ກອງປະຊຸມລັດຖະບານສະໄໝວິສາມັນ ປະຈໍາເດືອນ ສິງຫາ 2018

08:38 | 08/08/2018

ຍສໝ - ກອງປະຊຸມລັດຖະບານສະໄໝວິສາມັນ ປະຈໍາເດືອນ ສິງຫາ 2018 ຮັບຮອງເອົາ ດ້ານຫລັກການຮ່າງກົດໝາຍທັງໝົດ 3 ສະບັບ ເພື່ອຈະປັບປຸງ ແລະ ສະເໜີສະພາແຫ່ງຊາດ ພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຄື: ກົດໝາຍ ວ່າດ້ວຍທີ່ດິນ, ກົດໝາຍ ວ່າດ້ວຍຄົນພິການ ແລະ ກົດໝາຍ ວ່າດ້ວຍການປ້ອງກັນຄວາມປອດໄພ ດ້ານລັງສີ ແລະ ນິວເຄຼຍ.

ກອງປະຊຸມລັດຖະບານສະໄໝວິສາມັນ ປະຈໍາເດືອນ ສິງຫາ 2018

ບັນຍາກາດກອງປະຊຸມ.

ກອງປະຊຸມລັດຖະບານສະໄໝວິສາມັນ ປະຈໍາເດືອນ ສິງຫາ 2018 ​ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ດໍາເນີນມາເປັນເວລາ 2 ວັນ ດ້ວຍບັນຍາກາດເຄັ່ງຮ້ອນ ແລະ ປິດລົງໃນວັນທີ 7 ສິງຫາ, ພ້ອມພິຈາລະນາ ແລະ ຮັບຮອງເອົາ ດ້ານຫລັກການຮ່າງກົດໝາຍທັງໝົດ 3 ສະບັບ ເພື່ອຈະປັບປຸງ ແລະ ສະເໜີສະພາແຫ່ງຊາດ ພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຄື: ກົດໝາຍ ວ່າດ້ວຍທີ່ດິນ, ກົດໝາຍ ວ່າດ້ວຍຄົນພິການ ແລະ ກົດໝາຍ ວ່າດ້ວຍການປ້ອງກັນຄວາມປອດໄພ ດ້ານລັງສີ ແລະ ນິວເຄຼຍ.

ໂອກາດ​ກ່າວ​ປິດ​ກອງ​ປະຊຸມ, ທ່ານ ທອງລຸນ ສີສຸລິດ ກ່າວ​ວ່າ: ຜ່ານການຮັບຟັງລາຍງານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ກ່ຽວກັບສະພາບ ແລະ ທິດທາງການແກ້ໄຂໄພພິບັດ ຢູ່ແຂວງອັດຕະປື ແລະ ສະພາບນໍ້າຖ້ວມໃນຂອບເຂດທົ່ວປະເທດ, ບັນດາ ທ່ານສະມາຊິກລັດຖະບານ ໄດ້ອອກຄໍາເຫັນ ແລະ ປຶກສາຫາລືກັນ ຢ່າງມີຄວາມຮັບຜິດຊອບສູງ ຕະຫລອດໜຶ່ງວັນທີ່ຜ່ານມາ, ກອງປະຊຸມ ໄດ້ຕົກລົງເອົາມາດຕະການຕ່າງໆ ໃນການແກ້ໄຂບັນຫາຕໍ່ໄປ ດັ່ງນີ້:

ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ສຸມທຸກຄວາມພະຍາຍາມ ແລະ ນຳໃຊ້ກໍາລັງແຮງພາຍ ໃນທີ່ພວກເຮົາມີ ໂດຍສົມທົບກັບກຳລັງຊ່ວຍເຫລືອ ຈາກບັນດາປະເທດເພື່ອນມິດ ເພື່ອສືບຕໍ່ຊອກຄົ້ນຫາຜູ້ສູນຫາຍ ທີ່ອາດຈະຍັງມີຊີວິດຢູ່ ແລະ ນຳເອົາມາທີ່ປອດໄພ, ພ້ອມທັງສືບຕໍ່ຄົ້ນຫາຜູ້ທີ່ເສຍຊີວິດໃຫ້ພົບເຫັນ ແລະ ເກັບສົບເອົາມາໃຫ້ໄດ້ໄວເທົ່າທີ່ຈະໄວໄດ້.

