ກໍ່ສ້າງລັດຖະບານເອເລັກໂຕນິກຕ້ອງຕິດພັນກັບບົດບາດຂອງຜູ້ນຳໜ້າ

15:11 | 19/07/2018

ມື້​ວານນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມເວທີປາໄສຂັ້ນສູງເຕັກໂນໂລຢີຖະແຫຼງຂ່າວ - ສື່ສານ ຫວຽດນາມ (Vietnam ICT Summit) 2018

ກໍ່ສ້າງລັດຖະບານເອເລັກໂຕນິກຕ້ອງຕິດພັນກັບບົດບາດຂອງຜູ້ນຳໜ້າ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ. (ພາບ: VGP)

ເຫດການດັ່ງກ່າວ ໂດຍສະຫະສະມາຄົມຊອັບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ (VINASA) ສົມທົບກັບຄະນະພັດທະນາເສດຖະກິດພາກເອກະຊົນ ຈັດຕັ້ງຢູ່ ຮ່າໂນ້ຍ. ນີ້ແມ່ນຄັ້ງທີ 8 ທີ່ລາຍການໄດ້ຈັດຕັ້ງດ້ວຍຫົວຂໍ້ວ່າ “ມຸ່ງໄປເຖິງລັດຖະບານດີຈີຕອນ ແລະ ເສດຖະກິດດີຈີຕອນ”. ກ່າວຄຳເຫັນຢູ່ຕໍ່ໜ້າບັນດານັກປາຖະກະຖາ, ວິສາຫະກິດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງເນືຶ້ື້ອໃນຂອງເວທີປາໄສ ແລະ ຖືວ່າ: ບັນດາຫົວເລື່ອງປຶກສາຫາລືສະເພາະມີສ່ວນກ່ຽວຂ້ອງຢ່າງສະໜິດແໜ້ນເຖິງໜ້າທີ່ການກໍ່ສ້າງລັດຖະບານເອເລັກໂຕນິກ - ເຊິ່ງແມ່ນຈຸດສຸມຂອງລັດຖະບານໃນໄລຍະ 2018 – 2020, ມຸ່ງໄປເຖິງ 2025. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

“ຈຸດພົ້ນເດັ່ນຂອງຜົນສຳເລັດແມ່ນປັດໄຈມະນຸດ, ມາດຕະຖານແຫຼ່ງຊັບພະຍາກອນມະນຸດ 4.0 ທັງວົງກ້ວາງ ແລະ ມີທັກສະສູງ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນໃນສະເພາະໜ້າ ແລະ ຍາວນານ. ບໍ່ພຽງແຕ່ເອົາໃຈໃສ່ເຖິງການສຶກສາບຳລຸງສ້າງເທົ່ານັ້ນ ຫາກຍັງເອົາໃຈໃສ່ເຖິງສະພາບແວດລ້ອມແຫ່ງການດຳລົງຊີວິດ, ເຮັດວຽກ, ລາຍຮັບ, ປະກັນໄພອີກດ້ວຍ…”

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ ການປັບປຸງໃຫ້ສົມບູນແບບ ແລະ ຍົກສູງຄຸນນະພາບລະບອບລະບຽບກົດໝາຍ, ນະໂຍບາຍພື້ນຖານໃຫ້ການກໍ່ສ້າງລັດຖະບານເອເລັກໂຕນິກ, ລະອຽດແມ່ນການລົງທຶນໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ; ເຊື່ອມຕໍ່ແບ່ງປັນຂໍ້ມູນ, ປົກປ້ອງຂໍ້ມູນສ່ວນຕົວ…

(ແຫຼ່ງ​ຂໍ້​ມູນ​: vov5)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.