ລັດຖະບານ ຮັບຮອງ 4 ວຽກສຳຄັນ ກະຕຸ້ນເສດຖະກິດທ້າຍປີ 2018

08:17 | 27/06/2018

ຮັບຮອງເອົາ ບັນດາເອກະສານສໍາຄັນ 4 ລາຍການຄື: ບົດລາຍງານກ່ຽວກັບການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; ແຜນການຈັດຕັ້ງປະຕິບັດມາດຕະການ ໃນການກະຕຸ້ນເສດຖະກິດ ໃນໄລຍະ 6 ເດືອນທ້າຍປີ 2018; ນະໂຍບາຍຂອງລັດຖະບານ ກ່ຽວກັບການພັດທະນາລັດວິສາຫະກິດ ແລະ ການຜະລິດເປັນສິນຄ້າ ຂອງ ສະຫະກອນແບບໃໝ່; ບົດລາຍງານກ່ຽວກັບສະພາບການຈັດຕັ້ງ ປະຕິບັດ ການຜະລິດລະດູແລ້ງ ແລະ ແຜນການຊຸກຍູ້ການຜະລິດ​ ໃນລະດູຝົນ.

ລັດຖະບານ ຮັບຮອງ 4 ວຽກສຳຄັນ ກະຕຸ້ນເສດຖະກິດທ້າຍປີ 2018

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ມິຖຸນາ ຮັບ​ຮອງ 4 ບັນ​ຫາ​ສຳ​ຄັນ​ເພື່ອ​ກະ​ຕຸ້ນ​ເສດ​ຖະ​ກິດ.

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ມິຖຸນາ 2018 ໄດ້ດໍາເນີນ​ແຕ່ວັນທີ 25-26 ມິຖຸນາ 2018 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ​ເຊິ່ງໄດ້ມີ​ການປຶກສາຫາລື ແລະ ພິຈາລະນາຮັບຮອງເອົາ ບັນດາເອກະສານສໍາຄັນຈໍານວນ 4 ລາຍການ ​ເຊັ່ນ: ບົດລາຍງານກ່ຽວກັບການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; ແຜນການຈັດຕັ້ງປະຕິບັດມາດຕະການ ໃນການກະຕຸ້ນເສດຖະກິດ ໃນໄລຍະ 6 ເດືອນທ້າຍປີ 2018; ນະໂຍບາຍຂອງລັດຖະບານ ກ່ຽວກັບການພັດທະນາລັດວິສາຫະກິດ ແລະ ການຜະລິດເປັນສິນຄ້າ ຂອງ ສະຫະກອນແບບໃໝ່; ບົດລາຍງານກ່ຽວກັບສະພາບການຈັດຕັ້ງ ປະຕິບັດ ການຜະລິດລະດູແລ້ງ ແລະ ແຜນການຊຸກຍູ້ການຜະລິດ​ ໃນລະດູຝົນ.

ຜ່ານການພິຈາລະນາຢ່າງເລິກເຊິ່ງ ກອງປະຊຸມໄດ້ຮັບຮອງ ແລະ ຊີ້ນໍາໃຫ້ບັນດາກະຊວງ ແລະ ອົງການລັດທຽບເທົ່າ ນໍາໄປປັບປຸງຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ແມ່ນ: ສຶບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ແລະ ແຜນ ງົບປະມານແຫ່ງລັດປະຈໍາປີ 2018; ບັນດາຄາດໝາຍ, ທິດທາງ ແລະ ວຽກຈຸດສຸມ ທີ່ກຳນົດ ໃນດຳລັດດັ່ງກ່າວ ໃຫ້ມີປະສິດທິຜົນ. ໃນນັ້ນ, ໄດ້ກໍານົດແຈ້ງບົດບາດໜ້າທີ່ ຂອງແຕ່ລະຂະແໜງ ທີ່ຈະເປັນເຈົ້າການຮັບຜິດຊອບ ຈັດຕັ້ງປະຕິບັດຢ່າງເອົາຈິງເອົາຈັງ; ລົງເລິກແກ້ໄຂບັນດາຂໍ້ຄົງຄ້າງ ແລະ ວຽກທີ່ຍັງຄ້າງຄາທີ່ຖອດຖອນໄດ້ໃນໄລຍະ 6 ເດືອນຕົ້ນປີ. ຈັດຕັ້ງປະຕິບັດ 8 ມາດຕະ ການກະຕູ້ນເສດຖະກິດ ກໍ​ຄືການ ການສະກັດກັ້ນໄພເງິນເຟີ້ ແລະ ປັບປຸງນະໂຍບາຍເງິນຕາ; ປັບປຸງສະພາບແວດລ້ອມ ແລະ ອໍານວຍຄວາມສະດວກ ໃນການດຳເນີນທຸລະກິດ; ການສືບຕໍ່ ແກ້ໄຂໜີ້ສິນພາຍໃນ; ການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ; ລວມທັງ ການພັດທະນາ ທຸລະ​ກິດ​ຂະໜາດນ້ອຍ ​ແລະ ຂະໜາດກາງ(SME) ແລະ ການສົ່ງເສີມການຜະລິດ, ​ການປັບປຸງໂຄງ ສ້າງການລົງທຶນ, ການຄຸ້ມຄອງທີ່ດິນ ແລະ ການເກັບລາຍຮັບຈາກທີ່ດິນ, ນະໂຍບາຍພັດທະນາ ລັດວິສາຫະກິດ ແລະ ສະຫະກອນຮູບແບບໃໝ່.

ການປະຕິບັດການຜະລິດລະດູແລ້ງ ແລະ ແຜນຊຸກຍູ້ການຜະລິດລະດູຝົນ ຍັງ​ເປັນ​ບັນຫາ​ທີ່​ສຳຄັນ ທີ່​ລັດຖະບານ​ໄດ້​ມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສືບຕໍ່ເປັນເຈົ້າການ ສົມທົບ ກັບພາກສ່ວນ ກ່ຽວຂ້ອງ ກວດຄືນບັນດານິຕິກໍາ, ກົນໄກ ຫລື ຂອດອຸດຕັນ ທີ່ສ້າງຄວາມຫຍຸ້ງຍາກ ຫລື ກີດຂວາງ ຕໍ່ປະສິດທິພາບຂອງການຜະລິດລະດູແລ້ງ ແລະ ລະດູຝົນ ​ໃນ​ໄລຍະຜ່ານມາ ພ້ອມ​ທັງຮີບຮ້ອນແກ້ໄຂ ໃຫ້ສໍາເລັດໂດຍໄວ ​ເປັນ​ຕົ້ນ ລົງຊຸກຍູ້ສົງເສີມການຜະລິດລະດູຝົນ, ສົ່ງເສີມ ແລະ ດຶງດູດການລົງທຶນຈາກພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ເຂົ້າມາໃນການຜະລິດ ປຸງແຕ່ງເປັນສິນຄ້າ. ຄຽງ ຄູ່ກັນນັ້ນ ໃຫ້ຊຸກຍູ້ປະຊາຊົນປູກເຂົ້າພັນພື້ນເມືອງ ຂອງທ້ອງຖິ່ນຕ່າງໆ ໃຫ້ສາມາດແຂ່ງຂັນກັບ ປະເທດ ອ້ອມຂ້າງ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.