ສືບຕໍ່ສ້າງສະຖານທີ່ພັກເຊົາ ໃຫ້ປະຊາຊົນທີ່ປະສົບໄພ ທີ່ອົບພະຍົບມາເຕົ້າໂຮມທີ່ສູນຕ່າງໆນັ້ນໃຫ້ໄວ ແລະ ພຽງພໍກັບຄວາມຕ້ອງການທີ່ຈຳເປັນ ໃນເບື້ອງຕົ້ນ ແລະ ໃຫ້ກ້າວສູ່ຄວາມສະຫງົບເປັນກ້າວໆ. ສືບຕໍ່ເບິ່ງແຍ່ງປະຊາຊົນທີ່ປະສົບໄພ ໂດຍສະເພາະແມ່ນໃຫ້ມີອາຫານ -ການກິນ, ນໍ້າດື່ມ-ນ້ຳໃຊ້, ດູແລສຸຂະພາບ, ປ້ອງກັນບໍ່ໃຫ້ເກີດພະຍາດລະບາດ, ປົວແປງຈິດໃຈ ແລະ ສືບຕໍ່ຊ່ວຍສົງ ເຄາະ ແລະ ເຮັດວຽກງານສະຫວັດດີການອື່ນໆ.

ສືບຕໍ່ຈັດແຈງ, ຈັດສົ່ງ ແລະ ແຈກຍາຍອຸປະກອນເຄື່ອງມື ແລະ ເຄື່ອງຊ່ວຍເຫລືອບັນເທົາທຸກ ທີ່ມີຄວາມຕ້ອງການຈຳເປັນຮີບດ່ວນ, ສ້າງເງື່ອນໄຂໃຫ້ປະຊາຊົນໄດ້ມີຊີວິດ ຢູ່ຢ່າງປອດໄພ, ສ້າງສາທາລະນຸປະໂພກໃຫ້ປະຊາຊົນ ໃຫ້ມີຄວາມສະ ດວກຍິ່ງຂຶ້ນ. ພ້ອມດຽວກັນນັ້ນ ກໍ່ສືບຕໍ່ຄຸ້ມຄອງເຄື່ອງບັນເທົ່າທຸກ ແລະ ແຈກຍາຍໃຫ້ທົ່ວເຖິງ, ຄຸ້ມຄອງເງິນຊ່ວຍເຫລືອ ແລະ ນໍາໃຊ້ຢ່າງຮັດກຸມ, ໂປ່ງໃສ ແລະ ສາມາດກວດກາ-ຄຸ້ມຄອງໄດ້.

ກອງປະຊຸມລັດຖະບານສະໄໝວິສາມັນ ປະຈໍາເດືອນ ສິງຫາ 2018

ກອງປະຊຸມຕົກລົງແຕ່ງຕັ້ງ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ຮັບຜິດຊອບສືບສວນ-ສອບສວນ.

