ລັດຖະບານລາວ ປະດັບຫລຽນໄຊຊັ້ນ I ໃຫ້ກະຊວງພາຍໃນ ສສ ຫວຽດນາມ

15:39 | 05/07/2018

ເນື່ອງໂອກາດສະເຫລີມສະຫລອງ 2 ວັນປະຫວັດສາດ ລາວ-ຫວຽດນາມ ແລະ ເພື່ອເປັນການຍ້ອງຍໍຊົມເຊີຍ ຜົນງານການປະກອບສ່ວນຊຸກຍູ້ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ລາວ- ຫວຽດນາມ ທີ່ມີສາຍພົວພັນຮ່ວມມື ກັນມາເປັນໄລ ຍະຍາວນານ.

ລັດຖະບານລາວ ປະດັບຫລຽນໄຊຊັ້ນ I ໃຫ້ກະຊວງພາຍໃນ ສສ ຫວຽດນາມ

ການປະດັບຫລຽນໄຊ ແລະ ມອບໃບຍ້ອງຍໍ ລະຫວ່າງ ພັກ-ລັດຖະບານ ລາວ-ຫວຽດນາມ.(ພາບ: KPL)

ໃນວັນທີ 4 ກໍລະກົດ 2018 ທ່ານ ສົມດີ ດວງດີ ຮອງນາຍົກລັດ ຖະມົນຕີ ລັດຖະມົນຕີ ກະຊວງການເງິນ ໄດ້ຕາງໜ້າໃຫ້ພັກ-ລັດຖະບານລາວ ປະດັບຫຽນໄຊອິດສະຫລະ ຊັ້ນ I ໃຫ້ກະຊວງພາຍໃນ ສສ ຫວຽດນາມ ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ກະຊວງດັ່ງກ່າວ, ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-7 ກໍລະກົດ 2018. ເຊິ່ງຕາງໜ້າ ຂຶ້ນຮັບໂດຍທ່ານ ເລ ວີ້ງເຕີນ ກໍາມະການສູນກາງພັກ ຄອມມູນິດຫວຽດນາມ ລັດຖະມົນຕີກະຊວງພາຍໃນ ແຫ່ງ ສສ ຫວຽດນາມ, ໂດຍມີພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ໂອກາດດຽວກັນ, ທ່ານ ເລ ວີ້ງເຕີນ ລັດຖະມົນຕີ ກະຊວງພາຍໃນ ສສ ຫວຽດນາມ ກໍໄດ້ຕາງໜ້າໃຫ້ພັກ -ລັດຖະບານຫວຽດນາມ ປະດັບຫລຽນໄຊອິດ ສະຫລະ ຊັ້ນ I ແລະ ມອບໃບຍ້ອງຍໍ ໃຫ້ແກ່ ກະຊວງພາຍໃນ ສປປ ລາວ ກໍໍຄື ກົມພັດທະນາການບໍລິຫານລັດ, ກົມເອກະສານແຫ່ງຊາດ, ກົມແຂ່ງຂັນ ແລະ ຍ້ອງຍໍ, ກົມການປົກຄອງທ້ອງຖິ່ນ, ກົມແຜນການ-ການຮ່ວມມື ແລະ ກົມແຜ່ນທີ່ແຫ່ງຊາດ. ພ້ອມນັ້ນ, ຍັງໄດ້ປະດັບຫລຽນໄຊອິດສະຫລະຊັ້ນ II ໃຫ້ ທ່ານຄໍາໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ ແລະ ປະດັບຫລຽນໄຊອິດສະຫລະ ຊັ້ນ III ໃຫ້ທ່າ ນ ຄໍາມູນ ວິພົງໄຊ, ທ່ານ ທອງຈັນ ມະນີໄຊ, ທ່ານ ສີພຸກ ວົງພັກດີ ແລະ ທ່ານ ວິໄຊ ພັນດານຸວົງ ຮອງລັດຖະມົນຕີກະຊວງພາຍໃນ.

ການປະດັບຫລຽນໄຊ ແລະ ມອບໃບຍ້ອງຍໍ ລະຫວ່າງ ພັກ-ລັດຖະບານ ລາວ-ຫວຽດນາມ ກໍຄື ສອງກະຊວງພາຍໃນ ຄັ້ງນີ້, ເນື່ອງໂອກາດສະເຫລີມສະຫລອງ 2 ວັນປະຫວັດສາດ ລາວ-ຫວຽດນາມ ແລະ ເພື່ອເປັນການຍ້ອງຍໍຊົມເຊີຍ ຜົນງານການປະກອບສ່ວນຊຸກຍູ້ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ລາວ- ຫວຽດນາມ ທີ່ມີສາຍພົວພັນຮ່ວມມື ກັນມາເປັນໄລ ຍະຍາວນານ ເຊິ່ງກະຊວງພາຍໃນ ສສ ຫວຽດນາມ ໄດ້ມີຜົນງານການຮ່ວມມື ແລະ ການຊ່ວຍເຫລືອ ໃຫ້ແກ່ປະເທດລາວ ຫລາຍດ້ານເປັນຕົ້ນ ການຊ່ວຍເຫລືອວຽກງານແຂ່ງຂັນ-ຍ້ອງຍໍ ວຽກງານສໍາເນົາເອກະສານ ວຽກງານການປົກຄອງ ວຽກງານຄຸ້ມຄອງ ພະນັກງານ-ລັດ ຖະກອນ ການກໍ່ສ້າງ ແລະ ບໍາລຸງຍົກລະດັບພະນັກງານ ການຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຕະຫລອດຮອດການຊ່ວຍເຫລືອ ທາງດ້ານວັດຖຸອຸປະກອນ ແລະ ການກໍ່ສ້າງອາຄານສະຖານທີ່ຕ່າງໆ ເຊິ່ງການຮ່ວມມືຊ່ວຍເຫລືອຂອງ ກະຊວງພາຍໃນ ສສ ຫວຽດນາມ ແມ່ນການຊ່ວຍເຫລືອທີ່ລໍ້າຄ່າ ດ້ວຍຄວາມຈິງໃຈບໍລິສຸດຜຸດຜ່ອງ ສະເໝີຕົ້ນສະເໝີປາຍ ແລະ ມີໝາກມີຜົນ ເປັນການປະກອບສ່ວນທີ່ສໍາຄັນ ແລະໃຫຍ່ຫລວງ ເຂົ້າໃນການພັດທະນາວຽກງານ ຂະແໜງພາຍໃນຂອງລາວ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

302 Found

Found

The document has moved here.