບົດລາຍງານກ່ຽວກັບທິດຜັນຂະຫຍາຍ ແລະ ແຜນການຈັດຕັ້ງປະຕິບັດມາດຕະການ ໃນການກະຕຸ້ນເສດຖະກິດ ໃນໄລຍະ 06 ເດືອນທ້າຍປີ 2018; 3). ນະໂຍບາຍຂອງລັດຖະບານ ກ່ຽວກັບການພັດ ທະນາລັດວິສາຫະກິດ ແລະ ການຜະລິດເປັນສິນຄ້າ ຂອງສະຫະກອນແບບໃໝ່; 4). ບົດລາຍງານ ກ່ຽວກັບສະພາບການຈັດຕັ້ງ ປະຕິບັດການຜະລິດລະດູແລ້ງ ແລະ ແຜນການຊຸກຍູ້ການຜະລິດລະດູຝົນ; 5). ແຜນຍຸດທະສາດການຮ່ວມມື ລາວ-ໄທ ດ້ານການພັດທະນາໄລຍະ 05 ປີ (2018-2022).

ກອງປະຊຸມລັດຖະບານສະໄໝສາມັນໃນຄັ້ງນີ້, ຈະໄດ້ດໍາເນີນເປັນເວລາ 02 ວັນ ຄື: ວັນທີ 25-26 ມິຖຸນາ 2018.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.