ກອງປະຊຸມຕົກລົງແຕ່ງຕັ້ງ ຄະນະສືບສວນ-ສອບສວນ ຄະນະໜຶ່ງຂຶ້ນ ໂດຍມອບໃຫ້ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ເປັນຫົວໜ້າຄະນະ. ຄະນະຮັບຜິດຊອບສືບສວນ-ສອບສວນ ສາມາດຮັບເອົາການຊ່ວຍເຫລືອ ທາງດ້ານການເງິນ, ເຕັກນິກ ແລະ ຊ່ຽວຊານ ຈາກຕ່າງປະເທດ ທີ່ມີມາດຕະຖານສາກົນ ມາຊ່ວຍພິສູດ, ກວດກາທາງດ້ານເຕັກນິກ, ຊອກໃຫ້ເຫັນສາເຫດ ທີ່ພາໃຫ້ມີການແຕກຂອງເຂື່ອນ ແລະ ສາມາດເຊີນ ຕົວແທນຂອງລັດຖະບານ ຂອງປະເທດທີ່ມີບໍລິສັດຜູ້ປະກອບການ ແລະ ຂາຮຸ້ນ ມາໃຫ້ຄຳປຶກສາ. ທັງນີ້ກໍແນ່ໃສ່ໃຫ້ການສືບສວນ-ສອບສວນ ມີຄຸນນະພາບສູງ, ມີຄວາມໂປ່ງໃສ ແລະ ເປັນທີ່ຍອມຮັບ ຕໍ່ທັງພາຍໃນ ແລະ ຕ່າງປະ ເທດ. ພ້ອມ ດຽວກັນນັ້ນ, ກອງປະຊຸມ ກໍ່ໄດ້ຕົກລົງແຕ່ງຕັ້ງ ຄະນະກຳມະການລະດັບສູງຂອງລັດຖະບານ ເພື່ອກວດກາເຖິງຄວາມຮັບຜິດຊອບ ຂອງເຈົ້າໜ້າທີລັດທີ່ກ່ຽວຂ້ອງ ກັບການອະນຸມັດ ຕະຫລອດເຖິງການເຕືອນ ໄພລ່ວງໜ້າຕ່າງໆ ທີ່ພົວ ພັນ ກັບເລື່ອງທີ່ເກີດຂຶ້ນນີ້ ພາຍໃຕ້ການຊີ້ນຳຂອງທ່ານ ຮອງນາຍົກລັດຖະມົນຕີ ບຸນທອງ ຈິດມະນີ, ປະທານອົງການກວດກາລັດຖະບານ.

ຕົກລົງ ໃຫ້ຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ແຕ່ງຕັ້ງຄະນະ ແລະ ດຳເນີນການ ປະເມີນຜົນເສຍຫາຍ ແລະ ຜົນກະທົບ ຂອງໄພພິບັດຄັ້ງນີ້ໂດຍໄວ. ຄຽງຄູ່ກັນນີ້, ກໍໃຫ້ຄະນະດັ່ງກ່າວ ສ້າງຕັ້ງໜ່ວຍງານໜຶ່ງຂຶ້ນ ເພື່ອສ້າງແຜນຟື້ນຟູໄພພິບັດ ທັງສະເພາະໜ້າ ແລະ ຍາວນານ ເພື່ອລາຍງານລັດຖະບານ ແລະ ກຳນົດບູລິມະສິດການລົງທຶນ, ຈັດສັນງົບປະມານ ແລະ ເລີ່ມລົງມືດໍາເນີນການຟື້ນຟູໂດຍໄວ ພາຍຫລັງນ້ຳລົດລົງ.

ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ກວດກາຄືນ ທາງດ້ານເຕັກນິກ ແລະ ຄຸນນະພາບ ໃນການກໍ່ສ້າງ ແລະ ພັດທະນາເຂື່ອນຕ່າງໆ ທີ່ກຳລັງກໍ່ສ້າງ ແລະ ກໍ່ສ້າງສຳເລັດແລ້ວ ໃນທົ່ວປະເທດ ໂດຍມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເປັນເຈົ້າການສົມທົບ ກັບກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ຊ່ຽວຊານຈາກສາກົນ ຖ້າກວດເຫັນສິ່ງຜິດປົກກະຕິ ໃນການອອກແບບ ຫລື ໃນມາດຕະຖານກໍ່ສ້າງ ກໍໃຫ້ມີການປັບ ປຸງແກ້ໄຂ. ພ້ອມກັນນີ້ ລັດຖະບານຈະໃຫ້ໂຈະຊົ່ວຄາວ ໃນການພິຈາລະນາຮັບເອົາການສະເໜີໂຄງການໃໝ່ໄວ້ກ່ອນ ເພື່ອສຶກສາຄືນໃໝ່ຍຸດທະສາດ ແລະ ແຜນພັດທະນາເຂື່ອນໄຟຟ້າ ໃນ ສປປ ລາວ.

ຍ້ອນວ່າໃນໄລຍະນີ້ ໃນທົ່ວປະເທດກຳລັງຖືກຄຸກຄາມ ຈາກໄພນ້ຳຖ້ວມ ຈຶ່ງໃຫ້ຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດແຫ່ງຊາດ ສືບຕໍ່ຕິດຕາມ, ກວດກາ ແລະ ສະຫລຸບລາຍງານສະພາບນໍ້າຖ້ວມ ໃນຂອບເຂດ ທົ່ວປະ ເທດເປັນ ປະຈຳ ພ້ອມທັງຮີບຮ້ອນປະສານງານກັບທ້ອງຖິ່ນ ເພື່ອໃຫ້ການຊ່ວຍເຫລືອ ແກ່ປະຊາຊົນຢ່າງທັນການ. ພ້ອມນີ້, ກໍໃຫ້ສືບຕໍ່ເອົາໃຈໃສ່ຕິດຕາມ ສະພາບອາກາດໃນຂອບເຂດທົ່ວປະເທດ ແລະ ແຈ້ງເຕືອນໄພພິບັດ ໃຫ້ທົ່ວເຖິງ ແລະ ທັນການ, ໂດຍມອບໃຫ້ຂະແໜງການ ແລະ ທ້ອງຖິ່ນ ເອົາໃຈໃສ່ ແລະ ກຽມຄວາມພ້ອມ ໃນການເຄື່ອນຍ້າຍປະຊາຊົນ ຖ້າຫາກສະພາບຄວາມສ່ຽງໄພພິບັດ ກ້າວເຖິງຂັ້ນເຕືອນໄພ, ໃຫ້ພາກສ່ວນທີ່ກ່ຽວຂ້ອງເຝົ້າລະວັງ, ຢູ່ປະຈໍາການທຸກໆ ເຂື່ອນໄຟຟ້າ ນ້ຳຕົກ ໃນທົ່ວປະເທດ, ມີການຈັດການ ການບໍລິຫານນໍ້າຢູ່ເຂື່ອນຕ່າງໆ ຢ່າງເໝາະສົມ ເພື່ອປ້ອງກັນອຸປະຕິເຫດ ບໍ່ໃຫ້ເກີດຂຶ້ນໄດ້.

ກອງປະຊຸມລັດຖະບານ ສະໄໝວິສາມັນຄັ້ງນີ້ ໄດ້ສະແດງຄວາມຂອບໃຈ ຕໍ່ບັນດາປະເທດເພື່ອນມິດ ທັງຢູ່ໃກ້ ແລະ ຢູ່ໄກ ຕໍ່ກັບຄວາມຫ່ວງໄຍ ພ້ອມທັງໄດ້ສົ່ງກໍາລັງໃຈ, ໃຫ້ການສະໜັບສະໜູນ ແລະ ໃຫ້ການຊ່ວຍເຫລືອ ທາງດ້ານທຶນຮອນ, ເຄື່ອງອຸປະກອນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ທີ່ຈຳເປັນຢ່າງທັນກັບສະພາບການ ແກ່ລັດຖະບານ ແລະ ປະຊາຊົນລາວ, ໂດຍສະເພາະ ກໍແມ່ນຕໍ່ຜູ້ປະສົບກັບໄພພິບັດໃນຄັ້ງນີ້. ຂໍສະແດງຄວາມຂອບໃຈ ເປັນພິເສດ ຕໍ່ໜ່ວຍກູ້ໄພ ແລະ ອາສາສະໝັກຈາກປະເທດເພື່ອມິດ ໂດຍສະເພາະຈາກ ສສ. ຫວຽດນາມ, ສປ ຈີນ, ຣາຊະອານາຈັກໄທ, ສ. ເກົາຫລີ, ສ. ສິງກະໂປ ແລະ ປະເທດອື່ນໆ ທີ່ມາສົມທົບກັບໜ່ວຍກູ້ໄພພາຍ ໃນປະເທດ ດຳເນີນການກູ້ໄພ ແລະ ຊ່ວຍເຫລືອຜູ້ປະສົບໄພ ດ້ວຍຄວາມເສຍສະຫລະ ແລະ ດ້ວຍຈິດໃຈມະນຸດສະທຳອັນສູງສົງ, ປະຊາຊົນລາວບັນດາເຜົ່ນ ສຸດທິຊາບຊື້ງ, ຂອບໃຈ ແລະ ເປັນບຸນຄຸນຢ່າງສູງ ຕໍ່ນ້ຳໃຈໄມຕີດັ່ງກ່າວ.

ກອງປະຊຸມ ຂໍສະແດງຄວາມຂອບໃຈ ຕໍ່ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ທີ່ໄດ້ມີຄວາມຫ່ວງໄຍ ຢ່າງຈົດຈໍ່ຕໍ່ເຫດການໃນຄັ້ງນີ້ ແລະ ໄດ້ເສຍສະລະທັງກຳລັງຊັບ ແລະ ກຳລັງແຮງຂອງທຸກໆຄົນ ສຸມໃສ່ຊ່ວຍເຫລືອ ດ້ວຍຄວາມເຫລື່ອມໃສຢ່າງແທ້ຈິງ.

ຂໍຍ້ອງຍໍສັນລະເສີນ ກຳລັງທະຫານ, ຕໍາຫລວດ, ໜ່ວຍອາສາສະໝັກ, ແພດ-ໝໍ, ນັກຂ່າວ ແລະ ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ. ຊົມເຊີຍພະນັກງານ-ລັດຖະກອນ ຢູ່ທຸກໆອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະ ຫາຊົນ, ຜູ້ປະກອບການ, ນັກທຸລະ ກິດ, ຄູບາອາຈານ, ນັກສິນລະປິນ ແລະ ປະຊາຊົນລາວ ທຸກຫົນແຫ່ງທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ປະກອບສ່ວນ ແລະ ສະແດງອອກເຖິງກຳລັງແຮງ ແຫ່ງຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ໃນການຊ່ວຍ ເຫລືອ ປະຊາຊົນລາວ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດ ໃນຄັ້ງນີ້.

ຂໍສະແດງຄວາມຮູ້ບຸນຄຸນ ຕໍ່ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ທີ່ໄດ້ໃຫ້ການເອົາໃຈໃສ່ ຊີ້ນຳ ຢ່າງໃກ້ສິດ. ຂອບໃຈຕໍ່ບັນດາສະຫາຍ ກຳມະການກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ທີ່ໄດ້ໃຫ້ຄວາມ ເອົາໃຈໃສ່ຕິດຕາມ, ຊີ້ນໍາ ການປະຕິບັດໜ້າທີ່ຂອງລັດຖະບານ. ຂອບໃຈຕໍ່ສະມາຊິກສະພາແຫ່ງຊາດ, ສະພາທ້ອງຖິ່ນ, ບັນດາອົງການນິຕິບັນຍັດ, ອົງການຕຸລາການ, ອົງການຈັດຕັ້ງທາງສັງຄົມ, ສະພາການຄ້າ ແລະ ອຸດສາຫະກໍາ, ສະມາຄົມ ທຸລະກິດ ລວມທັງ ນັກປະດິດຄິດແຕ່ງ, ນັກຮ້ອງ ທີ່ໄດ້ສະແດງຄວາມຮູ້ສຶກ ແລະ ສົ່ງກໍາລັງໃຈ ໃຫ້ແກ່ຜູ້ປະສົບໄພ ແລະ ຜູ້ກໍາລັງປະຕິບັດໜ້າທີ່ຢູ່ນັ້ນ ໃຫ້ມີກຳລັງໃຈ ແລະ ກຳລັງກາຍ ເພື່ອຕໍ່ສູ້ກັບຜົນຮ້າຍ ຂອງມະຫາຕະໄພໃນຄັ້ງນີ້. ຂອບ ໃຈຕໍ່ອົງການຈັດຕັ້ງຂອງພັກ, ລັດຖະບານ, ທະຫານ, ຕຳຫລວດ, ອົງການຈັດຕັ້ງມະຫາຊົນ, ອົງການແນວລາວສ້າງຊາດ, ສະພາແຫ່ງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ອົງການຈັດຕັ້ງທາງສັງຄົມ, ສະມາຄົມທຸລະກິດ ແລະ ບັນດາບໍລິສັດຮ້າງຮ້ານຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫລືອ ທາງດ້ານຊັບສິນ, ວັດຖຸສິ່ງຂອງ ແລະ ກໍາລັງແຮງ ເພື່ອປະກອບສ່ວນໃຫ້ແກ່ ການແກ້ໄຂໄພພິບັດໃນຄັ້ງນີ້.

ຈາກທຸກໆສິ່ງທີ່ກ່າວມາຂ້າງເທິ່ງນັ້ນ ພວກເຮົາເຊື່ອວ່າ ຈະສາມາດຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກ ໄປໄດ້ຢ່າງແນ່ນອນ. ໃນໂອກາດນີ້ຂ້າພະເຈົ້າຮຽກຮ້ອງ ມາຍັງພີ່ນ້ອງຮ່ວມຊາດ ໃນທົ່ວປະເທດ, ເວລານີ້ ຍິ່ງກວ່າເວລາໃດໝົດ ພວກເຮົາຕ້ອງເພີ່ມທະວີ ຄວາມສະໝານສາມັກຄີກັນຢ່າງເປັນປຶກແຜນ, ສືບຕໍ່ມູນເຊື້ອວິລະຊົນຂອງຊາດ, ສືບຕໍ່ປົກປັກຮັກສາມູນເຊື້ອ ວັດທະນະທໍາອັນດີງານຂອງຊາດ ເຮົາໄວ້ຕະຫລອດໄປ. ຂໍຮຽກຮ້ອງມາຍັງ ພະນັກງານ, ທະຫານ, ຕໍາຫລວດ ຢູ່ບັນດາຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ຍົກຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າ ການໃນການປະຕິບັດວຽກງານຂອງຕົນ ໃຫ້ສູງກວ່າເວລາປົກກະຕິ ເພື່ອພ້ອມກັນສູ້ຊົນ ແກ້ໄຂບັນຫາໄພພິບັດ ໃນຄັ້ງນີ້ ໃຫ້ສຳເລັດ ແລະ ລຸລ່ວງໄປ ໂດຍດີ.

ຂໍມອບໝາຍ ໃຫ້ຄະນະກໍາມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ແລະ ຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດແຫ່ງຊາດ ແລະ ທຸກພາກສ່ວນ ໃນກົງຈັກຂອງພັກ ແລະ ລັດ ຈົ່ງຜັນຂະຫຍາຍ ຈິດໃຈຊີ້ນຳ ຂອງກອງ ປະຊຸມລັດຖະບານ ສະໄໝວິສາມັນໃນຄັ້ງນີ້ ໃຫ້ເປັນແຜນວຽກລະອຽດ ທັງໃນສະເພາະໜ້າ ແລະ ຍາວນານ ເພື່ອຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ ພ້ອມທັງ ສະຫລຸບລາຍງານ ລັດຖະບານ ຢ່າງທັນການ ໃນແຕ່ລະໄລຍະ.

ກອງປະຊຸມລັດຖະບານສະໄໝວິສາມັນ ປະຈໍາເດືອນ ສິງຫາ 2018

ການຖະແຫຼງຂ່າວຢ່າງເປັນທາງການຂອງລັດຖະບານແຫ່ງ ສປປລາວ ຕໍ່ສື່ມວນຊົນ ແລະ ອົງການຈັດຕັ້ງສາກົນ.

ໃນຄະນະດຽວກັນ 07 ສິງຫາ 2018 ທີ່ນະຄອນຫຼວງວຽງຈັນ ສປປລາວ ນຳໂດຍລັດຖະມົນຕີກະຊວງການຕ່າງປະເທດ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດ "ການຖະແຫຼງຂ່າວຢ່າງເປັນທາງການຂອງລັດຖະບານແຫ່ງ ສປປລາວ ຕໍ່ສື່ມວນຊົນ ແລະ ອົງການຈັດຕັ້ງສາກົນໃນການຟື້ນຟູປະຊາຊົນທີ່ຖືກຜົນກະທົບໄພພິບັດນໍ້າຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດຕະປື".

ໜຶ່ງ, ໄດ້ວາງແຜນການໃນການຟື້ນຟູເປັນແຕ່ລະໄລຍະ ໂດຍສຸມໃສ່ຟື້ນຟູສະຖານທີ່ພັກພາອາໄສຖາວອນ, ທາງດ້ານສຸຂະພາບຮ່າງກາຍ ແລະ ຈິດໃຈໃຫ້ເຂົ້າສູ່ສະພາບປົກກະຕິ; ສອງ ລັດຖະບານໄດ້ວາງແຜນດັ່ງນີ້ ໃນສະເພາະໜ້າແມ່ນສືບຕໍ່ຊອກຫາ ຊອກຄົ້ນຈໍານວນຜູ້ສູນຫາຍ ຟື້ນຟູພື້ນທີ່ທີ່ໄດ້ຮັບຜົນກະທົບ ແລະໂຄງສ້າງພື້ນຖານ ຖະໜົນຫົນທາງ ແລະຂົວເປ່ເພ ໃຫ້ສາມາດເຂົ້າໄປເຖິງຊຸມຊົນທີ່ໄດ້ຮັບຜົນກະທົບ;
ສາມ ການສະໜອງສະບຽງອາຫານໃຫ້ພຽງພໍ, ຕິດຕາມເບີ່ງແຍງ ແລະ ຮັກສາຄຸນະພາບຂອງອາຫານ ມີຄວາມຕ້ອງການອຸປະກອນການແພດ ປະກອບມີລົດຂົນສົ່ງຄົນເຈັບ ຢາວັກແຊັງ ຕ້ານພະຍາດລະບາດຢູ່ໃນພື້ນທີ່ ທີ່ໄດ້ຮັບຜົນກະທົບ; ສີ່ ສໍາລັບແຜນການໄລຍະກາງ ແລະ ໄລຍະຍາວແມ່ນຈະວາງແຜນການຟື້ນຟູພື້ນທີ່ເມືອງສະໜາມໄຊທີ່ໄດ້ຮັບຜົນກະທົບ ເພື່ອພັດທະນາເປັນພື້ນທີ່ກະສິກໍາໃຫ້ປະຊາຊົນ ແລະ ການຍົກຍ້າຍຈັດສັນທີ່ພັກແບບຖາວອນ; ຫ້າ ຟື້ນຟູຊຸມຊົນໃຫ້ເປັນສະພາບປົກກະຕິ ການພັດທະນາພື້ນຖານໂຄງລ່າງ ໃຫ້ເຂົາເຈົ້າສາມາດດໍາລົງຊີວິດໄດ້ເປັນປົກກະຕິ ເຊິ່ງລັດຖະບານກຳລັງປະເມີນຜົນຢູ່ສະໜາມ ເພື່ອສ້າງເປັນແຜນແມ່ບົດໃນການພັດທະນາ ເພື່ອຟື້ນຟູຊຸມຊົນ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.